ຈັນທະບູລີ ມີຜູ້ລະເມີດການຕໍ່ເທີບເງີບ ແລະ ສິ່ງກີດຂວາງ ໃສ່ເຂດສະຫງວນເສັ້ນທາງ 1.266 ກໍລະນີ

ຕະ­ຫຼອດ​ໄລ­ຍະ 5 ປີ­ຜ່ານ­ມາ ຈັນ­ທະ​ບູ​ລີ ໄດ້​ເອົາ­ໃຈ­ໃສ່​ຕໍ່​ວຽກ​ງານ​ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ ແລະ ການ​ແກ້​ໄຂ​ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ເຊັ່ນ: ໄດ້​ຮັບ​ການ​ບູ­ລະ­ນະ​ຍົກ​ລະ­ດັບ​ທາງ​ໃຫ້​ໄດ້​ມາດ­ຕະ­ຖານ ເປັນ­ຕົ້ນ​ແມ່ນ​ເສັ້ນ­ທາງ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ທາງ​ຫຼວງ​ຂອງ​ເມືອງ ທາງ​ຮ່ອມ ເສັ້ນ­ທາງ​ຂອງ ນວ ໄດ້​ສ້ອມ­ແປງ ແລະ ກໍ່­ສ້າງ​ທາງ​ປູ­ຢາງ 2 ເສັ້ນ ສ້ອມ­ແປງ​ເສັ້ນ­ທາງ​ເປ່​ເພ ກໍ່­ສ້າງ​ທາງ T6 ແຕ່​ບ້ານ​ຫ້ວຍ​ຫົງ ຫາ​ບ້ານ​ໜອງ​ພະ­ຍາ ມີ​ຄວາມ​ຍາວ 5,9 ກິ­ໂລ­ແມັດ ເສັ້ນ­ທາງ​ຫຼວງ​ຂອງ​ເມືອງ​ໄດ້​ຮັບ​ການ​ຍົກ​ລະ­ດັບ​ຈາກ​ທາງ​ປູ­ຢາງ ແລະ ທາງ​ດິນ​ແດງ ມາ​ເປັນ​ເສັ້ນ­ທາງ​ເບ​ຕົງ​ເສີມ​ເຫຼັກ ມີ 3 ເສັ້ນ ຄື: ເສັ້ນ­ທາງ​ແຕ່​ບ້ານ​ໜອງ​ທາ​ໃຕ້ ຫາ​ບ້ານ​ໂພນ​ສະ­ຫວ່າງ ທົ່ງ​ຂັນ​ຄຳ ຫາ​ສີ​ສະ­ຫວາດ ແລະ ສີ​ຫອມ ຍາວ 2 ກິ­ໂລ­ແມັດ ມູນ​ຄ່າ 23 ຕື້​ກວ່າ​ກີບ ຍົກ​ລະ­ດັບ​ທາງ​ດິນ​ແດງ​ເປັນ​ທາງ​ປູ­ຢາງ 2 ຊັ້ນ 1 ເສັ້ນ ແຕ່​ດອນ​ແດງ ຫາ​ໜອງ​ບົວ­ທອງ ຍາວ 987 ແມັດ ມູນ​ຄ່າ 4,97 ຕື້​ກີບ ສ້ອມ­ແປງ​ທາງ​ປູ­ຢາງ 9 ເສັ້ນ ສ້ອມ­ແປງ​ທາງ​ດິນ​ແດງ 2 ເສັ້ນ ສ້ອມ­ແປງ​ຂົວ​ເປ່​ເພ 1 ແຫ່ງ ສ້ອມ​ຮ່ອງ​ລະ­ບາຍ​ນ້ຳ​ແຄມ​ທາງ ຍາວ 52 ແມັດ ລວງ​ຮອງ​ນ້ຳ​ທຳ​ມະ​ຊາດ ເພື່ອ​ລະ­ບາຍ​ນ້ຳ​ອອກ​ຈາກ​ຕົວ​ເມືອງ ຍາວ 1,5 ກິ­ໂລ­ແມັດ.

