ກະກຽມປະເມີນຮອບດ້ານ ວຽກງານຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຄັ້ງທີ II

    ກອງປະຊຸມການປະເມີນຮອບດ້ານ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈັດຂຶ້ນວັນທີ 12 ກັນຍາ 2022 ທີ່ຫ້ອງປະຊຸມຕະຫຼາດຫຼັກຊັບລາວ ເປັນປະທານຂອງທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຄະນະສະເພາະກິດຊີ້ນຳການກະກຽມການປະເມີນຮອບດ້ານວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ຄັ້ງທີ II ມີຄະນະສະເພາະກິດ ບັນດາຄະນະອະນຸກໍາມະການທີ່ມາຈາກກະຊວງກ່ຽວຂ້ອງ ແລະ ປະເທດສະມາຊິກເຂົ້າຮ່ວມ.

    ການປະເມີນຜົນຮອບດ້ານ ວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແມ່ນປະເມີນຕາມມາດຕະຖານຂອງອົງການຕ້ານການຟອກເງິນສາກົນ ໃນຮູບແບບການກວດກາທາງດ້ານເອກະສານ “40 ຂໍ້ແນະນໍາ (ລວມມີ 247 ຂໍ້ຍ່ອຍ) ກ່ຽວກັບການສ້າງນິຕິກໍາ ແລະ ກົນໄກການປະຕິບັດວຽກງານວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ 11 ປະສິດທິຜົນ (ລວມມີ 55 ຂໍ້ຍ່ອຍ) ກ່ຽວກັບການສະແດງໃຫ້ເຫັນປະສິດທິຜົນຂອງການຈັດຕັ້ງປະຕິບັດກົດໝາຍທີ່ມີກ່ຽວກັບການຢັ້ງຢືນດ້ວຍສະຖິຕິ ແລະ ກໍລະນີສຶກສາກ່ຽວກັບວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ ສປປ ລາວ ສາມາດຈັດຕັ້ງໄດ້ໃນໄລຍະຜ່ານມາຕາມມາດຕະຖານສາກົນ ແລະ ການປະເມີນຜ່ານການລົງກວດກາຕົວຈິງຂອງຄະນະປະເມີນຈາກສາກົນ.

    ຜົນການປະເມີນຂອງກຸ່ມອາຊີປາຟີຊີກ ເພື່ອຕ້ານການຟອກເງິນ (APG) ປະກອບດ້ວຍ 4 ລະດັບຄື:

  • ຕິດຕາມປົກກະຕິ
  • ຕິດຕາມແບບໃກ້ຊິດ
  • ຕິດຕາມແບບໃກ້ຊິດ ແລະ
  • ເຂັ້ມງວດ

    ບັນຊີສີເທົາ (ຕິດຕາມຈາກ ICRG) ເຊິ່ງຜົນການປະເມີນແຕ່ລະລະດັບ ຈະມີຜົນກະທົບທາງດ້ານການເມືອງ ແລະ ເສດຖະກິດ ຕາມແຕ່ລະລະດັບທີ່ແຕກຕ່າງກັນ ໄລຍະຜ່ານມາ ສປປ ລາວ ໄດ້ຮັບການປະເມີນຜົນຮອບດ້ານຄັ້ງທີ I ໃນປີ 2010 ຜົນການປະເມີນໄລຍະດັ່ງກ່າວ ເຫັນວ່າ ສປປ ລາວ ບໍ່ສາມາດປະຕິບັດໄດ້ 40+9 ຂໍ້ແນະນຳ (ແບບເກົ່າ) ຕາມມາດຕະຖານຂອງອົງການ FATF ເຮັດໃຫ້ ສປປ ລາວຕົກຢູ່ໃນບັນຊິຕິດຕາມ (ບັນຊີເທົາ) ປີ 2013-2017 ທາງດ້ານການເມືອງເຮັດໃຫ້ພາບພົດປະເທດຖືກຈັດເຂົ້າກຸ່ມປະເທດທີ່ມີຄວາມສ່ຽງສູງໃນການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທາງດ້ານເສດຖະກິດ ຄູ່ຮ່ວມງານທາງເສດຖະກິດລະງັບການຮ່ວມມື ທະນາຄານຕົວແທນຍົກເລີກການຮ່ວມມືກັບທະນາຄານທຸລະກິດ ບໍ່ສາມາດເຮັດທຸລະກຳກັບຕ່າງປະເທດໄດ້ ເຖິງຢ່າງໃດກໍຕາມ ຍ້ອນໄດ້ຮັບການຊີ້ນຳຈາກຂັ້ນເທິງ ແລະ ການຮ່ວມມືຂອງທຸກພາກສ່ວນທີ່ກ່ຽວຂ້ອງ ສປປ ລາວ ໄດ້ດຳເນີນການແກ້ໄຂຂໍ້ຄົງຄ້າງຕາມມາດຕະຖານຂໍ້ແນະນໍາ ຖືກກວດກາ ແລະ ທົບທວນຄືນຈາກກຸ່ມທົບທວນການຮ່ວມມືສາກົນ ສະນັ້ນ ສປປ ລາວ ສາມາດອອກຈາກບັນຊີຕິດຕາມ (ບັນຊີເທົາ) ໃນກາງປີ 2017.

.

# ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!