ກາແດງແຫ່ງຊາດລາວ-ສິງກະໂປ ສືບຕໍ່ຜັນຂະຫຍາຍການຮ່ວມມື

    ລະຫວ່າງວັນທີ 9-10 ກັນຍາ 2022 ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ຄັ້ງທີ 7 ວຽກງານກາແດງທີ່ປະເທດສິງກະໂປ ໂດຍມີທ່ານ ດຣ ວີວານ ບຮາລາກິດສຮານ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ເປັນກຽດເຂົ້າຮ່ວມ ແລະ ກ່າວໄຂກອງປະຊຸມ ເຊິ່ງມີບັນດາຜູ້ແທນຈາກຄະນະກຳມະການກາແດງສາກົນ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນປະຈຳພາກພື້ນ ຕົວແທນຈາກກາແດງອິນເດຍ ມົງໂກລີ ແລະ ບັນດາກາແດງຈາກປະເທດອາຊີຕາເວັນອອກສ່ຽງໃຕ້ເຂົ້າຮ່ວມ.

    ປະຊຸມມື້ທີ່ໜຶ່ງ ໄດ້ປຶກສາຫາຫລືກັນຫຼາຍດ້ານ ເປັນຕົ້ນແມ່ນການພົວພັນຮ່ວມມືກັບບັນດາກາແດງຕ່າງໆໄດ້ມີບາດກ້າວທີ່ດີ  ກອງປະຊຸມໄດ້ຍົກເອົາ 4 ຫົວຂໍ້ມາປຶກສາຫາລື ເຊັ່ນ: ວຽກງານປະຖົມພະຍາບານ ນໍ້າ ແລະ ສຸຂາພິບານ ວຽກງານຈິດຕະສັງຄົມ ແລະ ສຸຂະພາບທີ່ດີ ການນຳໃຊ້ໂດຣນ ເຂົ້າໃນວຽກງານຕອບໂຕ້ໄພພິບັດ.

    ສ່ວນມື້ທີ່ສອງ ໄດ້ແລກປ່ຽນບົດຮຽນໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ກ່ຽວກັບຜົນກະທົບ ແລະ ການສ້າງຄວາມເຂັ້ມແຂງໃນການຮັບມືຕໍ່ການລະບາດຂອງພະຍາດໃນອະນາຄົດ.

    ອົງການກາແດງແຫ່ງຊາດລາວ ແລະ ສະພາກາແດງສິງກະໂປ ໄດ້ມີສາຍພົວພັນມາແຕ່ຍາວນານ ຕະຫຼອດໄລຍະຜ່ານມາ ສະພາກາແດງສິງກະໂປ ໄດ້ໃຫ້ການສະໜັບສະໜູນອົງການກາແດງແຫ່ງຊາດລາວ ໃນວຽກງານຕ່າງໆ ເປັນຕົ້ນແມ່ນໄລຍະການເກີດໄພພິບັດສັນເຂື່ອນເຊປຽນ-ເຊນ້ຳນ້ອຍ ທີ່ເມືອງສະໝາມໄຊ ແຂວງອັດຕະປື ແລະ ຊ່ວຍເຫຼືອວຽກງານອື່ນໆ ແຜນການໃນຕໍ່ໜ້າ ສະພາກາແດງສິງກະໂປ ຍັງຈະໃຫ້ການສະໜັບສະໜູນອົງການແດງແຫ່ງຊາດລາວຫຼາຍດ້ານ ເປັນຕົ້ນແມ່ນໃຫ້ການເຝິກອົບຮົບດ້ານໄອທີ ດ້ານຈິດຕະສາດສັງຄົມ ໃນເວລາເກີດໄພພິບັດສຸກເສີນ ການແລກປຽ່ນຖອດຖອນບົດຮຽນວຽກງານຊາວໜຸ່ມອາສາສະໝັກ ແລະ ວຽກງານນ້ຳສະອາດ ແລະ ສຸຂະພິບານ ເປັນຕົ້ນແມ່ນການຮ່ວມມືລະຫວ່າງອົງການກາແດງແຫ່ງຊາດລາວ ແລະ ສະພາກາແດງສິງກະໂປ.

error: Content is protected !!