ນອກ­ຈາກ​ນີ້ ເສັ້ນ­ທາງ​ຮ່ອມ​ຫຼາຍ​ເສັ້ນ ກໍ​ໄດ້​ຮັບ​ການ​ປັບ­ປຸງ ຍົກ​ລະ­ດັບ​ຈາກ​ທາງ​ດິນ​ແດງ​ມາ​ເປັນ​ທາງ​ເບ​ຕົງ ດ້ວຍ​ທຶນ​ຂອງ​ລັດ ແລະ ປະ­ຊາ­ຊົນ ຫົວ­ໜ່ວຍ​ທຸ­ລະ​ກິດ ພ້ອມ​ກັນ​ສ້າງ ໃນ​ນີ້ ທຶນ​ຂອງ​ລັດ 100% ມີ 3 ເສັ້ນ ມູນ​ຄ່າ 5,4 ຕື້​ກີບ ທຶນ​ປະ­ຊາ­ຊົນ ແລະ ຫົວ­ໜ່ວຍ​ທຸ­ລະ​ກິດ 100% ມີ 13 ບ້ານ 21 ເສັ້ນ ມູນ​ຄ່າ 5 ຕື້​ກວ່າ​ກີບ ທຽບ­ໃສ່​ປີ 2014 ເສັ້ນ ທາງ​ເບ​ຕົງ ເພີ່ມ​ຂຶ້ນ 11,9 ກິ­ໂລ­ແມັດ ເທົ່າ​ກັບ 37,77% ທາງ​ປູ­ຢາງ ເພີ່ມ​ຂຶ້ນ 1,3 ກິ­ໂລ­ແມັດ ເທົ່າ​ກັບ 2,10% ທາງ​ອັດ​ສະ​ຟານ ເພີ່ມ​ຂຶ້ນ 17,3 ກິ­ໂລ­ແມັດ ເທົ່າ​ກັບ 10,1% ທາງ​ດິນ​ແດງ ແລະ ທຳ​ມະ​ຊາດ​ຫຼຸດ​ລົງ 15 ກິ­ໂລ­ແມັດ ເທົ່າ​ກັບ 18,42% ການ​ສັນ­ຈອນ​ໄປ​ມາ​ສາ­ມາດ​ທຽວ​ໄດ້ 2 ລະ­ດູ ພ້ອມ​ນີ້ ການ​ກໍ່­ສ້າງ ແລະ ສຳ­ນັກ­ງານ ກໍ​ໄດ້​ຮັບ​ການ​ສ້ອມ­ແປງ ເປັນ­ຕົ້ນ ໄດ້​ສ້ອມ­ແປງ​ຫ້ອງ­ການ​ມີ 4 ໂຄງ­ການ ກໍ່­ສ້າງ​ເຮືອນ­ນອນ​ຄົນ​ໂສດ​ກອງ​ບັນ­ຊາ​ການ ປກສ ເມືອງ ກໍ່­ສ້າງ​ຫ້ອງ­ການ​ບ້ານ​ວັດ​ຈັນ ບ້ານ​ຂົວ​ຫຼວງ ກໍ່­ສ້າງ​ໂຮງ­ຮຽນ​ປະ­ຖົມ​ສີ​ບຸນ​ເຮືອງ ຫ້ອງ­ການ​ຄູ​ສອນ 1 ຫຼັງ.

