ກວດສອບປະລິມານສານພິດຕົກຄ້າງຈາກຢາປາບສັດຕູພືດໃນພືດຜັກ-ໝາກໄມ້ ຢູ່ຕະຫຼາດໂນນຄໍ້

    ສູນປ້ອງກັນພືດ ກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້ຮ່ວມກັບ ຂະແໜງປູກຝັງພະແນກກະສິກຳ ແລະ ປ່າໄມ້ ນວ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໄຊເສດຖາ ໂດຍຮັບການສະໜັບສະໜູນຈາກຕະຫຼາດໂນນຄໍ້ ສ້າງຂະບວນກວດສອບວິໄຈປະລິມານສານພິດຕົກຄ້າງຈາກຢາປາບສັດຕູພືດໃນພືດຜັກ ແລະ ໝາກໄມ້ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພກໃນ ນວ ຂຶ້ນວັນທີ 14 ກັນຍາ 2022 ຢູ່ຕະຫຼາດດັ່ງກ່າວ ໂດຍມີທ່ານນາງ ເກສອນ ແກ້ວວົງສາ ຫົວໜ້າຫ້ອງວິໄຈພືດໂນນຫວາຍ ທ່ານ ບຸນເພັງ ແທນທອງໃບ ວິຊາການກວດສານພິດຕົກຄ້າງ ປະຈໍາພະແນກກະສິກໍາ ແລະ ປ່າໄມ້ ນວ ທ່ານ ຄໍາໄຂ ພູນສົມສະຫວັນ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊເສດຖາ ພ້ອມດ້ວຍທີມງານ ນອກນີ້ຍັງມີທ່ານ ວຽງຄໍາ ລໍວັນໄຊ ຫົວໜ້າຈັດສັນຕະຫຼາດໂນນຄໍ້ ເຂົ້າຮ່ວມ.

    ທ່ານ ຄໍາໄຂ ພູນສົມສະຫວັນ ໃຫ້ສໍາພາດວ່າ: ໂດຍລວມແລ້ວ ຜ່ານມາ ໄດ້ເຮັດເປັນປະຈໍາໃນການກວດສອບວິໄຈປະລິມານສານພິດຕົກຄ້າງຈາກຢາປາບສັດຕູພືດໃນພືດຜັກ ແລະ ໝາກໄມ້ຢູ່ຕະຫຼາດເມືອງໄຊເສດຖາ ປະກອບມີ 4 ຕະຫຼາດກະສິກໍາອິນຊີ ສູນການຄ້າລາວ-ໄອເຕັກ ນວ ຕະຫຼາດບຶງທາດຫຼວງ ຕະຫຼາດໂນນຄໍ້ ແລະ ຕະຫຼາດໄຮຄໍາ ສະເພາະການກວດວິໄຈດັ່ງກ່າວຢູ່ຕະຫຼາດໂນນຄໍ້ຄັ້ງນີ້ ເພື່ອກວດສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ ເພື່ອຮັບປະກັນໃຫ້ຜູ້ບໍລິໂພກມີຄວາມປອດໄພ ແລະ ໄດ້ລົງເຄື່ອນໄຫວກວດເປັນປະຈໍາ ແລະ ຖືເປັນວຽກສໍາຄັນ ເຊິ່ງໄດ້ມີການສຸ່ມກວດແຕ່ຂັ້ນຕອນການຜະລິດຂອງກຸ່ມການຜະລິດພືດຜັກ  ຈົນຮອດການຈໍາໜ່າຍໃຫ້ຜູ້ບໍລິໂພກ ໃນນີ້ ໄດ້ກວດກວດຜະລິດຕະພັນພາຍໃນ ຜະລິດຕະພັນນໍາເຂົ້າຈາກຕ່າງແຂວງ ແລະ ແລະ ຜະລິດຕະພັນນໍາເຂົ້າຈາກຕ່າງປະເທດ ແນໃສ່ສ້າງຄວາມປອດໄພຕໍ່ສຸຂະພາບຂອງຜູ້ບໍລິໂພກພາຍໃນ ນວ.

