ແຂວງສາລະວັນ ສືບຕໍ່ເອົາໃຈໃສ່ໃນການໂຄສະນາສຸຂະສຶກສາກ່ຽວກັບວຽກງານການສັກວັກຊີນ ເພື່ອແນໃສ່ບັນລຸໂຕເລກຄາດໝາຍການວັກຊີນປ້ອງກັນໂຄວິດ-19 ໂດຍຜ່ານໂທລະໂຄ່ງ LCD ລຳໂພງ ແລະ ສື່ຕ່າງໆ ຂະໜະທີ່ໂຕເລກເຂັມ 1 ຍັງຢູ່ 80%.
ທ່ານ ດຣ ດາວວົງ ສຸລິນທາ ຄະນະພະແນກສາທາລະນະສຸກແຂວງສາລະວັນ ໃຫ້ສຳພາດໃນໂອກາດສື່ມວນຊົນຈາກສູນກາງ ເຄື່ອນໄຫວເກັບກຳຂໍ້ມູນກ່ຽວກັບການນຳໃຊ້ໂທລະໂຄ່ງ LCD ລຳໂພງ ແລະ ວຽກງານສັກວັກຊີນປ້ອງກັນໂຄວິດ-19 ເຫັນໄດ້ວ່າ: ແຂວງພວກເຮົາໄດ້ເລີ່ມຈັດຕັ້ງ ປະຕິບັດການສັກວັກຊີນປ້ອງກັນໂຄວິດ-19 ນັບແຕ່ວັນທີ 9 ມີນາ 2021 ມາຮອດປະຈຸບັນເຫັນ ວ່າ ປະຊາຊົນເປົ້າໝາຍນັບແຕ່ອາຍຸ 6 ປີຂຶ້ນໄປ ໄດ້ເຂົ້າມາຮັບວັກຊີນຢ່າງຕໍ່ເນື່ອງ ໂດຍເລີ່ມຕົ້ນ ແມ່ນນຳໃຊ້ວັກຊີນ Sinopharm Sinovac Johnson&Johnson AstraZenica ແລະ Pfizer ເຊິ່ງໄດ້ເປີດຈຸດບໍລິການຢູ່ໂຮງໝໍແຂວງ ໂຮງໝໍເມືອງ ໂຮງໝໍນ້ອຍ ແລະ ເຄື່ອນທີ່ລົງໄປສັກແຕ່ ລະບ້ານ ນອກນັ້ນຍັງໄດ້ເຄື່ອນໄຫວບໍລິການຕາມສະຖານ ທີ່ຊຸມຊົນ ເປັນຕົ້ນ ຕະຫຼາດ ບັນດາ ໂຮງຮຽນປະຖົມ ມັດທະຍົມ ແລະ ຈຸດຊຸມຊົນຕ່າງໆ ຫຼ້າສຸດນີ້ ແມ່ນໄດ້ບໍລິການກວດລ້າງສັກຕາມຫ້ອງການ ສຳນັກງານ ພະແນກການຕ່າງໆ ອ້ອມຂ້າງແຂວງ ແລະ ເມືອງ ໂດຍເລັ່ງໃສ່ສັກວັກຊີນ Pfizer ເປັນເຂັມກະຕຸ້ນ ເຮັດໃຫ້ອັດຕາການສັກວັກຊີນຂອງແຂວງສາລະວັນໃນທົ່ວແຂວງ ເຂັມ 1 ກວມເອົາ 80% ເຂັມ 2 ຍັງຢູ່ 66,6% ສຳລັບເຂັມກະຕຸ້ນທີ 1 ຍັງຢູ່ 26 % ແລະ ເຂັມກະຕຸ້ນ 2 ຍັງຢູ່ 4%.
ເພື່ອບັນລຸຕາມໂຕເລກຄາດໝາຍໃນການສັກວັກຊີນປ້ອງກັນໂຄວິດ-19 ທາງແຂວງຈະໄດ້ສືບຕໍ່ເອົາໃສ່ສືບຕໍ່ ປຸກລະດົົມ ເປົ້າໝາຍໃຫ້ໄດ້ສັກວັກຊີນ ເຂັມກະຕຸ້ນ ໂດຍສະເພາະກະຕຸ້ນເຂັມ 1 ແລະ ກະຕຸ້ນເຂັມ 2 ໃຫ້ໄດ້ຫຼາຍຂຶ້ນ ເອົາວັກຊີນກັນພະຍາດໂຄວິດ ລົງໄປບໍລິການ ພ້ອມກັບການ ປະຕິບັດກິດຈະກຳເຊື່ອມສານວຽກງານສັກຢາປົກກະຕິ ເຮັດການເດີນສຳຫຼວດບັດສັກຢາວັກຊີນໂຄວິດ ແຕ່ລະຫຼັງຄາເຮືອນ ໂດຍສະເພາະ ຜູ້ສູງອາຍຸ ຢູ່ໃນບ້ານ ລົງເຄື່ອນທີ່ບໍລິ ການຢູ່ຈຸດຊຸມຊົນ ຕະຫຼາດ ຫ້າງຮ້ານ ໂຮງຈັກ ໂຮງງານ ຫ້ອງການ ສຳນັກງານ ອົງການ ເພື່ອໃຫ້ເປົ້າໝາຍໄດ້ຮັບວັກຊີນເຂັມກະຕຸ້ນໃຫ້ຄົບ ສົມທັບກັບພາກສ່ວນສຶກສາ ເພື່ອສັກວັກຊີນໂຄວິດໃຫ້ນັກຮຽນ ຕາມໂຮງຮຽນປະຖົມ ມັດທະຍົມ.
ສຳລັບອຸປະກອນທີ່ປະກອບສ່ວນເຂົ້າໃນການໂຄສະນາແມ່ນໄດ້ຮັບການຊ່ວຍເຫຼືອຈາກອົງການ ຢູນີເຊບ ມີ: ໂທລະໂຄ່ງ 10 ຊຸດ ແຈກຢາຍໃຫ້ 4 ເມືອງ : ຄົງເຊໂດນ ລະຄອນເພັງ ຕຸ້ມລານ ສະໝ້ວຍ ຕູ້ລຳໂພງ 10 ໜ່ວຍ ແຈກຢາຍໃຫ້ 7 ເມືອງ ແລະ ແອວຊີດີ 10 ຊຸດ ແຈກຢາຍໃຫ້ 8 ເມືອງໆ (ລະ 1 ຊຸດ ຢູ່ພະແນກ 2 ຊຸດ) ເຊິ່ງທາງແຂວງພວກເຮົາຕ້ອງຂໍຂອບໃຈຕໍ່ການຊ່ວຍເຫຼືອຈາກອົງການຢູນີເຊັບ ໂດຍຈະໄດ້ໃຫເກີດປະສິດທິຜົນສູງສຸດ ແລະ ຫວັງວ່າທາງອົງການຢູນີເຊັບຈະສືບຕໍ່ໃຫ້ການຊ່ວຍເຫຼືອອີກໃນຕໍ່ໜ້າ.
ການເຄື່ອນໄຫວເກັບກຳຂໍ້ມູນຂອງນັກຂ່າວ ມີຂຶ້ນໃນລະຫວ່າງວັນທີ 13 ກັນຍາ 2022 ນຳໂດຍ ສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໂດຍການສະໜັບສະໜູນຂອງອົງການຢູນີເຊບ.