ຮອງປະທານປະເທດ ເຂົ້າເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ສົມເດັດ ພຣະຣາຊິນີ ເອລິຊາເບັດ ທີ II

      ວັນທີ 12 ກັນຍາ 2022, ທີ່ ສະຖານເອກອັກຄະລັດຖະທູດອັງກິດ ປະຈຳ ສປປ ລາວ, ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໃນນາມຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າເຊັນປຶ້ມໄຫວ້ອາໄລ ຕໍ່ການເສຍຊີວິດຂອງ ສົມເດັດ ພຣະຣາຊິນີ ເອລິຊາເບັດ ທີ II ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ເຊິ່ງມີເນື້ອໃນດັ່ງລຸ່ມນີ້:

    “ພວກຂ້າພະເຈົ້າ ມີຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮູ້ຂ່າວວ່າ ສົມເດັດພຣະຣາຊິນີ ເອລິຊາເບັດ ທີ II ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ກັນຍາ 2022.

    ໃນນາມຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກຈາກໃຈຈິງ ມາຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຕະຫຼອດເຖິງ ສົມເດັດພຣະບໍຣົມ ວົງສານຸວົງທຸກພຣະອົງ ສຳລັບການສູນເສຍອັນຍິ່ງໃຫ່ຍ ໃນຄັ້ງນີ້. ພຣະຣາຊິນີ ເອລິຊາເບັດ ທີ II ເປັນປະມຸກລັດທີ່ແສນເຄົາລົບຮັກ ທັງເປັນຜູ້ນຳເພດຍິງທີ່ເປັນແບບຢ່າງທີ່ດີເລີດໃຫ້ບັນດາການນຳເພດຍິງໃນທົ່ວໂລກ ທີ່ໄດ້ອຸທິດຊີວິດຕົນເອງ ເພື່ອຮັບໃຊ້ປະຊາຊົນອັງກິດ ແລະ ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ ຕະຫຼອດໄລຍະ 70 ປີ ທີ່ພຣະອົງ ຄອງຣາຊະບັນລັງ ແລະ ຍັງໄດ້ປະກອບສ່ວນອັນສໍາຄັນ ໃຫ້ແກ່ການຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງ  ເໜືອ.

    ຂໍໃຫ້ດວງວິນຍານ ຂອງ ສົມເດັດ ພຣະຣາຊີນີ ເອລິຊາເບັດ ທີ II ຈົ່ງໄປສູ່ສຸຈະຕິ.”

error: Content is protected !!