ເລີ່ມປະຕິບັດການນຳໃຊ້ຊື່ແທ້ໃນລະບົບການຊື້ປີ້ລົດໄຟ

    ອີງຕາມການຊີ້ນຳຂອງພາກສ່ວນທີ່ກ່ຽວຂ້ອງຂອງພັກ-ລັດ ໃນການນຳໃຊ້ຊື່ແທ້ຊື້ປີ້ລົດໄຟ ເພື່ອໃຫ້ການນຳໃຊ້ລົດໄຟມີຄວາມປອດໄພ ຮັບປະກັນໃຫ້ຜູ້ທີ່ມາຊົມໃຊ້ລົດໄຟໄດ້ຮັບສິດຢ່າງຖືກຕ້ອງ ຫຼຸດຜ່ອນການນຳປີ້ໄປຂາຍຕໍ່ ບໍລິສັດທາງລົດໄຟລາວ-ຈີນ ໄດ້ອອກແຈ້ງການໃຫ້ຮູ້ວ່າ:ນັບແຕ່ວັນທີ 13 ກັນຍາ 2022 ທາງລົດໄຟລາວ-ຈີນ ໄດ້ເລີ່ມປະຕິບັດການນຳໃຊ້ຊື່ແທ້ໃນລະບົບການຊື້ປີ້ລົດໄຟ ມີລາຍລະອຽດຄື: ໃນເວລາຊື້ປີ້ ຜູ້ຊື້ປີ້ລົດໄຟຕ້ອງຖືເອກະສານສະແດງຕົວຕົນຂອງແທ້ ຫຼື ສະບັບສໍາເນົາທີ່ມີຜົນນຳໃຊ້ຂອງຜູ້ທີ່ຈະຂຶ້ນນັ່ງລົດໄຟເຊັ່ນ: ບັດປະຈຳ ຕົວ ສຳມະໂນຄົວ ຫຼື ໜັງສືຜ່ານແດນ ສຳລັບຄົນຕ່າງປະເທດ ກໍໃຊ້ໜັງສືຜ່ານແດນຂອງຄົນຕ່າງປະເທດ ໃນເວລາເຂົ້າສະຖານີເພື່ອຂຶ້ນລົດໄຟ ຄົນຈະຂຶ້ນລົດໄຟ ຕ້ອງຖືເອກະສານສະແດງຕົວຕົນທີ່ມີຜົນການນຳໃຊ້ສະບັບແທ້ ເພື່ອໃຫ້ພະນັກງານປະຈຳສະຖານີດຳເນີນການສຸ່ມກວດປີ້ລົດໄຟ ຕໍ່ກັບບຸກຄົນບໍ່ໃຫ້ຄວາມຮ່ວມມື ຫຼື ເວລາສຸ່ມກວດພົບວ່າປີ້ ເອກະສານ ແລະ ບຸກຄົນບໍ່ກົງກັນ ພະນັກງານປະຈຳສະຖານີ ມີສິດໃນການປະຕິເສດໃຫ້ເຂົ້າສະຖານີ ປີ້ລົດໄຟ ເດັກນ້ອຍຈະບໍ່ດຳເນີນການກວດກາຊື່ແທ້ເມື່ອຂຶ້ນລົດໄຟ. ລະບຽບການຊື້ປີ້ລົດໄຟ ເອກະສານສະແດງຕົວຕົນທີ່ມີຜົນນໍາໃຊ້ໜຶ່ງຄົນ ສາມາດຊື້ປີ້ລົດໄຟໄດ້ 1 ປີ້ຕໍ່ 1 ຖ້ຽວ ຜູ້ໂດຍສານຄວນກວດກາຂໍ້ມູນທີ່ຢູ່ໃນປີ້ ເວລາຊື້ປີ້ລົດໄຟ ຖ້າພົບວ່າຂໍ້ມູນເອກະສານສະແດງຕົວຕົນບໍ່ຖືກກັບຂໍ້ມູນຢູ່ໃນປີ້ລົດໄຟ ແມ່ນໃຫ້ສົ່ງມອບໃຫ້ພະນັກງານຂາຍປີ້ ອອກປີ້ໃໝ່ໃຫ້ ໃນເວລາຜູ້ໂດຍສານໄດ້ຮັບປີ້ ຕ້ອງກວດກາຂໍ້ມູນທີ່ຢູ່ໃນປີ້ເວລານັ້ນທັນທີ ຖ້າອອກຈາກບ່ອນຂາຍປີ້ ກັບຄືນມາແຈ້ງວ່າຂໍ້ມູນໃນປີ້ ແລະ ຂໍ້ມູນເອກະສານບໍ່ກົງກັນ ທາງບ່ອນຂາຍປີ້ຈະບໍ່ຮັບຜິດຊອບ ຫຼັງຈາກຊື້ປີ້ແລ້ວ ຜູ້ໂດຍສານຄວນເກັບຮັກສາປີ້ລົດໄຟໄວ້ໃຫ້ດີ ຕ້ອງໃຫ້ຊື່ ຫຼື ຂໍ້ມູນອື່ນໆໃນປີ້ລົດໄຟມີຄວາມຊັດເຈນ ສາມາດອ່ານອອກໄດ້. ສະເພາະລະບຽບການປ່ຽນປີ້ ແລະ ຖອນປີ້ ໃນເວລາທີ່ເຈົ້າຂອງປີ້ມາທໍາການປ່ຽນປີ້ ຫຼື ຖອນປີ້ເອງ ແມ່ນອີງຕາມປີ້ ແລະ ເອກະສານສະແດງຕົວຕົນຂອງແທ້ ຫຼື ສະບັບສຳເນົາໃນເວລາຊື້ປີ້ໃນການກວດສອບ ຫາກເອກະສານກົງກັນ ກໍສາມາດດຳເນີນການໄດ້ ໃນກໍລະນີມອບໃຫ້ຜູ້ອື່ນມາດໍາເນີນການປ່ຽນປີ້ ຫຼື ຖອນປີ້ແທນ ຈະຕ້ອງມີປີ້ລົດໄຟ ແລະ ເອກະສານສະແດງຕົວຕົນຂອງແທ້ຂອງຜູ້ຈະຂຶ້ນລົດໄຟ ທີ່ໃຊ້ໃນເວລາຊື້ປີ້ມາກວດສອບ ຫາກເອກະສານກົງກັນ ກໍສາມາດດຳເນີນການໄດ້ ຖ້າຜູ້ມາດໍາເນີນການປ່ຽນປີ້ ຫຼື ຖອນປີ້ແທນ ບໍ່ໄດ້ນຳໃຊ້ເອກະສານສະແດງຕົວຕົນຂອງແທ້ຂອງຜູ້ຈະຂຶ້ນລົດໄຟໃນເວລາມາຊື້ປີ້ ຈະຕ້ອງໄດ້ນຳໃຊ້ເອກະສານສະແດງຕົວຕົນຂອງແທ້ຂອງຕົນ ປີ້ລົດໄຟ ແລະ ສຳເນົາເອກະສານສະແດງຕົວຕົນຂອງຜູ້ຈະຂຶ້ນລົດໄຟມາກວດສອບ ຫາກກວດສອບປີ້ກົງກັບເອກະສານສຳເນົາບັດປະຈຳຕົວຂອງຜູ້ທີ່ຈະຂຶ້ນລົດໄຟແລ້ວ ຈຶ່ງສາມາດດຳເນີນການໄດ້.

