ພິທີຖະແຫຼງຂ່າວກຽມຄວາມພ້ອມຂອງແຕ່ະທີມ ໃນການແຂ່ງຂັນບານເຕະ ຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຮອບຄັດເລືອກ ໂດຍທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ (U20) ກຽມລົງປະເດີມສະໜາມນັດທໍາອິດ ພົບກັບ ທີມຊາດກວມ ໃນວັນທີ 10 ກັນຍາ 2022 ນີ້ ທີ່ສະໜາມກີລາແຫ່ງຊາດ (ຫຼັກ 16).

ທ່ານ ໄມເຄິລ ໄວສ໌ ຫົວໜ້າຄູເຝິກຂອງທີມຊາດລາວ U20 ກ່າວວ່າ: ທີມຊາດລາວ ຢູ 20 ຊຸດນີ້ແມ່ນສືບເນື່ອງມາຈາກທີມຊາດລາວ ຊຸດ U19 ທີ່ສາມາດສ້າງຜົນງານໂດດເດັ່ນໃນລາຍການຊີງແຊັມອາຊີ 2022 ແລະ ກໍມີການກຽມຕົວມາໃນໄລຍະໜຶ່ງແລ້ວ ເຊິ່ງແນ່ນອນມື້ອື່ນຈະລົງສະໜາມພົບກັບ ກວມ ແມ່ນມີຄວາມພ້ອມເຕັມທີ່ ສ່ວນຮູບເກມ ແລະ ການພັດທະນາຂອງທີມຕ້ອງໄປເບິ່ງໃນສະໜາມມື້ອື່ນ ແລະ ຄວາມຫວັງແມ່ນຢາກຊະນະທຸກນັດ ແນ່ນອນກໍຢາກຂໍເຊີນຊວນກອງເຊຍບານຊາວມາເບິ່ງໃນສະໜາມ ກຸ່ມຂອງພວກເຮົາມີທີມທີ່ໜ້າສົນໃຈກໍຄື ຍີ່ປຸ່ນ ເຢເມນ ປາແລສຕິນ ແລະ ກວມ.

ຂະນະທີ່ ຫົວໜ້າຄູເຝິກຂອງ ກວມ ກ່າວວ່າ: ມີນັກເຕະຈໍານວນໜຶ່ງທີ່ດຶງມາຈາກ ອາເມຣິກາ ແລະ ມີການກຽມທີມມາໃນໄລຍະໜຶ່ງແລ້ວ ແລະ ຫວັງວ່າການແຂ່ງຂັນນັດນີ້ຈະເປັນນັດທີ່ດີ ທີ່ຈະພົບກັບ ທີມຊາດລາວ ເຈົ້າພາບ.

ສໍາລັບທີມຊາດລາວ ຮຸ່ນອາຍຸບໍ່ເກີນ 20 ປີ ຢູ່ກຸ່ມ C ຮ່ວມກັບ ທີມຊາດຍີ່ປຸ່ນ ທີມຊາດເຢເມນ ທີມຊາດປາເລສຕິນ ສປປ ລາວ (ເຈົ້າພາບ) ແລະ ກວມ ສ່ວນຕາຕະລາງ ການແຂ່ງຂັນຂອງທີມຊາດລາວ ນັດທໍາອິດ ວັນທີ 10 ກັນຍາ 2022 ເວລາ 19:00 ໂມງ ພົບ ກວມ ນັດທີສອງ ວັນທີ 12 ກັນຍາ 2022 ເວລາ 19:00 ໂມງ ພົບ ຍີ່ປຸ່ນ ນັດທີສາມ ວັນທີ 14 ກັນຍາ 2022 ເວລາ 19:00 ໂມງ ພົບ ເຢເມນ ແລະ ນັດສຸດທ້າຍຂອງຮອບຄັດເລືອກ ວັນທີ 18 ກັນຍາ 2022 ເວລາ 19:00 ໂມງ ພົບ ປາແລສຕິນທຸກໆນັດແມ່ນແຂ່ງຂັນຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 ຖ່າຍທອດສົດທາງໂທລະພາບແຫ່ງຊາດລາວ ຊ່ອງ 3.
ການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ ອັນດັບ 1 ຂອງແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຈະໄດ້ຜ່ານເຂົ້າຮອບສຸດທ້າຍ ເຂົ້າຮ່ວມການແຂ່ງຂັນທີ່ປະເທດອຸສະເບກິສຖານ ໃນປີ 2023.