ລາວ-ຮົງກາຣີ ສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 60 ປີ

    ກະຊວງການຕ່າງປະເທດແຫ່ງ ສປປ ລາວ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງຮົງກາຣີ ປະ ຈຳສປປ ລາວ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ຮົງກາຣີ ຂຶ້ນຢ່າງເປັນທາງການ ໃນວັນທີ 12 ກັນຍາ 2022 ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມໃນພິທີ ມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານແຫ່ງ ສປປ ລາວ ແລະ ທ່ານ ຊານດໍ້ ຊີໂພສ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງຮົງກາຣີ ປະຈໍາ ສປປ ລາວ ຕາງໜ້າລັດຖະບານ ແຫ່ງຮົງກາຣີ ບັນດາລັດຖະມົນຕີ ຮອງລັດຖະມົນຕີ ເຈົ້າໜ້າທີ່ຂັ້ນສູງຂອງລາວ ບັນດາທູຕານຸທູດປະຈໍາ ສປປ ລາວ ຈໍານວນໜຶ່ງ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

    ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ຊານດໍ້ ຊີໂພສ ໄດ້ກ່າວຄໍາເຫັນສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດແຫ່ງການພົວພັນຮ່ວມມືໃນໄລຍະ 60 ປີຜ່ານມາ ລະຫວ່າງສອງລັດຖະບານ ກໍຄືປະຊາຊົນສອງຊາດ ລາວ-ຮົງກາຣີ ໃນໄລຍະໃໝ່ນີ້ ການພົວພັນຮ່ວມມືລະຫວ່າງສອງປະເທດ ແມ່ນມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ ໄດ້ມີການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນໃນລະດັບຕ່າງໆຢ່າງປົກກະຕິ ທັງພາກລັດ ແລະ ເອກະຊົນ ການຮ່ວມມືໃນຂົງເຂດຕ່າງໆ ໄດ້ຮັບການຮັດແໜ້ນ ສອງປະເທດມີຄວາມເຊື່ອໝັ້ນ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ບົນພື້ນຖານການເປັນປະເທດຄູ່ຮ່ວມມືຍຸດທະສາດ ນອກນັ້ນ ການພົວພັນຮ່ວມມືຂອງສອງປະເທດ

ຍັງສືບຕໍ່ເສີມຂະຫຍາຍໃນຫຼາຍດ້ານເຊັ່ນ: ດ້ານການເງິນ ເສດຖະກິດ-ການຄ້າ ການສຶກສາ ກະສິກໍາ ວັດທະນະທຳ ການທ່ອງທ່ຽວ ແລະ ດ້ານອື່ນໆ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານນັ້ນ ມີຄວາມໝັ້ນຄົງໜັກແໜ້ນ ແລະ ມີໝາກຜົນຕົວຈິງຍິ່ງໆຂຶ້ນ ໂອກາດດຽວກັນນີ້ ທັງສອງຝ່າຍກໍໄດ້ສະແດງຄວາມມຸ່ງຫວັງທີ່ຈະສືບຕໍ່ເສີມສ້າງ ແລະ ຮັດແໜ້ນສາຍພົວພັນຮ່ວມມືທີ່ດີໃນປັດຈຸບັນ ລະຫວ່າງສອງປະເທດໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ໃນຕໍ່ໜ້າ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!