ສຳ­ລັບ​ການ​ແກ້​ໄຂ​ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ໄລ­ຍະ​ຜ່ານ​ມາ ກໍ​ຄື​ປັດ­ຈຸ­ບັນ ໄດ້​ເອົາ­ໃຈ­ໃສ່​ແກ້​ໄຂ​ຄື​ກັບ​ວຽກ​ງານ​ອື່ນໆ ໂດຍ​ປະ­ຕິ­ບັດ​ຕາມ​ມະ­ຕິ​ຕົກ­ລົງ​ຂອງ​ອົງ­ການ​ປົກ­ຄອງ ນວ ກ່ຽວ​ກັບ​ແຜນ​ວຽກ ແລະ ມາດ​ຕະ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ວຽງ​ຈັນ​ສະ­ອາດ​ໄລ­ຍະ​ສະ­ເພາະ​ໜ້າ ແລະ ຮອດ​ປີ 2020 ຕາມ​ຂໍ້​ຕົກ­ລົງ​ຂອງ​ທ່ານ​ເຈົ້າ​ຄອງ ນວ ເຊິ່ງ​ໄດ້​ແຕ່ງ­ຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ ເພື່ອ​ລົງ​ເຄື່ອນ​ໄຫວ​ຈັດ​ສັນ​ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ແກ້​ໄຂ​ສິ່ງ​ປຸກ​ສ້າງ​ຕາມ​ຖະ­ໜົນ​ສາຍ​ຫຼັກ 11 ເສັ້ນ​ພາຍ​ໃນ​ເມືອງ ເຮັດ​ບົດ​ບັນ­ທຶກ ກ່າວ​ເຕືອນ ສຶກ​ສາ​ອົບ­ຮົມ ແລະ ໃຊ້​ມາດ­ຕະ­ຖານ​ຕໍ່​ຜູ້​ບໍ່​ປະ­ຕິ­ບັດ​ລະ­ບຽບ​ກົດ­ໝາຍ ສ້າງ​ບັນ­ຫາ​ຕໍ່​ສັງ­ຄົມ ຈຳ­ນວນ 6.779 ຄັ້ງ ໃນ​ນັ້ນ ແກ້​ໄຂ​ການ​ຈອດ​ລົດ​ຊະ­ຊາຍ ຈອດ​ຕາມ​ປ້າຍ​ຫ້າມ ແລະ ເຄື່ອງ­ໝາຍ​ຫ້າມ​ຈອດ 307 ກໍ­ລະ­ນີ ແກ້​ໄຂ​ການ​ຕັ້ງ​ຈວຍ ເອົາ​ຕັ່ງ ແລະ ປ້າຍ​ມາ​ວາງ​ໃສ່​ທາງ​ເປັນ​ຂອງ​ບຸກ­ຄົນ ອົງ​ການ­ຈັດ­ຕັ້ງ ເພື່ອ​ບໍ່​ໃຫ້​ລົດ​ຄັນ​ອື່ນ​ມາ​ຈອດ​ຕັນ​ໜ້າ​ຮ້ານ ໜ້າ​ເຮືອນ ມີ 124 ກໍ­ລະ­ນີ ແກ້​ໄຂ​ລົດ​ຂົນ­ສົ່ງ​ຫີນ-ຊາຍ​ດິນ ວັດ​ສະ​ດຸ​ກໍ່­ສ້າງ​ເຮັດ​ໃຫ້​ທາງ​ເປື້ອນ ມີ 203 ກໍ­ລະ­ນີ ແກ້​ໄຂ​ການ​ຕິດ​ຕັ້ງ​ປ້າຍ​ໂຄ­ສະ­ນາ​ຕ່າງໆ​ທີ່​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ ຕິດ­ຕາມ​ເສົາ​ໄຟ­ຟ້າ​ເຍືອງ​ທາງ ເສົາ​ໄຟ​ອຳ­ນາດ ເສົາ​ປ້າຍ​ຈະ­ລາ­ຈອນ 445 ປ້າຍ ແກ້​ໄຂ​ການ​ປຸກ​ສ້າງ ວາງ​ວັດ​ສະ​ດຸ​ໃສ່​ທາງ​ຍ່າງ ແລະ ບໍ່​ມີ​ສິ່ງ​ກັ້ງ​ບັງ 91 ກໍ­ລະ­ນີ ແກ້​ໄຂ​ການ​ຂາຍ­ເຄື່ອງ​ຊະ­ຊາຍ​ຕາມ​ແຄມ​ທາງ​ຄົນ​ຍ່າງ 4.325 ກໍ­ລະ­ນີ ເຊີນ​ເອົາ​ຜູ້​ທີ່​ບໍ່​ປະ­ຕິ­ບັດ​ຕາມ​ບົດ​ບັນ­ທຶກ​ກ່າວ​ເຕືອນ​ມາ​ສຶກ​ສາ​ອົບ­ຮົມ ເຮັດ​ບົດ​ບັນ­ທຶກ​ພ້ອມ​ທັງ​ປັບ​ໃໝ 252 ກໍ­ລະ­ນີ.

