ຄົງເຊໂດນ ສືບຕໍ່ປຸກລະດົມປະຊາຊົນ ເຂົ້າຮ່ວມຂະບວນການສັກວັກຊີນປ້ອງກັນໂຄວິດ-19

 ເມືອງຄົງເຊໂດນ ແຂວງສາລະວັນ ສືບຕໍ່ໂຄສະນາສຸຂະສຶກສາ ເພື່ອໃຫ້ປະຊາຊົນເຂົ້າເຖິງດ້ານຂໍ້ມູນຂ່າວສານດ້ານສາທາລະນະສຸກ ໂດຍສະເພາະແມ່ນການປຸກລະດົມປະຊາຊົນເຂົ້າຮ່ວມຂະບວນການສັກວັກຊີນປ້ອງກັນໂຄວິດ-19 ໃຫ້ບັນລຸຕາມໂຕເລກແຜນການ.

ພາບປະກອບ

ທ່ານ ວັນປະເສີດ ແກ້ວບໍຣິດ ຮອງຫົວໜ້າຫ້ອງການສາທາລະນະສຸກ ເມືອງຄົງເຊໂດນ ລາຍງານຕໍ່ສື່ມວນຊົນໂອກາດລົງເກັບກໍາຂ່າວກ່ຽວກັບການໂຄສະນາສຸຂະສຶກສາຜ່ານ ໂທລະໂຄ່ງ ລໍາໂພງ LCD ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການຢູນີເຊບ ແລະ ວຽກງານສັກວັກຊີນປ້ອງກັນໂຄວິດ-19 ລະຫວ່າງວັນທີ 11-17 ກັນຍາ 2022 ນີ້ ວ່າ: ເມືອງຄົງເຊໂດນ ກໍເປັນເມືອງໜຶ່ງທີ່ໄດ້ຮັບອຸປະ ກອນຊ່ວຍອຸປະກອນໃນເຂົ້າໃນວຽກງານໂຄສະນາສຸຂະສຶກສາເຊັ່ນ ໂທລະໂຄ່ງ ລຳໂພງ ແອວຊີດີິ ຈາກອົງການຢູນີເຊບ  ເພື່ອໃຫ້ກັບປະຊາຊົນພາຍໃນເມືອງໄດ້ຮັບຮູ້ກ່ຽວກັບການລະບາດ ວິທີປ້ງກັນ ແລະ ຜົນຮ້າຍຂອງໂຄວິດ-19 ພ້ອມພຽງກັນເຂົ້າມາຮັບວັກຊີນກັນໂຄວິດ-19.

 ມາຮອດປັດຈຸບັນ ສາມາດສັກວັກຊີນກັນໂຄວິດ-19 ເຂັມທີ 1 ໄດ້ 71%, ເຂັມ 2 ໄດ້ 60%, ສັກເຂັມ 3 ໄດ້ 21%, ເຂັມ 4ໄດ້ 4%ຂອງຈໍານວນປະຊາກອນທັງໝົດ 68 ພັນກວ່າຄົນ.

ເຖິງຢາງໃດກໍຕາມ ເພື່ອເຮັດໃຫ້ອັດຕາການສັກວັກຊີນ ກັນໂຄວິດ-19 ບັນລຸຕາມເປົ້າໝາຍຫ້ອງການສາທາລະນະສຸກ ເມືອງຄົງເຊໂດນ ໄດ້ເລັ່ງຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງເປັນປົກກະຕິໃນແຕ່ລະວັນ ໂດຍໄດ້ຈັດຕັ້ງທີມເຄື່ອນທີ່ ທັງໝົດ 12 ທີມ ຄົງທີ່ 11 ທີມ ຢູ່ໂຮງໝໍນ້ອຍແຕ່ລະແຫ່ງ ພ້ອມທັງ ໄດ້ລົງແຕ່ລະບ້ານ ແຕ່ລະຫ້ອງການ ແລະ ໂຮງຮຽນ ໃນທຸກໆວັນ.

ພາບປະກອບ

 ທ່ານ ວັນປະເສີດ ແກ້ວບໍຣິດ ກ່າວອີກວ່າ: ຫ້ອງການສາທາ ລະນະສຸກ ເມືອງຄົງເຊໂດນ ໄດ້ນຳເອົາໂທລະໂຄ່ງ ແອວຊີດີ ທີ່ໄດ້ຮັບຈາກການສະໜັບສະໜູນ ຂອງອົງການຢູນີເຊບ ໄປແຈກຢາຍໃຫ້ 3 ໂຮງໝໍນ້ອຍຢູ່ພາຍໃນເມືອງ ເພື່ອສືບຕໍ່ໂຄສະນາສຸກຂະສຶກສາ ເພື່ອໃຫ້ຂໍ້ມູນຂ່າວສານດ້ານສາທາລະນະສຸກກະຈາຍສູ່ປະຊາຊົນຢ່າງທົ່ວເຖິງ.

ການລົງເກັບກໍາຂໍ້ມູນຂອງສື່ມວນຊົນລາວຄັ້ງນີ້ ແມ່ນນໍາພາໂດຍ ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໂດຍໄດ້ຮັບການສະໜັບສະໜູນຈາກອົງການຢູນີເຊບ.

error: Content is protected !!