ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ແລະ ເຮັກວຽກຢູ່ເມືອງຊະນະຄາມ

    ວັນທີ 9 ກັນຍາ 2022 ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ ພ້ອມຄະນະ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊະນະຄາມ.

    ທ່ານ ສະໝານ ວິເສດຍະພົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊະນະຄາມ ໄດ້ຂຶ້ນລາຍງານວຽກງານຮອບດ້ານໂດຍຫຍໍ້ໄລຍະຜ່ານມາຂອງເມືອງຊະນະຄາມ ເຊິ່ງໄດ້ຍົກໃຫ້ເຫັນສະພາບຈຸດພິເສດ ຜົນສໍາເລັດໃນການຊີ້ນໍາ-ນໍາພາວຽກງານໃນແຕ່ລະດ້ານ ເປັນຕົ້ນ: ວຽກງານທາງດ້ານການເມືອງ-ແນວຄິດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນການແກ້ໄຂປາກົດການຫຍໍ້ທໍ້ ແລະ ການປະຕິບັດ 2 ວາລະແຫ່ງຊາດ ອັດຕາການເຕີບໃຫຍ່ທາງດ້ານເສດຖະກິດເພີ່ມຂຶ້ນໂດຍສະເລ່ຍ 5,34% ຕໍ່ປີ ດ້ານວຽກງານວັດທະນະທໍາ-ສັງຄົມ ໄດ້ສຸມໃສທາງດ້ານວຽກງານພັດທະນາຊັບພະຍາກອນມະນຸດ ການບໍລິການທາງດ້ານວຽກງານສາທາລະນະສຸກໃຫ້ມີຄຸນນະພາບ ເພື່ອສຸມໃສ່ໃນການປິ່ນປົວຄົນເຈັບ ແລະ ການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ -19 ການນໍາພາປັບປຸງລະບົບການເມືອງ ການສ້າງຕົວແບບ ແລະ ບ້ານແບບຢ່າງດ້ານຕ່າງໆ.

    ທ່ານ ຄໍາພັນ ພົມມະທັດ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດທີ່ທາງຄະນະພັກ ຄະນະນໍາ ຕະຫຼອດປະຊາຊົນບັນດາເຜົ່າສາມາດຍາດມາໄດ້ ພ້ອມນີ້ ຍັງໄດ້ຮຽກຮ້ອງມາຍັງຄະນະພັກ ໂດຍສະເພາະຄະນະກວດການຂັ້ນເມືອງ ມີຄວາມຮັບຜິດຊອບກໍາແໜ້ນເພີ່ມທະວີທາງດ້ານກວດກາ ເພື່ອຄວາມເປັນເອກະພາບໃນສືບຕໍ່ຕັ້ງໜ້ານໍາເອົາວຽກງານກວດກາໃຫ້ກາຍເປັນມາດຕະການປະຕິບັດວຽກງານຮອບດ້ານ ໂດຍສະເພາະການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ລະບຽບການ ແລະ ກົດໝາຍຂອງລັດ ຕ້ອງສະກັດກັ້ນ ແລະ ຕີຖອຍການສວຍໃຊ້ໜ້າທີ່ຕໍາແໜ່ງ ການສໍ້ລາດບັງຫຼວງ ເພື່ອຫາຜົນປະໂຫຍດສ່ວນຕົວ ຮັບປະກັນໃນການສືບຕໍ່ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ບັນດາຄະນະພັກແຕ່ລະຂັ້ນ ຕ້ອງເປັນຜູ້ນຳໜ້າທາງດ້ານວຽກງານກວດກາ ແລະ ຍົກສູງລະດັບ ຂອງພະນັກງານກວດກາ ໃຫ້ມີປະສິດທີຜົນດີຂຶ້ນ.

# ຂ່າວ-ພາບ ເມືອງຊະນະຄາມ..

error: Content is protected !!