LaCSA ນຳສະເໜີພະຍາກອນອາກາດສຳລັບກະສິກຳໃຫ້ແກ່ຊາວກະສິກອນໄດ້ນຳໃຊ້ເຂົ້າໃນການວາງແຜນການຜະລິດ

    ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໂດຍຮ່ວມມືກັບສູນປ້ອງກັນພືດຂອງກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງນອນໃນແຜນກິດຈະກຳຂອງໂຄງການສ້າງຄວາມເຂັ້ມແຂງອຸຕຸກະເສດ ແລະ ຂໍ້ຂ່າວສານ (SAMIS) ເພື່ອປັບປຸງການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳປະກັນສະບຽງອາຫານໃນ ສປປ ລາວ ໂດຍຜ່ານກິດຈະກຳຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍທຶນສະໜັບສະໜູນຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ອົງການອາຫານ ແລະ ການກະເສດ ໂຄງການໄດ້ທົດລອງນຳໃຊ້ລະບົບບໍລິການ ພູມອາກາດເປັນຄັ້ງທີສອງ ເພື່ອສະໜອງການບໍລິການອາກາດໃຫ້ແກ່ວຽກກະສິກຳ (LaCSA system) ສາມາດເຂົ້າເບິ່ງໄດ້ທີ່: http://147.46.250.219:8081/ ລະບົບດັ່ງກ່າວໄດ້ປັບປຸງໃໝ່ເນັ້ນເປັນມິດກັບຜູ້ຊົມໃຊ້ ເຊິ່ງສາມາດເບິ່ງເຫັນໄດ້ໂດຍງ່າຍໃນໂທລະສັບແບບສະມາດໂຟນທົ່ວໄປ ເຊິ່ງເຄື່ອງມືດັ່ງກ່າວຖືກສ້າງຂື້ນໂດຍກົມອຸຕຸນິຍົມ ແລະ ອຸທົກກະສາດ ແລະ ມີຢູ່ໃນໜ້າເຟສບຸກ https://www.facebook.com/samisdmh

    ໃນລະດູຜະລິດເຂົ້ານາປີປີນີ້ ການທົດລອງໃຫ້ບໍລິການພູມອາກາດໃຫ້ແກ່ຊາວກະສິກອນ ໂດຍນຳໃຊ້ລະບົບລັກຊາແມ່ນຈະຖືກນຳໃຊ້ເຂົ້າໃນຫຼາຍແຂວງທົ່ວປະເທດ.

    ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ໂດຍການຮ່ວມມືກັບພະແນກຕ່າງໆປະຈຳພາກສະໜາມເຊັ່ນ ຫ້ອງການຄຸ້ມຄອງທີ່ດິນຂອງແຂວງ ແລະ ກະສິກຳເມືອງ ກິດຈະກຳໄດ້ລິເລີ່ມນຳສະເໜີພະຍາກອນອາກາດໃຫ້ແກ່ຊາວກະສິກອນ ໄລຍະທໍາອິດຂອງການທົດລອງ ແມ່ນໄດ້ເລີ່ມຢູ່ພາຍໃນເມືອງຈຳພອນ ແຂວງສະຫວັນະເຂດ ລະຫວ່າງວັນທີ 25-29 ພຶດສະພາ 2020 ໃນບັນດາ 7 ບ້ານເປົ້າໝາຍ ຄື: ບ້ານກະດານ ບ້ານເລົ່ານາດ ບ້ານພະແລງ ບ້ານດົງເມືອງ ບ້ານນາກະທ້າງ ບ້ານລຳເທນ ແລະ ບ້ານເຊ ໂດຍຊາວກະສິກອນຈຳນວນກວ່າ 80-90% ໃນບ້ານເລົ່ານາດ ແລະ ບ້ານກະດານ ໄດ້ຕັດສິນໃຈທົດລອງເຮັດນາຢອດ ເພາະເນື່ອງຈາກວ່າພະຍາກອນລະດູການໄດ້ປະເມີນວ່າ ຝົນຈະຕົກລົງມາເປັນປົກກະຕິ ເຊິ່ງເລີ່ມຈາກທ້າຍເດືອນກໍລະກົດໃນປີນີ້ເປັນຕົ້ນໄປ. 

    ໄລຍະທີສອງຂອງການທົດລອງການບໍລິການພະຍາກອນອາກາດໃຫ້ແກ່ຊາວກະສິກອນ ແມ່ນມີຂື້ນຢູ່ແຂວງຫລວງນ້ຳທາ (ວັນທີ 1-5 ມິຖຸນາ 2020) ເຊິ່ງໂຄງການໄດ້ສະໜັບສະໜູນບໍລິການພະຍາກອນອາກາດ ໃຫ້ແກ່ບ້ານປຸ່ງ ບ້ານນໍ້າທຸງ ແລະ ບ້ານໃໝ່ ຢູ່ ເມືອງນ້ຳທາ ແລະ ບ້ານປ່າຕອຍ ແລະ ບ້ານສິລິມູນ ຢູ່ເມືອງສິງ ແຂວງຫຼວງນ້ຳທາ ບັນດາກິດຈະກຳຊ່ວຍເຫຼືອດ່ັງກ່າວນີ້ ແມ່ນແນໃສ່ການຄຸ້ມຄອງສັດຕູພືດແບບປະສົມປະສານກັບການປູກເຂົ້າ ໂດຍອີງໃສ່ຂໍ້ມູນແນະນຳ ຈາກລະບົບ LaCSAນອກຈາກການບໍລິການໃຫ້ແກ່ສະເພາະກຸ່ມຊາວນາປະຈຳບ້ານແລ້ວ ກິດຈະກຳຍັງໄດ້ຈັດເຝິກອົບຮົມໃຫ້ກັບບຸກຄົນນຳອີກດ້ວຍ ເພື່ອໃຫ້ຊາວກະສິກອນມີຄວາມສາມາດໃນການອ່ານຂ່າວ ພະຍາກອນອາກາດ ເພື່ອຈະໄດ້ແຈ້ງຂ່າວຜ່ານໂທລະໂຄ່ງຂອງຊຸມຊົນ ພ້ອມດຽວກັນນີ້ ຜູ້ຊ່ຽວຊານໃນການປະກາດຂ່າວທີ່ມາຈາກສະຖານີວິທະຍຸແຫ່ງຊາດລາວ ໄດ້ໃຫ້ການເຝິກອົບຮົມໃຫ້ແກ່ເຈົ້າໜ້າທີ່ປະຈຳບ້ານ ໃຫ້ສາມາດອ່ານຂ່າວພະຍາກອນອາກາດເປັນພາສາລາວໄດ້ຢ່າງຊຳນິຊຳນານ ແລະ ປະຊາຊົນສາມາດເຂົ້າໃຈໄດ້ງ່າຍ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!