ວັນທີ 2 ມິຖຸນາ ຜ່ານມາ ຖືເປັນມື້ທຳອິດໄດ້ເລີ່ມນຳໃຊ້ມາດຕະການຜ່ອນຜັນໄລຍະທີ 3 ທີ່ລັດຖະບານໄດ້ອະນຸຍາດໃຫ້ກະຊວງສຶກສາທິການ ແລະ ກິລາ ແລະ ຂະແໜງອື່ນໆ ທີ່ມີໂຮງຮຽນ ຫຼື ສະຖາບັນການສຶກສາຂຶ້ນກັບ ເປີດໂຮງຮຽນຄືນໃນຊັ້ນໂຮງຮຽນລ້ຽງເດັກ ແລະ ອະນຸບານ ຊັ້ນຮຽນ ປ1-ປ4 ມ1-ມ3 ມ5-ມ6 ປີສຸດທ້າຍຂອງວິທະຍາໄລອາຊີວະສຶກສາ ວິທະຍາໄລຄູ ແລະ ມະຫາວິທະຍາໄລ ການຈັດເຝິກອົບຮົມ ຫຼື ຮຽນໄລຍະສັ້ນເປີດການຮຽນ-ການສອນຄືນໃໝ່ ສ່ວນຊັ້ນຮຽນອື່ນທີ່ຍັງເຫຼືອ ໃຫ້ເປີດເລີ່ມແຕ່ວັນທີ 15 ມິຖຸນາ 2020 ເປັນຕົ້ນໄປ.

ເພື່ອສືບຕໍ່ປ້ອງກັນພະຍາດນີ້ ບໍ່ໃຫ້ມີການລະບາດຮອບໃໝ່ເກີດຂຶ້ນໃນ ສປປ ລາວ ລັດຖະບານ ໄດ້ເນັ້ນໃຫ້ບັນດາສະຖາບັນການສຶກສາທັງພາກລັດ ແລະ ເອກກະຊົນ ສືບຕໍ່ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ມີບ່ອນລ້າງມືດ້ວຍນ້ຳສະອາດ ໃສ່ສະບູ ຫຼື ເຈວລ້າງມື ໃສ່ຜ້າອັດປາກ-ດັງ ແທກອຸນຫະພູມຮ່າງກາຍ ແລະ ອະນາໄມສະຖານທີ່ ຕາມຄຳແນະນຳຂອງຄະນະສະເພາະກິດວາງອອກ ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ອອກຄຳແນະນຳລະອຽດ ໃນການຈັດຕັ້ງປະຕິບັດຕົວຈິງ ເຊິ່ງວິທະຍາໄລລາວທ໋ອບ ກໍເປັນວິທະຍາໄລໜຶ່ງ ທີ່ໄດ້ເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.
ທ່ານ ອາຈານ ສົມປະສົງ ວົງຖາວອນ ຫົວໜ້າພະແນກກິດຈະການນັກສຶກສາ ວິທະຍາໄລລາວທ໋ອບ ໄດ້ກ່າວວ່າ: ເພື່ອກະກຽມເປີດຮຽນຄືນໃໝ່ໃນວັນທີ 2 ມິຖຸນານີ້ ທາງວິທະຍາໄລໄດ້ໃຫ້ຄວາມສຳຄັນ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ ດ້ວຍການຊີດພົ່ນຢາຂ້າເຊື້ອພະຍາດພາຍໃນຫ້ອງຮຽນ ແລະ ບ່ອນເຮັດວຽກຂອງພະນັກງານ ລວມທັງເດີນດ້ານນອກພາຍໃນວິທະຍາໄລ ເພື່ອຂ້າເຊື້ອພະຍາດກ່ອນເປີດຮຽນ ໃນວັນທີ 2 ມິຖຸນາ 2020 ໃນການເປີດຮຽນນັ້ນ ວິທະຍາໄລພວກເຮົາໄດ້ເປີດຮຽນສະເພາະແຕ່ຊັ້ນຮຽນປີທີ 3 ມີນັກສຶກສາຈຳນວນ 145 ຄົນ ສ່ວນຊັ້ນອື່ນໆແມ່ນຈະເປີດຮຽນຄືນໃນວັນທີ 15 ມິຖຸນາ ເຊິ່ງໃນລະຫວ່າງນີ້ ແມ່ນສືບຕໍ່ສອນຜ່ານອອນລາຍ.
ໃນການເປີດຮຽນຄືນໃນວັນທີ 2 ມິຖຸນານີ້ ທາງໂຮງຮຽນແມ່ນໄດ້ເນັ້ນປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດ ດ້ວຍການຮັກສາໄລຍະຫ່າງ ກວດວັດແທກອຸ່ນຫະພູມ ສະໜອງນ້ຳຢາລ້າງມື ຄູ-ອາຈານ ແລະ ນັກຮຽນທຸກຄົນ ແມ່ນຕ້ອງໃສ່ຜ້າອັດປາກ-ດັງ ແລະ ໃນການຮັກສາໄລຍະຫ່າງນີ້ ແມ່ນໄດ້ຈັດໃຫ້ນັກສຶກສານັ່ງຫ່າງກັນເວັ້ນຄົນລະຕັ່ງ.