ສູນໂຄສະນາຂ່າວສານການສຶກສາ-ກີລາ ໄດ້ຮັບການຊ່ວຍເຫຼືອອຸປະກອນການຜະລິດວີດີໂອ

    ລັດຖະບານອົດສະຕຣາລີ ມອບອຸປະກອນການຜະລິດວີດີໂອໃຫ້ສູນໂຄສະນາຂ່າວສານການສຶກສາ-ກີລາ (ສຄຂ) ກະຊວງສຶກສາທິການ ແລະ ກີລາ (ສສກ) ທີ່ຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ)  ກະຊວງ ສສກ ໃນວັນທີ 12 ກັນຍາ 2022 ກ່າວມອບໂດຍທ່ານນາງ ແອນນາ ໄດຊັນ ເລຂາເອກສະຖານທູດອົດສະຕຣາລີ ປະຈຳລາວ ກ່າວຮັບໂດຍທ່ານ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ ແລະ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝາຍເຂົ້າຮ່ວມ.

    ອຸປະກອນທີ່ນຳມາມອບຄັ້ງນີ້ ປະກອບມີກ້ອງມິນເລີເລດສ໌ 1 ໜ່ວຍ ພ້ອມ ອະແດບເຕີ ແລະ ເລນ ເຄື່ອງກັນສັ່ນໂປຣ 1 ອັນ ແລະ ກ້ອງ ໂດຣນ 1 ໂຕ) ແລະ ອຸປະກອນສຽງ (ໄມໂຄຣໂຟນ 1 ໜ່ວຍ) ລວມທັງອຸປະກອນໄອທີ (ໂນດບຸກ 3 ເຄື່ອງ ຄອມພິວເຕີຕັ້ງໂຕະ 4 ເຄື່ອງ ຊັ້ນໃສ່ຮາດດິສ 1 ຊຸດ) ລວມມູນຄ່າທັງໝົດ 36.000 ໂດລາອົດສະຕຣາລີ ປະມານ 375 ລ້ານກີບ.

    ທ່ານ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການ ໄດ້ກ່າວວ່າ: ໃນນາມຂອງກະຊວງສຶກສາທິການ ແລະ ກີລາ ຂໍຂອບໃຈມາຍັງລັດຖະບານອົດສະຕາລີ ສຳລັບການສະໜັບສະໜູນຢ່າງຕໍ່ເນື່ອງ ອຸປະກອນຈະຖືກນຳໃຊ້ໂດຍພະແນກ ສວສ ສູນໂຄສະນາຂ່າວສານການສຶກສາ ແລະ ກີລາ (ສຄຂ) ເພື່ອຜະລິດວິດີໂອ ແລະ ສາລະຄະດີເພື່ອສະໜັບສະໜູນການປ່ຽນແປງໃນການປະຕິບັດການສອນ ແລະ ການຮຽນສຳລັບຫຼັກສູດຊັ້ນປະຖົມສະບັບປັບປຸງໃໝ່ ແລະ ຈະນຳໃຊ້ອຸປະກອນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ.  

    ທ່ານ ນາງ ແອນນາ ໄດຊັນ ໄດ້ສະແດງຄວາມຍິນດີກັບທີມງານ ສຄຂ ສຳລັບຄວາມຄືບໜ້າຂອງການສ້າງຄວາມເຂັ້ມແຂງຂອງແມ່ຍິງ ທ່ານກ່າວເນັ້ນວ່າ: ດີໃຈທີ່ເຫັນແມ່ຍິງໃນທີມງານ ປະຕິບັດໜ້າທີ່ ທັງຢູ່ໃນເບື້ອງໜ້າ ແລະ ເບື້ອງຫຼັງກ້ອງໃນການຖ່າຍທໍາ ເຮັດວຽກໃນຫ້ອງຕັດຕໍ່ວິດີໂອ ແລະ ບໍ່ພຽງແຕ່ ສຄຂ ເທົ່ານັ້ນ ແຕ່ຍັງລວມເຖິງຜູ້ປະສານງານ ຂໍຂອບໃຈກັບການນຳພາກະຊວງສສກ ແລະ ລັດຖະບານອົດສະຕຣາລີ ໄດ້ມີການຮ່ວມມືຢ່າງແໜ້ນແຟ້ນ ໃນການພັດທະນາຂະແໜງການສຶກສາ ລວມທັງການພັດທະນາວຽກງານການໂຄສະນາທີ່ກວ້າງຂວາງກັບ ສຄຂ ຂອງກະຊວງສຶກສາ ສສກ  ເພື່ອສະໜັບສະໜູນ ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມໃໝ່ໃຫ້ປະສົບຜົນສຳເລັດ.

    ໂອກາດນີ້ ທາງຄະນະຍັງໄດ້ລົງຢ້ຽມຊົມການປະຕິບັດໜ້າທີ່ຂອງທີມງານ ຢູ່ຫ້ອງປະຕິບັດງານຂອງສູນໂຄສະນາຂ່າວສານ ການສຶກສາ-ກີລາ ຕື່ມອີກ.

error: Content is protected !!