ວິທະຍາຄານ ກົມມະດຳ ປະກາດການເລື່ອນທຽບຊັ້ນໃຫ້ນາຍທະຫານ

     ວິທະຍາຄານ ກົມມະດຳ ຈັດຕັ້ງພິທີ ປະກາດການເລື່ອນທຽບຊັ້ນໃຫ້ແກ່ນາຍທະຫານ ຂຶ້ນວັນທີ 7 ກັນຍາ 2022 ຢູ່ວິທະຍາຄານດັ່ງກ່າວ  ໂດຍມີທ່ານ  ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ຫົວຫນ້າການເມືອງວິທະຍາຄານ ກົມມະດຳ ບັນດາຫ້ອງການ ກອງພັນ ແລະ ພະນັກງານ-ນັກຮົບທີ່ໄດ້ຮັບການເລື່ອນຊັ້ນ-ທຽບຊັ້ນເຂົ້າຮ່ວມ.

   ໃນພິທີ ທ່ານ ພັນໂທ ອຳພອນ ສີໂສພົດ ຫົວຫນ້າພະແນກພະນັກງານຫ້ອງການເມືອງ ວິທະຍາຄານ ກົມມະດຳ ໄດ້ຂຶ້ນຜ່ານຂໍ້ຕົກລົງ ການເລື່ອນທຽບຊັ້ນໃຫ້ນາຍທະຫານ ຂອງວິທະຍາຄານ ກົມມະດຳ ເຊິ່ງມີທັງໝົດ 191 ສະຫາຍ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 4142/ກປທ ວ່າດ້ວຍການເລື່ອນທຽບຊັ້ນໃຫ້ນາຍທະຫານຂອງວິທະຍາຄານ ກົມມະດຳ ຂັ້ນຮ້ອຍເອກຂຶ້ນພັນຕີ 22 ສະຫາຍ ເລື່ອນທຽບຊັ້ນຂັ້ນຮ້ອຍໂທຂຶ້ນຮ້ອຍເອກ  122 ສະຫາຍ ພ້ອມນັ້ນ ຍັງໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 1912/ກມທ ວ່າດ້ວຍການເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ວິທະຍາຄານ ກົມມະດຳ ຂັ້ນຮ້ອຍຕີຂຶ້ນຮ້ອຍໂທ 45 ສະຫາຍ ແລະ ເລື່ອນທຽບຊັ້ນຂັ້ນວາທີຂຶ້ນຮ້ອຍຕີ 2 ສະຫາຍ.

  ໂອກາດນີ້ ທ່ານ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນທຽບຊັ້ນໃໝ່ຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ແຕ່ລະສະຫາຍ ຖືເອົາວຽກງານ ແນວຄິດການເມືອງເປັນສໍາຄັນ ສືບຕໍ່ເພີ່ມທະວີຄວາມສາມັກຄີເປັນປືກແຜ່ນແໜ້ນໜາ ປັບປຸງແບບແຜນວີທີເຮັດວຽກໃຫ້ສອດຄ່ອງ ກັບໜ້າທີ່ການເມືອງຂອງຕົນ ປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຜົນສຳເລັດ ຕັ້ງໜ້າເຝີກຝົນຫຼໍ່ຫຼອມຕົນເອງ ໃຫ້ນັບມື້ມີຄວາມຮູ້ຄວາມສາມາດສູງຂຶ້ນ ພ້ອມກັນເຮັດສຳເລັດໜ້າທີ່ ວຽກງານ ທີ່ພັກ-ລັດ ມອບໝາຍໃຫ້ມີຜົນສຳເລັດ.

error: Content is protected !!