ຫາລືແລກປ່ຽນການຮ່ວມມືເຊິ່ງກັນ ແລະ ກັນ.

     ວັນທີ 6 ກັນຍາ ປີ 2022 ທ່ານນາງ ດຣ ເພຍ ເຣເບລໂລ ບີຣໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອປືກສາຫາລືແລກປ່ຽນຂໍ້ມູນການຮ່ວມມືເຊິ່ງກັນ ແລະ ກັນ.

     ການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ທ່ານ ນາງເພຍ ເຣເບລໂລ ບີຣໂຕ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ມາໄລທອງ ກົມມະສິດ ທີ່ທ່ານໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຄົນ  ໃໝ່ ໄດ້ຍົກໃຫ້ເຫັນເຖິງບົດບາດຂອງ ກະຊວງ ແລະ ພາກເອກະຊົນໃນການປົກປ້ອງ ແລະ ສະໜັບສະໜູນເດັກນ້ອຍໃນ ສປປ ລາວ ໄດ້ແບ່ງປັນຂໍ້ມູນກ່ຽວກັບວຽກງານ ເເລະ ໂຄງການຕ່າງໆລະຫວ່າງ ອົງການຢູນິເຊັບ ເເລະ ລັດຖະບານເເຫ່ງ ສປປ ລາວ ເຊັ່ນ  ວຽກງານການສົ່ງເສີມການສຶກສາທີ່ມີຄຸນນະພາບ ການສ້າງໂອກາດ ໃນການເຮັດວຽກເຮັດງານທໍາ ທີ່ເໝາະສົມສໍາລັບເດັກນ້ອຍທີ່ມີອາຍຸຖືກຕ້ອງຕາມກົດໝາຍສໍາລັບການເຮັດວຽກ ລວມເຖິງການເຝີກອົບຮົມວິຊາຊີບ ວິຊາສະເພາະ ແລະ ການພັດທະນານະໂຍບາຍສຳລັບສະຖານທີ່ເຮັດວຽກທີ່ເປັນມິດກັບຄອບຄົວເດັກ ເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງເພດ ແລະ ປົກປ້ອງຊີວິດການເປັນຢູ່ຂອງບັນດາລູກຂອງພະນັກງານ.

      ທ່ານ ມາໄລທອງ ກົມມະສິດ ໄດ້ສະເເດງຄວາມຂອບໃຈຕໍ່ ອົງການຢູນິເຊັບ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນເເກ່ລັດຖະບານເເຫ່ງ ສປປ ລາວ ເພື່ອປັບປຸງສະຫວັດດີການຂອງເດັກ ແລະ ຄອບຄົວ ໃນ ສປປ ລາວ ຢ່າງບໍ່ອິດເໝື່ອຍມາເປັນເວລາ 50 ປີ ລັດຖະບານລາວຫວັງຢ່າງຍິ່ງວ່າຈະສາມາດເສີມສ້າງການຮ່ວມມືກັບ ອົງການຢູນິເຊັບ ໃຫ້ເເໜ້ນແຟ້ນຍິ່ງຂຶ້ນພາຍໃຕ້ແຜນງານການຮ່ວມມື ສົກປີ 2022-2026.

    ນອກນັ້ນ  ທ່ານ ມາໄລທອງ ກົມມະສິດ ຍັງໄດ້ກ່າວເຖິງບົດບາດຂອງແມ່ຍິງ ໃນຂົງເຂດທຸລະກິດ ທີ່ມີຄວາມຄ່ອງແຄ້ວ ແລະ ລະອຽດ ກວ່າຜູ້ຊາຍ ແຕ່ແມ່ຍິງ ມີຄວາມຮັບຜິດຊອບຫຼາຍດ້ານ ບໍ່ວ່າດ້ານວຽກງານ ກໍຄືຄອບຄົວ ດັ່ງເຮັດໃຫ້ແມ່ຍິງມີວຽກລົ້ນມື ແລະ ບໍ່ມີໂອກາດ ພັດທະນາຕົນເອງເທົ່າທີ່ຄວນ ດັ່ງນັ້ນຫາກອົງການຢູນີເຊັບ ມີໂຄງການສ້າງຄວາມເຂັ້ມແຂງ ໃຫ້ແມ່ຍິງ ຈົ່ງຊ່ວຍປັບປຸງ ສະພາບແວດລ້ອມ ການເຮັດວຽກຂອງແມ່ຍິງຈະດີທີ່ສຸດ ສໍາລັບແມ່ຍິງລາວ.

      ໃນຕ້ອນທ້າຍທ່ານນາງ ດຣ ເພຍ ເຣເບລໂລ ບີຣໂຕ ໄດ້ສະແດງຄວາມຂອບໃຈຕໍ່ທ່ານມະໄລທອງ ກົມມະສິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ສັນຍາວ່າອົງການຢູນິເຊັບຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ລັດຖະບານລາວ ໃນບັນດາໂຄງາການຕ່າງໆ ພາຍໃຕ້ ແຜນງານການຮ່ວມມືປີ 2022-2026 ນີ້ໃຫ້ມີຜົນສຳເລັດ.

(ນັດ 8.09.2022)

error: Content is protected !!