ນະຄອນຫຼວງວຽງຈັນ ແລະ ສະຖານເອກອັກຄະລັດຖະທູດແຫ່ງປະເທດຮົງກາຣີ ປູກຕົ້ນໄມ້ມິດຕະພາບ.

    ພິທີປູກຕົ້ນໄມ້ມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ປະເທດຮົງກາຣີ ຄົບຮອບ 60 ປີ (12/09/1962-12/09/2022) ຈັດຂຶ້ນວັນທີ 12 ກັນຍາ 2022 ທີ່ສວນສາທາລະນະເຈົ້າອານຸວົງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມໃນພິທີ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ຊານດໍ້ ຊີໂພສ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງປະເທດຮົງກາຣີ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຫົວໜ້າພະແນກ ທ່ານເຈົ້າເມືອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

    ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ:  ຕາງໜ້າໃຫ້ຄະນະພັກ ອົງການປົກຄອງນະຄອນຫຼວງວຽງຈັນ ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ຍິນດີເປັນຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ມິດຕະພາບ ເຊິ່ງເປັນກິດຈະກຳທີ່ມີຄວາມໝາຍຄວາມສຳຄັນ ຖືເປັນການປະກອບສ່ວນສຳຄັນເຂົ້າໃນການສະເຫຼີມສະຫຼອງວັນສ້າງ¬ຕັ້ງສາຍພົວພັນການທູດລາວ-ຮົງກາຣີ ຄົບຮອບ 60 ປີ ເຊິ່ງຈັດຂຶ້ນໂດຍການຮ່ວມມືຂອງກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນ ແລະ ສະຖານເອກອັກຄະລັດຖະທູດແຫ່ງປະເທດຮົງກາຣີ.

    ຕະຫຼອດໄລຍະເວລາ 60 ປີຜ່ານມາ ຕັ້ງແຕ່ມີການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ການພົວພັນ ແລະ ຮ່ວມມືລາວ ແລະ ຮົງກາຣີ ໄດ້ຜ່ານຜ່າໄລຍະເວລາອັນລະອິດລະອ້ຽວ ໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງ ສອງປະເທດໄດ້ມີການຮ່ວມມືທາງດ້ານການເມືອງ ເສດຖະກິດ ວັດທະນະທຳ-ສັງຄົມ ແລະ ອື່ນໆ ອັນໄດ້ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດມີບັນຍາກາດ ແລະ ທ່ວງທ່າໃໝ່ ທັງເປັນພື້ນຖານເພື່ອກ້າວໄປສູ່ການຍົກລະດັບການພົວພັນຮ່ວມມື ລາວ-ຮົງກາຣີ ໃນອະນາຄົດໃຫ້ເປັນຮູບປະທຳ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດຢ່າງແທ້ຈິງ.

    ສຳລັບນະຄອນຫຼວງວຽງຈັນ ກັບນະຄອນຫຼວງບູດາເປດ ໄດ້ມີການເຊັນບົດບັນທືກຄວາມເຂົາໃຈກ່ຽວກັບການສ້າງຕັ້ງນະຄອນມິດຕະພາບຮ່ວມກັນໃນວັນທີ 22 ມີຖຸນາ 2016 ເຊິ່ງສອງນະຄອນໄດ້ມີການພົວພັນຮ່ວມມືກັນມາເປັນເວລາ 6 ປີ ໃນການກຳນົດຫຼັກການຮ່ວມມື ເພື່ອຈຸດປະສົງການເພີ່ມທະວີສາຍພົວພັນມິດຕະພາບແບບເພື່ອນມິດລະຫວ່າງສອງນະຄອນ ໂດຍເລີ່ມຈາກການແລກປ່ຽນບົດຮຽນ ແລະ ແລກປ່ຽນຄວາມຮູ້ ແລະ ປະສົບການໃນຂົງເຂດການຄຸ້ມຄອງບໍລິຫານຕົວເມືອງ ແລະ ດ້ານສາທາລະນະປະໂຫຍດ ສົ່ງເສີມການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ການອະນຸຮັກມໍລະດົກທາງດ້ານປະຫວັດສາດ ແລະ ວັດທະນະທຳ ສົ່ງເສີມທາງດ້ານເສດຖະກິດ ແລະ ການຄ້າ ຕະຫຼອດໄລຍະເ¬ລາຜ່ານມາ 2 ນະຄອນ ໄດ້ພົວພັນຮ່ວມມືກັນດ້ວຍດີຕະຫຼອດມາ ໂດຍສະເພາະ ໄດ້ມີການຮ່ວມມືກັນໃນວຽກງານບໍາບັດນໍ້າເປື້ອນ ເຊິ່ງນະຄອນຫຼວງວຽງຈັນ ກໍໄດ້ຮັບເງິນກູ້ຢືມດ້ວຍອັດຕາດອກເບ້ຍຕໍ່າຈາກລັດຖະບານຮົງກາຣີ ເພື່ອນໍາໃຊ້ເຂົ້າໃນໂຄງການບໍາບັດນໍ້າເປືອນຄົວເຮືອນ ແລະ ກໍາລັງດຳເນີນການຈັດຕັ້ງປະຕິບັດໃນປັດຈຸບັນ.

     ສຳລັບພິທີປູກຕົ້ນໄມ້ມິດຕະພາບໃນມື້ນີ້ ພວກເຮົາໄດ້ນໍາເອົາຕົ້ນໄມ້ດູ່ຈໍານວນ 1 ຕົ້ນ ປູກຢູ່ສວນສາທາລະນະເຈົ້າອານຸວົງແຫ່ງນີ້ ເພື່ອປູກຮ່ວມກັນໃຫ້ເປັນສັນຍະລັກຂອງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຮົງກາຣີ ຄົບຮອບ 60 ປີ ລະຫວ່າງນະຄອນຫຼວງວຽງຈັນ ແລະ ສະຖານເອກອັກຄະລັດຖະະທູດແຫ່ງປະເທດຮົງກາຣີ ຕົ້ນໄມ້ດັ່ງກ່າວ ເປັນຕົ້ນໄມ້ຢືນຕົ້ນທີ່ມີອາຍຸຍາວນານ ເພື່ອໃຫ້ຄົນຮຸ່ນຫຼັງທີ່ໄດ້ມາທ່ຽວຊົມ ແລະ ອອກກໍາລັງກາຍຢູ່ສະຖານທີ່ແຫ່ງນີ້ ໄດ້ເຫັນ ແລະ ຮູ້ວ່ານີ້ແມ່ນສັນຍາລັກແຫ່ງການພົວພັນ ແລະ ຮ່ວມມືລະຫວ່າງ 2 ປະເທດຂອງພວກເຮົາ ພາຍຫຼັງທີ່ປູກໄປແລ້ວ ພວກຂ້າພະເຈົ້າມອບໃຫ້ເມືອງຈັນທະບູລີ ແລະ ອົງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເປັນຜູ້ບົວ ລະບັດຮັກສາໃຫ້ຕົ້ນໄມ້ດູ່ນີ້ໃຫ້ເຕີບໃຫຍ່ ແລະ ງອກງາມເປັນຢ່າງດີ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!