ລົງ​ເກັບ​ກຳ​ຂໍ້​ມູນ​ການ​ຕໍ່​ເທີບ​ເງີບ ແລະ ສິ່ງ​ກີດ­ຂວາງ​ຕ່າງໆ​ໃສ່​ເຂດ​ສະ­ຫງວນ​ຂອງ​ທາງ 8 ເສັ້ນ​ຄື ເສັ້ນ­ທາງ​ເສດ​ຖາ​ທິ​ລາດ ຟ້າ​ງຸ່ມ ສາມ​ແສນ​ໄທ ເຈົ້າ​ອະ­ນຸ­ວົງ ລ້ານ​ຊ້າງ ສຸ​ພາ­ນຸ​ວົງ ເຈົ້າ​ລາດ​ສະ​ວົງ ໂພນ​ຕ້ອງ-ດົງ​ໂດກ ມີ 1.266 ກໍ­ລະ­ນີ ແກ້​ໄຂ​ແລ້ວ 438 ກໍ­ລະ­ນີ ຄື: ແກ້​ໄຂ​ການ​ຕໍ່​ເທີບ​ເງີບ​ຢູ່​ຖະ­ໜົນ​ລ້ານ​ຊ້າງ ບ້ານ​ຫັດ­ສະ­ດີ ຖະ­ໜົນ​ເຈົ້າ​ອະ­ນຸ­ວົງ ເຂດ​ທົ່ງ​ຕູມ ພ້ອມ​ດຽວ​ກັນ​ນີ້ ກໍ​ໄດ້​ເອົາ­ໃຈ­ໃສ່​ແກ້​ໄຂ​ການ​ສັນ­ຈອນ​ແອ​ອັດ ໂດຍ​ໄດ້​ສົມ­ທົບ​ກັບ​ກອງ​ຕຳ­ຫຼວດ​ຈະ­ລາ­ຈອນ​ເມືອງ ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ພະ​ແນກ​ຈະ­ລາ­ຈອນ ນວ ປັບ­ປຸງ​ລະ­ບົບ​ໄຟ​ອຳ­ນາດ ແບ່ງ​ທາງ​ສັນ­ຈອນ ເປີດ​ກວ້າງ​ທາງ​ລ້ຽວ​ຂົວ ປັບ­ປຸງ​ລະ­ບົບ​ໄຟ​ອຳ­ນາດ 6 ຈຸດ ຕິດ​ຕັ້ງ​ໃໝ່ 5 ຈຸດ ວາງ​ແທ່ງ​ຄອນ​ກຼີດ 5 ຈຸດ ເປີດ​ທາງ​ລ້ຽວ​ຂົວ 3 ຈຸດ ເປີດ​ໂຄ້ງ 5 ຈຸດ ມາ​ຮອດ​ປັດ­ຈຸ­ບັນ ເຫັນ​ວ່າ­ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຕາມ​ເສັ້ນ­ທາງ​ສາຍ​ຫຼັກ ແລະ ການ​ສັນ­ຈອນ​ໄປ​ມາ ມີ​ຄວາມ​ສະ­ດວກ​ສະ­ບາຍ​ໂດຍ​ພື້ນ­ຖານ.

error: Content is protected !!