ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ສໍາເລັດເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກກັບອົງການກວດສອບແຫ່ງລັດ ສສ ຫວຽດນາມ

    ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ພ້ອມຄະນະ ໄດ້ສໍາເລັດການເດີນທາງພົບປະຢ້ຽມຢາມ ແລະ ເຮັດວຽກຮ່ວມກັບອົງການກວດສອບແຫ່ງລັດ ສສ ຫວຽດນາມ ວັນທີ 6-10 ກັນຍາ 2022 ໂດຍການຕ້ອນຮັບຢ່າງສົມກຽດຂອງທ່ານ ໂງ ວັນ ຕວນ ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ພ້ອມຄະນະ.

    ການເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເພື່ອເປັນການຜັນຂະຫຍາຍເນື້ອໃນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງອົງການກວດສອບແຫ່ງລັດລາວ-ຫວຽດນາມ ທີ່ໄດ້ເປັນເອກະພາບກັນໃນໄລຍະຜ່ານມາ ເສີມຂະຫຍາຍມູນເຊື້ອອັນດີງາມ ຄວາມສາມັກຄີພິເສດ ແລະ ເປັນການຍົກລະດັບການຮ່ວມມືໃນຕໍ່ໜ້າໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ ທ່າມກາງການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ເພື່ອລະນຶກວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ນອກນີ້ ຍັງໄດ້ທົບທວນຄືນໝາກຜົນການຮ່ວມມືຂອງອົງການກວດສອບແຫ່ງລັດລາວ-ຫວຽດນາມໄລຍະຜ່ານມາ ພ້ອມທັງກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ.

     ທ່ານ ວຽງທະວີສອນ ເທພະຈັນ ໄດ້ຖືໂອກາດດັ່ງກ່າວແຈ້ງສະພາບການພັດທະນາ ແລະ ການເຄື່ອນໄຫວອັນພົົ້ນເດັ່ນວຽກງານການກວດສອບແຫ່ງລັດ ສປປ ລາວ ການເສີມຂະຫຍາຍບົດບາດຂະແໜງການກວດສອບແຫ່ງລັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະໃນສະພາບການທີ່ກໍາລັງປະສົບກັບສິ່ງທ້າທາຍດ້ານເສດຖະກິດ ແລະ ການຟື້ນຕົວຈາກການແຜ່ລະບາດຂອງພະຍາດໂຄວິດ-19.

     ພ້ອມດຽວກັນນັ້ນ ທັງສອງຝ່າຍກໍໄດ້ສະແດງຄວາມໝາຍໝັ້ນໃນການສືບຕໍ່ເພີ່ມທະວີການຮ່ວມມືໃຫ້ນັບມື້ນັບລົງເລິກ ເປັນຕົ້ນ ການແລກປ່ຽນພົບປະຢ້ຽມຢາມ ແລະ ເຮັດວຽກຂອງຄະນະນໍາທັງສອງອົງການກວດສອບແຫ່ງລັດ ລາວ-ຫວຽດນາມ ວຽກງານສ້າງຄວາມເຂັ້ມແຂງ ການພັດທະນາຊັບພະຍາກອນມະນຸດ ການຖ່າຍທອດບົດຮຽນວິຊາສະເພາະ ການແລກປ່ຽນດ້ານວິຊາການກ່ຽວກັບວຽກງານນິຕິກໍາ ການແກ້ໄຂຜົນການກວດສອບ ການພັດທະນາໂຄງການບໍລິຫານຫ້ອງການໄປສູ່ຄວາມທັນສະໄໝ ແລະ ອື່ນໆ.

    ພາຍຫຼັງສໍາເລັດການພົບປະ ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ໄດ້ເຂົ້າຢ້ຽມຄໍານັບທ່ານ ເວືອງ ດິງ ເຫວະ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ສສ ຫວຽດນາມ ເພື່ອລາຍງານຜົນການຮ່ວມມືຂອງສອງຝ່າຍໃຫ້ທ່ານປະທານສະພາແຫ່ງຊາດຮັບຊາບ ໂອກາດດັ່ງກ່ວ ທ່ານ ເວືອງ ດິງ ເຫວະ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງສອງອົງການກວດສອບແຫ່ງລັດລາວ-ຫວຽດນາມ ພ້ອມທັງໃຫ້ທິດຊີ້ນໍາໃນການສືບຕໍ່ເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການທົບທວນຄືນຜັນຂະຫຍາຍເນື້ອໃນຂໍ້ຕົກລົງການຮ່ວມມືໃຫ້ມີລັກສະນະກວ້າງຂວາງ ແລະ ແທດເໝາະກັບສະພາບຄວາມເປັນຈິງ ສືບຕໍ່ເພີ່ມທະວີການຮ່ວມມືສາມຝ່າຍກໍາປູເຈຍ-ລາວ-ຫວຽດນາມ ພ້ອມທັງໃຫ້ຄໍາໝັ້ນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນສອງອົງການກວດສອບແຫ່ງລັດ ລາວ-ຫວຽດນາມ ໃນການຮ່ວມມືວຽກງານອົງກວດສອບແຫ່ງລັດໃຫ້ມີຄວາມເຂັ້ມແຂງໃນຕໍ່ໜ້າ.

    ຈາກນັ້ນ ຄະນະຜູ້ແທນອົງການກວດສອບແຫ່ງລັດ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນກ່ຽວກັບການພັດທະນາວຽກງານກວດສອບແຫ່ງລັດ ເປັນຕົ້ນ ວຽກງານການບໍາລຸງກໍ່ສ້າງພະນັກງານ ແລະ ນັກກວດສອບ ການຮັບປະກັນການກວດສອບ ເພື່ອຖອດຖອນບົດຮຽນຄວາມຮູ້ ແລະ ປະສົບການໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານກວດສອບແຫ່ງລັດ ແລະ ນໍາໄປຜັນຂະຫຍາຍພັດທະນາເຂົ້າໃນວຽກຕົວຈິງ ໃຫ້ມີຜົນສໍາເລັດໃນຕໍ່ໜ້າ.

     ນອກນີ້ ທ່ານ ວຽງທະວີສອນ ເທບພະຈັນ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມທ່ານ ຫວຽນ ເຕືອງ ວັນ ຮອງເລຂາພັກແຂວງ ເຈົ້າແຂວງ ແຂວງກວາງນິນ ຢູ່ອົງການກວດສອບແຫ່ງລັດປະຈໍາເຂດ 6 ແຂວງກວາງນິນ ສສ ຫວຽດນາມ ເພື່ອພົບປະແລກປ່ຽນບົດຮຽນວຽກງານກວດສອບແຫ່ງລັດຕື່ມອີກ.

error: Content is protected !!