ຫຼາຍກວ່າ 11 ຍີ່ຫໍ້ດັງ ເຂົ້າຮ່ວມງານ Ploy Lifestyle Grand Opening.

    ງານ Ploy Lifestyle Grand Opening ຈັດຂຶ້ນວັນທີ 7-12 ກັນຍາ 2022 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ພາຍໃນງານ ໄດ້ຮວບຮວມເອົາສິນຄ້າຊັ້ນແນວໜ້າຫຼາຍກວ່າ 11 ຍີ່ຫໍ້ດັງ ມາຈຳໜ່າຍ ພ້ອມກັບສ່ວນຫຼຸດເຖິງ 70% ແລະ ແຈກຂອງແຖມຕ່າງໆມາໄວ້ໃນງານນີ້ ໃຫ້ທຸກທ່ານໄດ້ເລືອກຊື້ກັນທີ່ສູນການຄ້າວຽງຈັນເຊັນເຕີ Event Hall ຊັ້ນ 1 ແລະ ພິເສດ ໃນວັນທີ 10 ກັນຍາ 2022 ຜ່ານມາ ງານດັ່ງກ່າວໄດ້ມີການສະແດງຮ້ອງເພງ ແລະ ເດີນແບບແຟຊັ່ນຈາກນັກເດີນແບບລາວ ແລະ ໄທ.

    ເຂົ້າຮ່ວມງານຄັ້ງນີ້ ມີທ່ານ ສັກນະຣົງ ຈິນານຸວັດທະນາ ຈາກບໍລິສັດ ເຈແຟມີລີ່ເທຣດດິ້ງ ຈຳກັດ ຜູ້ດຽວ ທ່ານ ເຈນຈິລາ ຈິນານຸວັດທະນາ ຮ້ານ pop ploy shop ທ່ານ ຊູປໍຣ ຫົວໜ້າຄະນະບໍລິຫານຝ່າຍພັດທະນາເສດຖະກິດ ສູນການຄ້າວຽງຈັນເຊັນເຕີ ແລະ ຕຶກສໍານັກງານ ທ່ານ ອະພິຊາດ ສະຫວັດມົງຄົນ ຜູ້ຊ່ວຍອໍານວຍການສູນການຄ້າວຽງຈັນເຊັນເຕີ ພ້ອມຜູ້ບໍລິຫານຈາກບໍລິສັດຕ່າງໆເຂົ້າຮ່ວມ.

    ພາຍໃນງານ ມີສິນຄ້າຫຼາຍປະເພດເຂົ້າຮ່ວມ ເຊັ່ນ:EP ESP ESPADA ເປັນຍີ່ຫໍ້ຂອງຄົນໄທ ຂາຍເສື້ອຜ້າທ່ານຍິງ-ຊາຍ ມີຈຸດໂດດເດັ່ນທີ່ຕອບສະໜອງຄວາມຕ້ອງການຂອງລູກຄ້າໄດ້ຫຼາຍຮູບແບບ ແລະ ເໝາະສົມກັບກິດຈະກໍາການໃຊ້ຊີວິດແບບງ່າຍໆ ບໍ່ວ່າຈະເປັນຊຸດແຕ່ງກາຍສຳລັບໄປເຮັດວຽກ ຫຼື ແຕ່ງກາຍເພື່ອອອກໄປທ່ຽວສັງສັນ ຫຼື ຈະເປັນການແຕ່ງຕົວຕາມຄວາມຕ້ອງການ Baoji ເປັນຍີ່ຫໍ້ເກີບຫຼາຍຊະນິດ ເຊັ່ນ: ເກີບແຟຊັ່ນ ເກີບກີລາ ແລະ ອື່ນໆ ເປັນເກີບມີດອກຢາງທີ່ຍຶດເກາະໄດ້ດີ ມີການຕັດຫຍິບດ້ວຍຜ້າໃບທີ່ມີຄຸນນະພາບ ສາມາດໃສ່ໄດ້ທົນທານເປັນເວລາຫຼາຍປີ John Henry ຍີ່ຫໍ້ເສື້ອຜ້າທ່ານຊາຍຂອງຊາວອາເມລິກາ ເປັນຍີ່ຫໍ້ທີ່ໃສ່ສະບາຍ ມີຄວາມລຽບງ່າຍສະຫງ່າງາມ ເນື້ອຜ້ານຸ້ມນວນຊວນສຳຜັດ ມີທັງເສື້ອຍືດ ເສື້ອເຊີດ ພ້ອມທັງເສື້ອຜ້າອີກຫຼາຍແບບໃຫ້ທ່ານໄດ້ເລືອກຊື້ ແລະ ສິນຄ້າ ອື່ນໆ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!