ຈັດແຂ່ງຂັນດອກປີກໄກ່ ສະຫຼອງສາຍພົວພັນການທູດ ລາວ-ຮົງກາຣີ ຄົບຮອບ 60 ປີ

    ກະຊວງການຕ່າງປະເທດແຫ່ງ ສປປ ລາວ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ຣົງກາຣີ ປະຈຳລາວ ໄດ້ຈັດການແຂ່ງຂັນກີລາຕີດອກປີກໄກ່ມິດຕະພາບ ຂຶ້ນໃນວັນທີ 13 ກັນຍາ 2022 ຢູ່ສະໂມສອນດອກປີກໄກ່ເສດຖາ (ເຂດບຶງຂະຫຍອງ) ເພື່ອເປັນການສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຮົງກາຣີ ໂດຍມີທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຊານດໍ້ ຊີໂພສ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ຮົງກາຣີ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານ ນັກກີລາ ທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

    ການສະເຫຼີມສະຫຼອງ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຮົງກາຣີ ໃນຄັ້ງນີ້ ສອງຝ່າຍ ກໍຈັດຫຼາຍກິດຈະກຳຮ່ວມກັນ ເພື່ອສ້າງໃຫ້ມີຂະບວນການຟົດຟື້ນ ເປັນຕົ້ນແມ່ນຈັດພິທີປູກຕົ້ນໄມ້ມິດຕະພາບ ລາວ-ຮົງກາຣີ ນອກຈາກນີ້ ສອງຝ່າຍ ກໍຈະໄດ້ຈັດກິດຈະກຳເເຂ່ງຂັນກີລາຕີດອກປີກໄກ່ ມິດຕະພາບ ປະເພດທີມຄູ່ ຝ່າຍລະ 6 ຄູ່ ທັງປະເພດຍິງ-ຊາຍ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ເສີມສ້າງສາຍພົວພັນມິດຕະພາບ ລາວ-ຮົງກາຣີ ເຊິ່ງການແຂ່ງຂັນແມ່ນຈະເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດ ມິດຕະພາບ ແລະ ເບິກບານມ່ວນຊື່ນ ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ຮົງກາຣີ ທີ່ມາມີຢ່າງຍາວນານ. ນອກຈາກນີ້ ສະຖານເອກອັກຄະລັດຖະທູດ ແຫ່ງຣົງກາຣີ ປະຈຳລາວ ຍັງໄດ້ມອບອຸປະກອນກີລາ ກໍຄືໂຕະ Teq Ball ຈໍານວນ 1 ຊຸດ ໃຫ້ແກ່ກະຊວງການຕ່າງປະເທດແຫ່ງ ສປປ ລາວ ເປັນກຽດມອບຂອງທ່ານ ຊານດໍ້ ຊີໂພສ ແລະ ຮັບແມ່ນທ່ານ ບຸນເຫຼືອ ພັນດານຸວົງ ໂດຍມີພະນັກງານວິຊາການ ທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.

# ຂ່າວ – ພາບ :  ສີພອນ

error: Content is protected !!