ລາວ-ມາເລເຊຍ ສືບຕໍ່ເສີມຂະຫຍາຍການຮ່ວມພັດທະນາວຽກງານ ຂະແໜງການສຶກສາ

    ໃນວັນທີ 12 ກັນຍາ 2022 ທີ່ກະຊວງສຶກສາທິການ ແລະ ກີລາ (ສສກ) ທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຕ້ອນຮັບຄະນະຜູ້ແທນຈາກປະເທດມາເລເຊຍ ນຳໂດຍ ສົມເດັດ Tuanku Syed Faizuddin Putra Ibmi Tuanku Syed SiraJuddin Jamalullail ອົງມົງກຸດ ແຫ່ງລັດເປີລິດສ໌ ປະເທດມາເລເຊຍ ປະທານມະຫາວິທະຍາໄລມາເລເຊຍເປີລິດສ໌ ພ້ອມດ້ວຍຄະນະສະພານັກສຶກສາ (UNIMAP) ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

    ໂອກາດນີ້ ທ່ານ ຮສ ປອ ພຸດ ສິມມາລາວົງ ໄດ້ກ່າວຕ້ອນຮັບທາງຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວຄັ້ງນີ້ ພ້ອມສະແດງຄວາມຂອບໃຈຕໍ່ສາຍພົວພັນຮ່ວມມືທາງດ້ານດານສຶກສາ ໃນໄລຍະຜ່ານມາ ເຊິ່ງທາງມາເລເຊຍໄດ້ໃຫ້ການສະໜັບສະໜູນທາງດ້ານການພັດທະນາຊັບພະຍາກອນ ມະນຸດຫຼາຍຢ່າງ ເຊິ່ງການເດີນທາງມາຄັ້ງນີ້ ຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະ ຫຍາຍສາຍພົວພັນຮ່ວມມືລະຫວ່າງສອງປະເທດ ເວົ້າລວມ ເວົ້າສະເພາະແມ່ນໃນຂະແໜງການສຶກສາ ຂອງລາວໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

    ໂອກາດນີ້ ທານ ສົມເດັດ Tuanku Syed Faiwddin Putra Ibmi Tuanku Syed SiraJuddin Jamalullail ໄດ້ກ່າວສະແດງຄວາມຂອງໃຈມາຍັງທ່ານລັດຖະມົນຕີກະຊວງ ສສກ ແລະ ຄະນະນຳຂອງ ກະຊວງ ໄດ້ສະຫຼະເວລາໃຫ້ການຕ້ອນຮັບອັນອົບອຸ່ນຄັ້ງນີ້ ພ້ອມລາຍງານຈຸດປະສົງໃນການເດີນທາງມາຢ້ຽມ ແລະ ເຮັດວຽກຢູ່ ສປປ ລາວຄັ້ງນີ້ ເຊິ່ງປະເທດມາເລເຊຍ ແລະ ສປປ ລາວ ແມ່ນມີມູນເຊື້ອສາຍພົວ ພັນຮ່ວມມືທີ່ດີມາແລ້ວ ໂດຍສະເພາະ ໃນຂົງເຂດການສຶກສາ ໂອກາດນີ້ ຈະເປັນຊ່ອງທາງໜຶ່ງໃນການສຶກສາ ແລກປ່ຽນບົດຮຽນໃນຂະແໜງການສຶກສາ ເພື່ອຮ່ວມພັດທະນາວຽກງານໃນຂະແໜງການສຶກສາໃຫ້ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

    ການເດີນທາງຂອງທາງຄະນະຜູ້ແທນໃນຄັ້ງນີ້ ຍັງຈະໄດ້ຢ້ຽມຢາມຄະນະນໍາ ແລະ ເຮັດວຽກກັບພາກສ່ວນທີ່ກ່ຽວຂ້ອງຂອງກະຊວງສຶກສາທິການ ແລະ ກີລາ ເປັນຕົ້ນ ພົບປະເຮັດວຽກກັບທ່ານ ຮສ ປອ ອຸດົມ ພອນຄໍາເພັງ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ແລະ ພົບປະເຮັດວຽກກັບທ່ານ ຮສ ວິໄຊ ຈັນສະຫວ່າງ ອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ຕຶ່ມອີກ.

error: Content is protected !!