ຕ້ອນຮັບສົກຮຽນໃໝ່ ກັບຫ້ອງສະໝຸດໃໝ່ທີ່ໂຮງຮຽນ ມສ ປາກງວ້າ

   ວັນທີ 9 ເດືອນ 9 ປີ 2022, ໄດ້ຈັດພິທີສົ່ງມອບ-ຮັບໂຄງການຊ່ວຍເຫຼືອສ້າງຫ້ອງສະໝຸດ ພາຍໃຕ້ໂຄງການ “ຫ້ອງສະໝຸດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (ຄັ້ງທີ 2) ທີ່ໂຮງຮຽນມັດທະຍົມສຶກສາສົມບູນປາກງ້ວາ ເມືອງເຟືອງ ແຂວງວຽງຈັນ ເຊິ່ງປຶ້ມທີ່ມອບໃນຄັ້ງນີ້ ປະກອບມີປຶ້ມຫຼາຍກວ່າ 2000 ເຫຼັ້ມ ໃນນັ້ນ ມີທັງປຶ້ມນິທານຕ່າງປະເທດ ປື້ມວິທະຍາສາດ ນິທານພື້ນເມືອງລາວ ວັດຖະນະທຳພື້ນເມືອງ ແລະ ຍັງມີອຸປະກອນປະກອບການຮຽນຕ່າງໆ ເຊິ່ງສ້າງຜົນປະໂຫຍດໃຫ້ແກ່ຄູອາຈານ ແລະ ນັກຮຽນ ກວ່າ 500 ກວ່າຄົນ.

     ກິດຈະກຳໃນຄັ້ງນີ້ ຈັດຂຶ້ນໂດຍສູນພັດທະນາການສື່ສານສາກົນ ພະແນກພາສາຕ່າງປະເທດຂອງ ສປ ຈີນ ມູນນິທິສະຫວັດດີການປັກກິ່ງ ( Beijing MW Foundation) ແລະ ກຸ່ມບໍລິສັດ ຊານເສຍ. ພາຍໃນງານ ມີທ່ານ Yin Jie ຕາງໜ້າພະແນກພາສາຕ່າງປະເທດຂອງ ສປ ຈີນ ທ່ານ ບຸນມາ ທໍາມະວົງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງເຟືອງ ທ່ານບຸນສົງ ຫຼວງລາດ ຫົວໜ້າຫ້ອງການສຶກສາເມືອງເຟືອງ ທ່ານ Wang Jiang ຕາງໜ້າກຸ່ມບໍລິສັດ ຊານເສຍ ບໍລິສັດໄຟຟ້ານ້ຳລີກ 1-2 ຈໍາກັດ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນ 100 ກວ່າຄົນເຂົ້າຮ່ວມ

    ທ່ານ Yin Jie ຫວັງຢ່າງຍິ່ງວ່າ ປຶ້ມທີ່ມອບໃຫ້ “ຫ້ອງສະໝຸດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ນີ້ ຈະສາມາດປະກອບສ່ວນເຮັດໃຫ້ບັນດານັກຮຽນໄດ້ຮຽນຮູ້ຄວາມຮູ້ທີ່ຫຼາກຫຼາດ ສາມາດແບ່ງປັນຂ່າວສານ ແລະ ເລື່ອງລາວທີ່ໜ້າສົນໃຈໄດ້ກວ້າງຂວາງຂຶ້ນ.

    ທ່ານ ບຸນມາ ທໍາມະວົງ ຄະນະປະຈໍາພັກເມືອງ ໄດ້ກ່າວຄຳຂອບໃຈຕໍ່ສະຫາຍຊາວຈີນ ໃນການປະກອບສ່ວນຊ່ວຍເຫຼືອການສຶກສາທ້ອງຖິ່ນມາໂດຍຕະຫຼອດ. ທ່ານບຸນສົງ ຫຼວງລາດ ຫົວໜ້າຫ້ອງການສຶກສາເມືອງເຟືອງ ໄດ້ໃຫ້ຄຳໝັ້ນວ່າ ທາງໂຮງຮຽນຈະໄດ້ນຳໃຊ້ຫ້ອງສະໝຸດ ແລະ ປຶ້ມເຫຼົ່ານີ້ໃຫ້ເກີດປະໂຫຍດສູງສຸດ ຈະໃຫ້ນັກຮຽນຮັກສາປຶ້ມເປັນຢ່າງດີ ແລະ ດຸໝັ່ນຮຽນຮູ້ຄວາມຮູ້ໃໝ່ໆຈາກປຶ້ມທີ່ມອບໃຫ້. ທ່ານ Wang Jiang ຕ່າງໜ້າກຸ່ມ ບໍລິສັດ ຊານເສຍ ບໍລິສັດ ໄຟຟ້າ ນໍ້າລີກ 1-2 ຈໍາກັດ ໄດ້ກ່າວວ່າ “ ທາງເຂື່ອນໄຟຟ້າເອງຈະສືບຕໍ່ຄຽງຂ້າງ ຊຸກຍູ້ນ້ອງໆນັກຮຽນໃຫ້ເຕີບໃຫຍ່ຕໍ່ໄປ ຈະປະກອບສ່ວນເຂົ້າໃນການສຶກສາທ້ອງຖິ່ນເທົ່າທີ່ສາມາດເຮັດໄດ້ ແລະ ສ້າງອະນາຄົດທີ່ສົດໃສໄປດ້ວຍກັນ”  

     ພາຍໃຕ້ການເປັນສັກຂີພະຍານຂອງແຂກຜູ້ມາຮ່ວມງານ ພິທີເປີດ “ຫ້ອງສະໝຸດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ກໍສໍາເລັດຢ່າງເປັນທາງການ ແລະ ຍັງໄດ້ສົ່ງມອບປື້ມ ແລະ ອຸປະກອນການນຮຽນ ຄອມພິວເຕີ້  ຊັ້ນວາງປຶ້ມ ແລະ ເຄື່ອງໃຊ້ພາຍໃນຫ້ອງສະໝຸດອີກດ້ວຍ.

    ອໍານວຍການໂຮງຮຽນ ມສ ປາກງວ້າ ທ່ານ ບຸນຄຳ ພະມີໄຊ ໄດ້ກ່າວວ່າ: “ຫ້ອງສະໝຸດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ເປັນສະຖານທີ່ເພື່ອສຶກສາຄວາມຮູ້ໃຫ້ແກ່ນ້ອງໆນັກຮຽນ ປື້ມທີ່ມອບໃຫ້ໃນຄັ້ງນນີ້ ກໍໄດ້ເຕີມເຕັມຊັບພະຍາກອນການສຶກສາທີ່ວ່າງເປົ່າ. ຕັ້ງແຕ່ປີ 2008 ເປັນຕົ້ນມາ ເຂື່ອນໄຟຟ້ານ້ຳລີກ 1-2 ແລະ ໂຮງຮຽນ ມສ ປາກງວ້າ ໄດ້ສ້າງສາຍສຳພັນອັນດີງາມ ພ້ອມທັງຊ່ວຍເຫຼືອໂຮງຮຽນປັບປຸງເງື່ອນໄຂການສິດສອນມາໂດຍຕະຫຼອດ ການຊ່ວຍເຫຼືອຂອງບໍລິສັດ ໄດ້ເຮັດໃຫ້ໂຮງຮຽນນັບມື້ນັບດີຂຶ້ນ ແລະ ຍັງເຕີມເຕັມຄວາມຫວັງຂອງນັກຮຽນ ແລະ ຄູອາຈານອີກດ້ວຍ.

# ຂ່າວ – ພາບ : ອຸເປຂາ

error: Content is protected !!