ນາຊາຍທອງ ສະເຫຼີມສະຫຼອງວັນສັບປະດາປ້ອງກັນ ແລະ ຄວບຄຸມໂຄງການປ່ອຍປາຫາງນົກຍຸງ

    ເພື່ອເປັນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງນາຊາຍທອງ ແລະ ສະເຫຼີມສະຫຼອງວັນສັບປະດາປ້ອງກັນ ແລະ ຄວບຄຸມໂຄງການປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ ໃນວັນທີ 8 ມິຖຸນາ 2020 ຫ້ອງການສາທາລະນະສຸກເມືອງນາຊາຍທອງ ຈັດພິທີສະເຫຼີມສະຫຼອງວັນສັບປະດາປ້ອງກັນ ແລະ ຄວບຄຸມໂຄງການປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ ທີ່ບ້ານອ່າງນໍ້າຫຸມ ເມືອງນາຊາຍທອງ ເປັນປະທານຂອງທ່ານ ຄຳພັນ ຂັນຕິລາດ ຫົວໜ້າຫ້ອງການສາທາລະນະສຸກເມືອງນາຊາຍທອງ ມີທ່ານ ວຽງຄຳ ສີຫາໂຄດ ຮອງເຈົ້າເມືອງນາຊາຍທອງ ບັນດາຕາງໜ້າຫ້ອງການ ນາຍບ້ານ ອາສາສະໝັກຂັ້ນບ້ານ (ອສບ) ອາສາສະໝັກນັກຮຽນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ຄຳພັນ ຂັນຕິລາດ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດວຍກງານປ້ອງກັນພະຍາດໄຂ້ຍຸງລາຍວ່າ: ໄລຍະ 5 ເດືອນຜ່ານມາ ທົ່ວເມືອງມີຜູ້ຕິດເຊື້ອໄຂ້ຍຸງລາຍ 34 ກໍລະນີ ທຽບໃສ່ປີຜ່ານມາແມ່ນຫຼຸດລົງ  ເນື່ອງຈາກວ່າຫ້ອງການສາທາລະນະສຸກເມືອງໄດ້ເອົາໃຈໃສ່ການລົງຕິດຕາມກວດກາ ສຳຫຼວດຄວາມໜາແໜ້ນຂອງໜອນ ນໍ້າຍຸງລາຍຮ່ວມກັບ ອສບ ແຕ່ລະບ້ານໄດ້ລົງພື້ນທີ່ທີ່ມີການລະບາດ ໂຄສະນາເຜີຍແຜ່ສຸຂະສຶກສາ ສ້າງຂະບວນການເຮັດອະນາໄມລວມວັນເສົາແດງ ລົງພົ່ນຢາຂ້າຍຸງໂຕແກ່ທີ່ມີເຊື້ອຢູ່ບໍລິເວນເຮືອນຄົນເຈັບໃນຂອບເຂດ 200 ເມັດ ແຈກຢາຍຢາຂ້າໜອນນໍ້າໃຫ້ປະຊາຊົນ ຕິດຕາມ ຊຸກຍູ້ອາສາສະໝັກນັກຮຽນ ເຝິກອົບຮົມສ້າງ ອສບ ຄືນ ຕິດຕາມຊຸກຍູ້ທະນາຄານປາຫາງນົກຍຸງຢູ່ຕາມວັດຕ່າໆ ມີ 123 ອ່າງ ສ້າງທະນາຄານຢູ່ຫ້ອງການສາທາລະນະສຸກເມືອງໄດ້ 13 ອ່າງ ສ້າງກິດຈະກຳປ່ອຍປາຫາງນົກຍຸງຕາມບ້ານຕ່າງໆ ທົ່ວເມືອງມີອ່າງສະສົມປາ 1080 ອ່າງ ເພີ່ມຂຶ້ນ 6 ອ່າງ ເຊິ່ງການປ່ອຍປາຫາງນົກຍຸງ ສາມາດເຮັດໃຫ້ຫຼຸດຜ່ອນການລະບາດຂອງພະຍາດໄຂ້ຍຸງລາຍ.

    ເພື່ອເຮັດໃຫ້ວຽກງານການຕ້ານ ແລະ ຄວບຄຸມພະຍາດໄຂ້ຍຸງລາຍໃນໄລຍະຂ້າມຜ່ານ ບໍ່ໃຫ້ມີການລະບາດເປັນບໍລິເວນກວ້າງ ແລະ ເສຍຊີວິດ ໃນຕໍ່ໜ້າ ຈະສຸມໃສ່ຊຸກຍູ້ ແລະ ສ້າງອາສາສະໝັກນັກຮຽນ ຕິດຕາມທະນາຄານປາຫາງນົກຍຸງ ສຳຫຼວດປະເມີນຄວາມໜາແໜ້ນຂອງໜອນນໍ້າຍຸງລາຍ ສ້າງຂະບວນການທຳລາຍແຫຼ່ງເພາະພັນຂອງຍຸງລາຍ ແລະ ພົ່ນຢາຂ້າຍຸງໂຕແກ່ ຊຸກຍູ້ ອສບ ບ້ານເປົ້າໝາຍ ແລະ ເຂດທີ່ມີຄວາມສ່ຽງຕໍ່ການລະບາດ ນອກຈາກນີ້ ໃນພິທີກໍໄດ້ມີການປ່ອຍປາຫາງນົກຍຸງໃສ່ອ່າງໃນເຮືອນຂອງປະຊາຊົນອີກດ້ວຍ.

# ຂ່າວ & ພາບ: ອົ່ນ ໄຟສົນທອງ

error: Content is protected !!