    ການນຳໃຊ້ມາດຕະການໃສ່ຊື່ແທ້ໃນການຊື້ປີ້ລົດໄຟ ແມ່ນມີຂໍ້ດີຫຼາຍຢ່າງ ເຊັ່ນ: ຮັບປະກັນໃຫ້ຜູ້ໂດຍສານນຳໃຊ້ລົດໄຟດ້ວຍຄວາມປອດໄພ ເພາະຈະສາມາດລະບຸຕົວຕົນຂອງຜູ້ໂດຍສານທຸກໆຄົນ ຫາກມີເຫດການຂະໂມຍ ສິ່ງຂອງຕົກເຮ່ຍເສຍຫາຍ ກໍຈະສາມາດກວດສອບໄດ້ງ່າຍຂຶ້ນ ແລະ ຫຼຸດຜ່ອນຄວາມສ່ຽງດ້ານຄວາມປອດໄພອື່ນໆເຊັ່ນ: ການເຄື່ອນໄຫວທີ່ຜິດກົດໝາຍ ແລະ ອາຊະຍາກຳເທິງລົດໄຟ ຫາກຜູ້ໂດຍສານເຮັດປີ້ຕົກເຮ່ຍ ກໍຈະສາມາດປະກາດຫາເຈົ້າຂອງປີ້ໄດ້ງ່າຍຂຶ້ນ ເພາະມີຊື່ຢູ່ເທິງປີ້ ຫຼື ຫາກມີຜູ້ໂດຍສານຫາຍກໍຈະສາມາດຊອກຫາໄດ້ງ່າຍຂຶ້ນ ຫຼຸດຜ່ອນບັນຫາການຊື້ປີ້ໄປຂາຍຕໍ່ ເພາະເປັນການທຳລາຍຜົນປະໂຫຍດອັນຊອບທຳຂອງຜູ້ໂດຍສານທ່ານອື່ນໆ ຮັບປະກັນໃຫ້ຜູ້ທີ່ມາຊົມໃຊ້ລົດໄຟໄດ້ຮັບສິດຢ່າງຖືກຕ້ອງ ແລະ ໄດ້ຮັບຜົນປະໂຫຍດສູງສຸດໃນການນຳໃຊ້ລົດໄຟ.

.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!