ສ້າງຕັ້ງສະມາຄົມຜູ້ລ້ຽງ ແລະ ພັດທະນາສາຍພັນງົວບຣາມັນ ແຫ່ງ ສປປ ລາວ

     ກອງປະຊຸມສ້າງຕັ້ງສະມາຄົມຜູ້ລ້ຽງງົວ ແລະ ພັດທະນາສາຍພັນງົວບຣາມັນແຫ່ງ ສປປ ລາວ ຈັດຂື້ນວັນທີ 9 ກັນຍາ 2022 ທີ່ໂຮງແຮມ ຄູນມີໄຊ ນະຄອນຫຼວງວຽງຈັນ ມີທ່ານນາງ ສຸດາຄໍາ ພິມມະສອນ ຮອງຫົວໜ້າຫ້ອງການກະຊວງກະສິກໍາ ແລະ ປ່າໄມ້  ທ່ານ ນາງ ປິດ ພົມເພັດ ຮອງຫົວໜ້າພະແນກກະສິກໍາ ແລະ  ປ່າໄມ້ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນກອງປະຊຸມ ໄດ້ມີການຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງເອົາຄະນະຂົນຂວາຍການສ້າງຕັ້ງສະມາຄົມຜູ້ລ້ຽງ ແລະ ພັດທະນາສາຍພັນງົວບຣາມັນແຫ່ງ ສປປ ລາວ ຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ເຊິ່ງຂໍ້ຕົກລົງເຫັນດີຮັບຮອງຄະນະຂົນຂວາຍສ້າງຕັ້ງສະມາຄົມດັ່ງກ່າວ ປະກອບມີ ທ່ານ ວິລະຈິດ ຈິດປັນຍາ ເປັນປະທານ ທ່ານ ໜູຄໍາ ພັນທະວົງ ແລະ ທ່ານ ນາງ ສຸພາວັນ ວົງພິມ ເປັນຮອງປະທານ  ທ່ານ ຈອນນີ້ ສະລິດທິລາດ ແລະ ທ່ານ ພໍພັດຄັນທະສິດ ສິດທິພົງ ເປັນຄະນະ ເພື່ອຊີ້ນຳ-ນຳພາການພັດທະນາສະມາຄົມດັ່ງກ່າວໃຫ້ມີຜົນສຳເລັດ.

      ທ່ານ ທ່ານ ວິລະຈິດ ຈິດປັນຍາ ເປັນປະທານສະມາຄົມຜູ້ລ້ຽງ ແລະ ພັດທະນາສາຍພັນງົວບຣາມັນ ແຫ່ງ ສປປ ລາວ ກ່າວວ່າ: ເປົ້າໝາຍການສ້າງສະມາຄົມນີ້ ແມ່ນເພື່ອສ້າງໂອກາດໃຫ້ຜູ້ລ້ຽງ ແລະ ຜູ້ພັດທະນາສາຍພັນງົວ ໄດ້ມີການພົບປະສ້າງກິດຈະກໍາເຊິ່ງກັນ ແລະ ກັນ ໄດ້ມີການແລກປ່ຽນສາຍພັນງົວທີ່ຈະເລີນເຕີບໂຕດີ ອີກທັງມີການຖອດຖອນ ແລະ ແລກປ່ຽນຄວາມຮູ້ ປະສົບການທາງດ້ານເຕັກນິກການລ້ຽງ ແລະ ການປັບປຸງພັນງົວ ລະຫວ່າງພັນພື້ນບ້ານ ແລະ ສາຍພັນງົວບຣາມັນທີ່ນໍາເຂົ້າຈາກຕ່າງປະເທດໃຫ້ຂະຫຍາຍຕົວຢ່າງກວ້າງຂວາງ ໂດຍແຜນການໃນອານະຄົດ ຈະພັດທະນາ ແລະ ຮັບເອົາຜູ້ທີ່ສົນໃຈຢາກເຂົ້າເປັນສະມາຊິກໃຫ້ຫຼາຍຂຶ້ນ ໂດຍຄາດຄະເນຜົນໄດ້ຮັບພາຍຫຼັງສ້າງຕັ້ງສະມາຄົມ ຈະເຮັດໃຫ້ສະມາຄົມ ແລະ ຊາວກະສິກອນຜູ້ລ້ຽງງົວ ມີຄວາມເຂັ້ມແຂງ ເປັນການສົ່ງເສີມການຜະລິດງົວໃຫ້ໄດ້ມາດຕະຖານ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຕະຫຼາດພາຍໃນ ແລະ ຕ່າງປະເທດ ເຊິ່ງແຜນການດໍາເນີນງານໃນຕໍ່ໜ້າຈະມີການທັດສະນະສຶກສາ ຢ້ຽມຊົມຟາມທີ່ໄດ້ມາດຕະຖານທັງພາຍໃນ ແລະ ຕ່າງປະເທດ ເບິ່ງລະບົບການບໍລິຫານຈັດການ ການນໍາໃຊ້ກົນຈັກເຂົ້າໃນການລ້ຽງງົວ ເຝິກອົບຮົມເລື່ອງການສັກຢາ ການປະສົມພັນທຽມ ລົງພົບປະຊຸກຍູ້ ສົ່ງເສີມຊາວກະສິກອນຜູ້ລ້ຽງງົວ ສຶກສາແນວພັນຫຍ້າ ແລະ ເຕັກນິກການປະສົມອາຫານ ລວມເຖີງປັດໄຈສ່ຽງຕ່າງໆ ແລະ ການຄໍານວນຕົ້ນທຶນໃນການລ້ຽງ ນອກຈາກນີ້ ຍັງຈະໄດ້ຈັດງານຄັດເລືອກງົວ ນໍາເຂົ້າງົວພໍ່ພັນ-ແມ່ພັນ ແລະ ຄົ້ນຫານໍ້າເຊື້ອພໍ່ພັນທີ່ມີຄຸນນະພາບດີ ຈາກຕ່າງປະເທດເຂົ້າມາກສຶກສາສາແລກປ່ຽນ ແລະ ຈຳໜ່າຍໃນສະມາຄົມ ຫຼື ຜູ້ທີ່ສົນໃຈອື່ນໆໃຫ້ກວ້າງຂວາງຫຼາຍຂຶ້ນ.

# ຂ່າວ – ພາບ : ລັດເວລາ

error: Content is protected !!