    ທ່ານ ບຸນເພັງ ແທນທອງໃບ ໃຫ້ສໍາພາດຕື່ມອີກວ່າ: ສະເພາະພືດຜັກທີ່ນໍາມາມາສຸ່ມກວດຄັ້ງນີ້ ລວມມີ 10 ຕົວຢ່າງຄື: ຜັກຫອມ ຜັກກາດ ກະລໍ່າປີ ໝາກອະງຸ່ນ ແກນຕາລຸບ ແລະ ແອັບເປີ້ນ ເຫຼົ່ານີ້ເປັນຕົ້ນ ເຊິ່ງການກວດນີ້ ເປັນການຢັ້ງຢືນໃນລະດັບວິທະຍາສາດ ແລະ ເປັນຄັ້ງສຸດທ້າຍຂອງຂະບວນການຜະລິດກະສິກໍາອິນຊີ ຫຼື ກະສິກໍາສະອາດ ເຊິ່ງໄດ້ເລີ່ມກວດແຕ່ຂະບວນການຜະລິດຈົນເຖິງການເກັບກ່ຽວ ໂດຍການກວດສອບໄດ້ເລັ່ງໃສ່ 2 ກຸ່ມໃຫຍ່ໆຄື: ກຸ່ມສານຂ້າແມງໄມ້ ແລະ ຢາຂ້າຫຍ້າ ເພາະມີຄວາມສ່ຽງຕໍ່ຜູ້ບໍລິໂພກຫຼາາຍ ຜ່ານການກວດສອບໃນຕະຫຼາດຜ່ານມາ ແມ່ນພົບໜ້ອຍທີ່ສຸດ ສາມາດບໍລິໂພກໄດ້ ໂອກາດນີ້ ຂໍເຊີນຊວນຜູ້ບໍລິໂພກຫັນມາບໍລິໂພກຜັກກະສິກໍາອິນຊີ ແລະ ຜັກສະອາດ ສ່ວນຜູ້ປູກກໍ່ໃຫ້ໃສ່ຝຸ່ນເຄມີ ໃນປະລິມານຕາມາດຕະຖານທີ່ກໍານົດໃຫ້ ທັງນີ້ເພື່ອຮັບປະກັນໃຫ້ສຸຂະພາບຂອງຜູ້ປູກ ແລະ ຜູ້ບໍລິໂພກມີສຸຂະພາບທີ່ແຂງແຮງດີ.

    ຕອນທ້າຍ ທ່ານ ວຽງຄໍາ ລໍວັນໄຊ ກ່າວໃຫ້ຮູ້ວ່າ: ຕະຫຼາດໂນນຄໍ້ເປັນຕະຫຼາດໜຶ່ງທີ່ມີການຈໍາໜ່າຍພືດຜັກ ອາຫານການກິນ ແລະ ເຄື່ອງໃຊ້ຊີວິດປະຈໍາວັນ ມີສະຖານທີ່ຈອດລົດກວ້າງຂວາງ ສະອາດ ແລະ ສິ່ງຕ່າງໆທີ່ອໍານວຍຄວາມສະດວກໃຫ້ແກ່ແມ່ຄ້າ-ຊາວຂາຍ ແລະ ລູກຄ້າຜູ້ມາຊົມໃຊ້ ແລະ ຂໍຂອບໃຈທີມງານພາກລັດກໍຄືພາກສ່ວນກ່ຽວຂ້ອງ ໄດ້ລົງມາກວດສອບວິໄຈປະລິມານສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ພາຍໃນຕະຫຼາດ ເຊິ່ງໄລຍະຜ່ານມາ ໄດ້ເຮັດເດືອນລະຄັ້ງເປັນປະຈໍາ ແລະ ໃຫ້ທີມງານສືບຕໍ່ກວດສອບໄປເລື້ອຍໆ ເພື່ອຮັບປະກັນໃຫ້ພືດຜັກທີ່ນໍາມາຈໍາໜ່າຍພາຍໃນຕະຫຼາດມີຄວາມສະອາດ ປອດໄພຕໍ່ຜູ້ບໍລິໂພກ ແລະ ອື່ນໆ.

.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!