ກອງປະຊຸມປະຈຳໄຕມາດ 3 ປີ 2022 ຂອງກອງເລຂາໂພຊະນາການຂັ້ນເມືອງ

    ກອງປະຊຸມ ປະຈຳໄຕມາດ 3 ປີ 2022 ຂອງກອງເລຂາໂພຊະນາການຂັ້ນເມືອງ ຊະນະຄາມ ແຂວງວຽງຈັນ ຈັດຂຶ້ນວັນທີ 13 ກັນຍາ 2022 ຢູ່ທີ່ຫ້ອງການສາທາລະນະສຸກເມືອງດັ່ງກ່າວ ເປັນປະທານຂອງທ່ານ ໂພຄຳ ແສງລະດີ ຫົວໜ້າຫ້ອງການສາທາລະນະສຸກເມືອງຊະນະຄາມ ມີທ່ານ ບຸນຊ່ວງ ວັນສີ ຮອງເຈົ້າເມືອງຊະນະຄາມ ຜູ້ຊີ້ນຳວຽກງານເສດຖະກິດ ວັດທະນະທຳ-ສັງຄົມ ພ້ອມດ້ວຍຄະນະກຳມະການ ກອງເລຂາໂພຊະນາການຂັ້ນເມືອງເຂົ້າຮ່ວມ.

     ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືການແກ້ໄຂບັນຫາດ້ານໂພຊະນາການຮ່ວມກັນໃຫ້ບັນລຸຕາມວຽກງານທີ່ຄະນະກຳມະການກອງເລຂາໄດ້ກຳນົດໄວ້ ເຊິ່ງກອງປະຊຸມໄດ້ຮັບຟັງການລາຍງານວຽກງານທີ່ມີຜົນສຳເລັດວຽກໂພຊະນາການປະຈຳໄຕມາດ 3 ປີ 2022 ຂອງກອງເລຂາໂພຊະນາການຂັ້ນເມືອງເຊັ່ນ: ໄດ້ໃຫ້ສະໜອງອາຫານໃຫ້ແມ່ຍິງຖືກພາ ສົ່ງເສີມການລ້ຽງລູງດ້ວຍນົມແມ່ ສ້າງຄວາມແຂງລະບົບນໍ້າສະອາດ ການສົ່ງເສີມການປູກພືດແບບຫຼາກຫຼາຍຊະນິດໃຫ້ຄຸ່ນຄ່າ ສົ່ງເສີມການຜະລິດຊິ້ນສັດທີ່ມີທາດໂປຕິນ ສົ່ງເສີມການປຸງແຕ່ງຜົນຜະລິດກະສິກຳ ເຊື່ອມສານໃນການນໍາໃຊ້ຫຼັກສູດຂອງການຮຽນ-ການສອນ ພ້ອມນີ້ຍັງໄດ້ກຳນົດທິດທາງແຜນການປະຈຳໄຕມາດ 4 ເປັນຕົ້ນ ເກັບກຳເດັກບໍ່ມີໂອກາດໃນການກັ່ນຕອງໂພສະນາການແຕ່ລະບ້ານ ຊຸກຍູ້ບ້ານທີ່ຂາດສານອາຫານ ລົງກວດກາບັນດາຮ້ານຂາຍເຄື່ອງພາຍໃນໂຮງຮຽນໃຫ້ໄດ້ໝົດທຸກໂຮງຮຽນ ຄຸ້ມຄອງຮັບຄໍ້າປະກັນສະບຽງອາຫານ ແລະຄວາມປອດໄພຂອງອາຫານ.

# ພາບ-ຂ່າວ : ເມືອງຊະນະຄາມ ແຂວງວຽງຈັນ

error: Content is protected !!