ປະເມີນຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ

     ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະ ບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວປະເທດ (2016-2021) ແລະ ທິດທາງຮອດປີ 2025 ຈັດຂຶ້ນໃນວັນທີ 14 ກັນຍາ 2022 ທີ່ຫ້ອງວ່າການສູນກາງພັກ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ມີບັນດາສະຫາຍກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໄດ້ກ່າວວ່າ: ພັກເຮົາ ຍາມໃດກໍຖືວ່າຫົວໜ່ວຍຮາກຖານ ເປັນຕົ້ນຮາກຖານບ້ານແມ່ນເປັນບໍ່ເກີດອັນໃຫຍ່ຫຼວງຂອງກຳລັງແຮງປະຕິວັດ ເປັນບ່ອນຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ເປັນບ່ອນຕັດສິນໄຊຊະນະຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຍ້ອນແນວນັ້ນ ວຽກງານກໍ່ສ້າງ ແລະ ປັບປຸງຮາກຖານການເມືອງຈຶ່ງເປັນໜ້າທີ່ຍຸດທະສາດທີ່ບໍ່ປ່ຽນແປງ ທັງສະເພາະໜ້າ ແລະ ຍາວນານຂອງພັກເຮົາ ໃນເງື່ອນໄຂໃໝ່ຂອງການປະຕິວັດ ພັກ-ລັດເຮົາຍິ່ງຕ້ອງເອົາໃຈໃສ່ການກໍ່ສ້າງ ແລະ ປັບປຸງຮາກຖານການເມືອງ ຕິດພັນໂດຍກົງກັບການພັດທະນາ ໂດຍສະເພາະແມ່ນການພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍທີ່ໄດ້ວາງໄວ້ ແນໃສ່ເຮັດໃຫ້ລະບົບການເມືອງຢູ່ຮາກຖານມີຄວາມເຂັ້ມແຂງໜັກແໜ້ນ ເປັນເຈົ້າການນຳພາປະຕິບັດແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຢູ່ຮາກຖານ ເປັນຕົ້ນ ການແກ້ໄຂຄວາມທຸກຍາກ ຄວາມຫຼ້າຫຼັງ ຄວາມບໍ່ສະເໝີພາບ ຄວາມບໍ່ຍຸຕິທຳ ແລະ ສະພາບຫຍໍ້ທໍ້ຕ່າງໆໃນສັງຄົມ ເພື່ອຮັບປະກັນການມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ກໍຄືຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ.

    ສະຫາຍ ບຸນທອງ ຈິດມະນີ ກ່າວອີກວ່າ: ກອງປະຊຸມຄັ້ງນີ້ ເພື່ອພ້ອມກັນສະຫຼຸບຕີລາຄາເຖິງບັນດາໝາກຜົນໃນໄລຍະຜ່ານມາ (2016-2021) ໃນວຽກງານກໍ່ສ້າງຮາກຖານການເມືອງ ວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໂດຍສົມທຽບໃສ່ບັນດາມະຕິ-ຄໍາສັ່ງຂອງພັກ ເປັນຕົ້ນແມ່ນມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 056 (ປີ2018) ວ່າດ້ວຍການປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 097 (ປີ 2020) ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ມະຕິວ່າດ້ວຍການປັບປຸງການແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງ ຂອງລະບົບບໍລິຫານລັດໃນໄລຍະໃໝ່ ສະບັບເລກທີ 076/ກມສພ (2019) ພ້ອມກັນຄົ້ນຄວ້າເປັນເອກະພາບ ກຳນົດບັນດາທິດທາງ ແຜນການ ບັນດາຄາດໝາຍ ແລະ ມາດຕະການ ວິທີການທີ່ຕ້ອງສູ້ຊົນຈັດຕັ້ງປະຕິບັດທັງ 3 ວຽກດັ່ງກ່າວ ເພື່ອສືບຕໍ່ຜັນຂະຫຍາຍມະຕິ-ຄຳສັ່ງຂອງພັກ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ ວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງໃນຕໍ່ໜ້າໃຫ້ເກີດຜົນເປັນຈິງຫຼາຍຂຶ້ນ ແນໃສ່ຍົກສູງຄຸນນະພາບການກໍ່ສ້າງ-ປັບປຸງຮາກຖານການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນໃນໄລຍະໃໝ່ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ເພີ່ມທະວີບົດບາດການນຳພາຮອບດ້ານ ຂອງຄະນະພັກ ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບ ໃນການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມ ຢູ່ທ້ອງຖິ່ນ-ຮາກຖານໃຫ້ດີຂຶ້ນກວ່າເກົ່າ.

error: Content is protected !!