ເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ

    ໃນວັນທີ 12 ກັນຍາ 2022 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ໃນນາມເປັນກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ກອງເລຂາ ປພຍ ແຫ່ງຊາດ) ຮ່ວມກັບສະພາແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍການເປັນປະທານຮ່ວມຂອງທ່ານ ດຣ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ ແລະ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ມີຜູ້ເຂົ້າຮ່ວມຈາກບັນດາກະຊວງ ຂະແໜງການ ແລະ ບັນດາກົມກອງອ້ອມຂ້າງສະພາແຫ່ງຊາດ.

    ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທຶນຮອນຈາກອົງການ UNICEF ປະຈໍາ ສປປ ລາວ ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ເພື່ອສືບຕໍ່ເຜີຍແຜ່ ແລະ ສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໃຫ້ແກ່ພະນັກງານ ລັດຖະກອນໃນບັນດາກົມກອງຂອງສະພາແຫ່ງຊາດ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້ຮັບຊາບ ພ້ອມດຽວກັນນີ້ ເພື່ອສ້າງເຄືອຂ່າຍການປະສານງານ ແລະ ການຮ່ວມມືລະຫວ່າງຄະນະຈຸດປະສານງານ ປພຍ ກັບສະພາແຫ່ງຊາດ ພ້ອມທັງເປັນການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານໃນການຈັດຕັ້ງປະຕິບັດ ປພຍ ແລະ ວຽກງານການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນຕໍ່ໜ້າ.

    ໂອກາດນີ້ ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ກ່າວວ່າ: ເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ ແມ່ນຄໍາໝາຍໝັ້ນສັນຍາຂອງວົງຄະນາຍາດສາກົນ ສ້າງຂຶ້ນມາໂດຍການມີສ່ວນຮ່ວມຂອງບັນດາປະເທດສະມາຊິກ ແລະ ທຸກປະເທດກໍໃຫ້ການຮັບຮອງເອົາ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະພ້ອມກັນປະຕິບັດເປົ້າໝາຍດັ່ງກ່າວ ໂດຍແນໃສ່ການແກ້ໄຂບັນຫາຄວາມທຸກຍາກໄປພ້ອມໆກັບການພັດທະນາທາງດ້ານເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ການພັດທະນາແບບຍືນຍົງ ໄດ້ກາຍເປັນພື້ນຖານທີ່ສໍາຄັນຂອງທຸກປະເທດໃນໂລກ ເຊິ່ງການພັດທະນາໃນປັດຈຸບັນ ຈະຕ້ອງບໍ່ໄປບັ່ນທອນໂອກາດ ແລະ ຄວາມສາມາດໃນການພັດທະນາຂອງຄົນiຮຸ່ນຫຼັງ ກໍຄືລູກຫຼານຂອງເຮົາໃນອະນາຄົດ ນັບແຕ່ການປະກາດຮັບຮອງເອົາວາລະຂອງສາກົນດັ່ງກ່າວໃນປີ 2015 ສປປ ລາວ ມີຄວາມໝາຍໝັ້ນອັນແຮງກ້າ ໃນການຈັດຕັ້ງປະຕິບັດວາລະຂອງສາກົນດັ່ງກ່າວ ໂດຍຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດໃນແຕ່ລະໄລຍະທີ່ມີການເຊື່ອມສານ ປພຍ ເຂົ້າໃສ່ນໍາ.

    ພ້ອມດຽວກັນນີ້ ສະພາແຫ່ງຊາດ ກໍເປັນອົງການຈັດຕັ້ງລັດໜຶ່ງທີ່ສໍາຄັນໃນການປະກອບສ່ວນເຂົ້າວຽກງານການ ຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ກໍຄືແຜນພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະ ໂດຍສະເພາະ ສະພາແຫ່ງຊາດ ມີບົດບາດສໍາຄັນໃນຖານະອົງການນິຕິບັນຍັດໃນການສ້າງ ແລະ ຮັບຮອງເອົາບັນດານິຕິກໍາ ໃຫ້ສັດຕະຍາບັນ ແລະ ນະໂຍບາຍຕ່າງໆທີ່ຈໍາເປັນ ເພື່ອນໍາເອົາວາລະຂອງສາກົນມາຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ພ້ອມທັງເປັນຜູ້ອະນຸມັດງົບປະມານຂອງລັດເພື່ອໃຫ້ສອດຄ່ອງກັບບູລິມະສິດການພັດທະນາຂອງປະເທດ ນອກຈາກນີ້ ກໍມີບົດບາດໃນການຕິດຕາມກວດກາບັນດາແຜນງານໂຄງການ ແລະ ກິດຈະກໍາຕ່າງໆຂອງລັດຖະບານໃນແຕ່ລະໄລຍະ.

error: Content is protected !!