ລົດນໍ້າກ້ອນ ທັບນັກຮຽນເສຍຊີວິດຄາທີ່ 2 ຄົນ

      ໃນເວລາ 7:00 ໂມງ ວັນທີ 8 ກັນຍາ 2022 ເກີດອຸບັດ ເຫດລົດຂົນສົ່ງນໍ້າກ້ອນປິ້ນທັບລົດຈັກນັກຮຽນຢູ່ເສັ້ນທາງເລກ 10 ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ອຸບັດເຫດຄັ້ງນີ້ ລົດສົ່ງນໍ້າກ້ອນໄດ້ທັບລົດຈັກທີ່ມີນັກຮຽນຂັບຂີ່ຊ້ອນກັນໄປໂຮງຮຽນ ເສຍຊີວິດທັງຄູ່ ຫນ່ວຍກູ້ໄພຈິ່ງຕ້ອງງັດລົດເພື່ອນຳເອົາສົບອອກ.

    ຜູ້ເສຍຊີວິດທັງສອງເປັນຊາຍ ອາຍຸ 14 ປີ ຢູ່ບ້ານລາດຄວາຍ ເມືອງໄຊທານີ ຕໍ່ກັບເຫດການເກີດຂຶ້ນນີ້ ຂໍສະແດງຄວາມເສຍໃຈນໍາຄອບຄົວ ແລະ ຍາດຜູ້ເສຍຊີວິດ.

error: Content is protected !!