ແຕ່ງຕັ້ງຄະນະປະຕິຮູບລັດວິສາຫະກິດ ພັດທະນາກະສິກໍາ-ອຸດສາກະກໍາ ແລະ ບໍລິການ ຂາອອກ-ຂາເຂົ້າ

    ພິທີປະກາດການຈັດຕັ້ງຄະນະປະຕິຮູບ ລັດວິສາຫະກິດ ພັດທະນາກະສິກໍາ-ອຸດສາກະກໍາ ແລະ ບໍລິການຂາອອກ-ຂາເຂົ້າ ວັນທີ 6 ກັນຍາ 2022 ທີ່ ລັດວິສາຫະກິດພັດທະນາກະສິກໍາ-ອຸດສາກະກໍາ ແລະ ບໍລິການ ຂາອອກ-ຂາເຂົ້າ (ພກອ) ເປັນປະທານຮ່ວມຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ພົນຕີ ປອ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມີຫົວໜ້າກົມ ພະນັກງານ ກະຊວງປ້ອງກັນປະເທດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ຄະນະປະຕິຮູບຈາກກະຊວງການເງິນ ກະຊວງປ້ອງກັນປະເທດ ຄະນະຜູ້ອໍານວຍການລັດວິສາຫະກິດ ພກອ ພ້ອມດ້ວຍບັນດາຫົວໜ້າພະແນກ-ຮອງຫົວໜ້າພະແນກ ຫົວໜ້າໂຮງງານ ຫົວໜ້າສາຂາ ພ້ອມດ້ວຍພະນັກງານຫຼັກແຫຼ່ງທີ່ເປັນຕົວແທນໃຫ້ພະນັກງານທົ່ວ ພກອ ເຂົ້າຮ່ວມ.

    ໂອກາດດັ່ງກ່າວ ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 57/ນຍ ລົງວັນທີ 3 ກໍລະກົົດ 2022 ວ່າດ້ວຍການແຕ່ງຕັ້ງຄະນະປະຕິຮູບລັດວິສາຫະກິດ ພັດທະນາກະສິກໍາ-ອຸດສາກະກໍາ ແລະ ບໍລິການຂາອອກ-ຂາເຂົ້າ ເຊິ່ງໄດ້ເຫັນດີແຕ່ງຕັ້ງ: ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ເປັນຫົວໜ້າຄະນະ ທ່ານ ພົນຕີ ປອ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຮອງຫົວໜ້າຄະນະ ທ່ານ ພັນເອກ ຕຸ້ມຄໍາ ພົນເສນາ ຮອງຫົວໜ້າກົມເສດຖະກິດ ກະຊວງປ້ອງກັນປະເທດ ທ່ານນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ ທ່ານ ວັນທອງ ສິດທິກຸນ ຜູ້ອໍານວຍການໃຫ່ຍລັດວິສາຫະກິດ ພກອ ທ່ານ ພັນເອກ ໄຊຍະສອນ ແກ້ວໂຍທີ ຮອງຫົວໜ້າກົມຄົ້ນຄວ້າສັງລວມ ກະຊວງປ້ອງກັນປະເທດ ທ່ານ ສົມພາວັນ ສີຫາປັນຍາ ຮອງຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ ທ່ານ ວິເລດ ກິນນາວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ແລະ ທ່ານ ຟອງສີສຸພັນ ພົມມະວົງ ຮອງຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ ເປັນຄະນະ.

     ສຳລັບຄະນະປະຕິຮູບລັດວິສາຫະກິດ ພັດທະນາກະສິກໍາ-ອຸດສາກະກໍາ ແລະ ບໍລິການຂາອອກ-ຂາເຂົ້າທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ມີໜ້າທີ່ຄົ້ນຄວ້າກໍານົດທິດທາງ ແລະ ແຜນການປະຕິຮູບຮອບດ້ານລັດວິສະຫະກິດ ພກອ ແລະ ຮັບປະກັນໃຫ້ແຜນການດັ່ງກ່າວຖືກຈັດຕັ້ງປະຕິບັດສໍາເລັດຕາມແຜນການ ກໍານົດພາລະບົດບາດ ສິດ ແລະ ໜ້າທີ່ຂອງບໍລິສັດທີ່ປຶກສາ ເພື່ອຄົ້ນຄວ້າແຜນການປັບໂຄງສ້າງລັດວິສາຫະກິດຮອບດ້ານເປັນຕົ້ນ: ໂຄງສ້າງດ້ານການເງິນ-ການບັນຊີ ໂຄງສ້າງການດໍາເນີນທຸລະກິດ ໂຄງສ້າງກົງຈັກ-ບຸຄະລາກອນ ແລະ ອື່ນໆ ກໍານົດຂັ້ນຕອນ ວິທີການ ດໍາເນີນການຄັດເລືອກ ແລະ ຈັດຈ້າງບໍລິສັດທີ່ປຶກສາແຕ່ລະດ້ານ ນອກຈາກນັ້ນ ຍັງໄດ້ຜ່ານຂໍ້ຕົກລົງປະກາດແຕ່ງຕັ້ງຄະນະກອງເລຂາຊ່ວຍວຽກຂອງຄະນະປະຕິຮູບລັດວິສາຫະກິດພັດທະນາກະສິກໍາ-ອຸດສາຫະກໍາ ແລະ ບໍລິການຂາອອກ-ຂາເຂົ້າຈໍານວນ 9 ທ່ານ ໃນນັ້ນ ຈາກກະຊວງການເງິນຈໍານວນ 7 ທ່ານ ແລະ ຈາກກະຊວງປ້ອງການປະເທດຈໍານວນ 2 ທ່ານ ເພື່ອເປັນເສນາທິການໃນການຊ່ວຍວຽກຄະນະປະຕິຮູບລັັດວິສາຫະກິດ ພກອ ຊ່ວຍວຽກຄະນະປະຕິຮູບລັດວິສາຫະກິດຕາມພາລະບົດບາດຂອງຕົນ ທີ່ຕິດພັນກັບວຽກງານປະຕິຮູບລັດວິສາຫະກິດ ວຽກງານທີ່ຕິດພັນກັບກົມກອງຂອງຕົນ ແລະ ທັງປະຕິບັດໜ້າທີ່ອື່ນໆ ຕາມການຊີ້ນໍາຂອງຄະນະປະຕິຮູບ.

# ຂ່າວ – ພາບ : ເພັດສະໝອນ

.

#  ຂ່າວ – ພາບ : ເພັດສະໝອນ

error: Content is protected !!