8 ໜ່ວຍພັກຂອງພະແນກສຶກສາທິການ ແລະ ກີລາ ນວ ຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ

    ຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຈັດພິທີສະຫຼຸບວຽກງານກ່ຽວກັບການກໍ່ສ້າງພັກໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ຂຶ້ນວັນທີ 9 ກັນຍາ 2022 ທີ່ວິທະຍາໄລເຕັກນິກວິຊາຊີບມິດຕະພາບ ວຽງຈັນ-ຮາໂນ້ຍ ນວ ໂດຍມີສະຫາຍ ປອ ຊົງເລົ່າ ຢົງນູ ຄະນະປະຈຳພັກ ຫົວໜ້າຄະນະໂຄສະນາອົບຮົມ ນວ ສະຫາຍ ສົມພອນ ສອນດາລາ ກຳມະການພັກ ເລຂາຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍສະຫາຍຄະນະພັກຮາກຖານ ແລະ ສະຫາຍສະມາຊິກພັກອ້ອມຂ້າງພະແນກເຂົ້າຮ່ວມ.

    ໂອກາດນີ້ ສະຫາຍ ສົມພອນ ສອນດາລາ ໄດ້ຂຶ້ນຜ່ານບົດສະຫຼຸບຜົນການປະເມີນແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ຄະນະພັກຮາກຖານພະແນກສຶກສາທິການ ແລະ ກີລາ ແມ່ນຮາກຖານໜຶ່ງທີ່ຂື້ນກັບການຊີ້ນໍາ-ນໍາພາໂດຍກົງຈາກອົງຄະນະພັກ ນວ ແລະ ຊີ້ນໍາດ້ານວິຊາສະເພາະຈາກກະຊວງສຶກສາທິການ ແລະ ກີລາ ມີພາລະບົດບາດເປັນເສນາທິການທາງດ້ານການພັດທະນາວຽກງານການສຶກສາ ແລະ ກີລາ ທົ່ວ ນວ ຊີ້ນໍາ-ນໍາພາ 8 ໜ່ວຍພັກຂື້ນກັບ ມີຄະນະພັກຮາກຖານຈໍານວນ 9 ສະຫາຍ ຍິງ 1 ສະຫາຍ ໃນນັ້ນ ເປັນຄະນະປະຈໍາພັກຮາກຖານ ຈໍານວນ 3 ສະຫາຍ.

    ປະກອບ ມີ 8 ໜ່ວຍພັກຂື້ນກັບ ຄື: ໜ່ວຍພັກຈັດຕັ້ງ-ບໍລິຫານ-ກວດກາ-ສະຖິຕິ ໜ່ວຍພັກວິຊາການ ໜ່ວຍພັກກີລາ-ສີລະປະ-ສົງ ໜ່ວຍພັກສູນສຶກສານິເທດມັດທະຍົມ ໜ່ວຍພັກໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມ ໜ່ວຍພັກວິທະຍາໄລເຕັກນິກ-ວິຊາຊີບມິດຕະພາບ ວຽງຈັນ-ຮ່າໂນ້ຍ ແລະ ໜ່ວຍພັກໂຮງຮຽນ ມສ ວຽງຈັນ ມີສະມາຊິກພັກທັງໝົດ 271 ສະຫາຍ ຍິງ 127 ສະຫາຍ ເປັນສະມາຊິກພັກສົມບູນ 262 ສະຫາຍ ຍິງ 121 ສະຫາຍ ມີຄະນະໜ່ວຍພັກ 21 ສະຫາຍ ຍິງ 5 ສະຫາຍ.

    ຄະນະພັກຮາກຖານ ຄະນະໜ່ວຍພັກອ້ອມຂ້າງທີ່ຂື້ນກັບ ພ້ອມດ້ວຍສະມາຊິກພັກ ໄດ້ເປັນເຈົ້າການຄົ້ນຄວ້າຮ່ໍາຮຽນ ເຊື່ອມຊຶມແນວທາງນະໂຍບາຍ ມະຕິຄໍາສັ່ງ ກົດລະບຽບຂອງພັກ ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ມະຕິຄໍາສັ່ງ ແລະ   ແຈ້ງການຕ່າງໆ  ເຮັດໃຫ້ສະມາຊິກພັກ-ພະນັກງານ  ມີຄຸນທາດການເມືອງໜັກ ແໜ້ນ ມີຄຸນສົມບັດສິນທໍາປະຕິວັດ ມີລະບຽບວິໄນ ເຊີດຊູຈິດໃຈເປັນເຈົ້າຕົນເອງ ມີຄວາມສາມັກຄີເປັນເອກະພາບຕໍ່ແນວທາງຂອງພັກ ມີອຸດົມການຍຶດໝັ້ນຈຸດໝາຍສັງຄົມນິຍົມ ຍຶດໝັ້ນ ແລະ ປະຕິບັດຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງພັກ ປະຕິບັດຕາມກົດລະບຽບຂອງພັກຢ່າງເຄັ່ງຄັດ ຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນ 9 ສະຫາຍ ຍິງ 6 ສະຫາຍ ເລື່ອນສະມາຊິກພັກສໍາຮອງຂື້ນສົມບຸນຈໍານວນ  13 ສະຫາຍ ຍິງ 8  ສະຫາຍ   ສາມາດຍາດໄດ້ໃບຢັ້ງຢືນເປັນໜ່ວຍພັກປອດໃສ  ເຂັ້ມແຂງ ໜັກແໜ້ນປະຈໍາປີຕິດຕໍ່ກັນ 2 ປີ.

    ຜ່ານການປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ອົງຄະນະພັກ ນວ ຕົກລົງເຫັນດີມອບໃບຢັ້ງຢືນ 8 ໜ່ວຍພັກຂື້ນກັບ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021.

    ໃນພິທີດັ່ງກ່າວ ຍັງໄດ້ຮັບຝັງການປາຖະກະຖາຊົມເຊີຍວັນສ້າງຕັ້ງລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 31 ປີ ແລະ ຫວນຄືນມູນເຊື້ອ 23 ສິງຫາ ຄົບຮອບ 47 ປີ ຂຶ້ນປາຖະກະຖາໂດຍສະຫາຍ ປອ ຊົງເລົ່າ ຢົງນູ ຄະນະປະຈຳພັກ ຫົວໜ້າຄະນະໂຄສະນາອົບຮົມ ນວ.

error: Content is protected !!