ຍີປຸ່ນຊ່ວຍເຫຼືອປາກະປ໋ອງ 402 ໂຕນເພື່ອສະໜັບສະໜູນແຜນງານອາຫານທ່ຽງໃນໂຮງຮຽນຢູ່ລາວ

ພິທີມອບ-ຮັບປາກະປ໋ອງ ການຊ່ວຍເຫຼືອລ້າຈາກລັດຖະບານຍີປຸ່ນເພື່ອສະໜັບສະໜູນແຜນງານອາຫານທ່ຽງໃນໂຮງຮຽນຢູ່ ສປປ ລາວ ຈັດຂຶ້ນວັນທີ 8 ກັນຍາ 2022 ທີ່ສາງອາຫານຂອງອົງການອາຫານໂລກ ຕາງໜ້າມອບໂດຍທ່ານ ເຄນິຊິໂກບາຍາຊິ ເອກອັກຄະລັດຖະທູດຍີປຸ່ນປະຈຳລາວ ຮັບໂດຍທ່ານ ເດວບາເຮີ ຜູ້ອຳນວຍການ ແລະ ຜູ້ຕາງໜ້າອົງການອາຫານປະຈຳ ສປປ ລາວ ມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ປາກະປ໋ອງທີ່ນຳມາມອບຄັ້ງນີ້ມີ 32 ຕູ້ຄອນເທນເນີ ເທົ່າກັບ 402 ໂຕນ ມູນຄ່າ 3,6 ລ້ານໂດລາສະຫະລັດ ເພື່ອນຳໃຊ້ເຂົ້າປຸງແຕ່ງອາຫານທ່ຽງໃຫ້ນັກຮຽນຊັ້ນປະຖົມຢູ່ 31 ເມືອງ 8 ແຂວງ ມີນັກຮຽນຈະໄດ້ຮັບປະທານ 132.450 ຄົນ ໃນ 1.423 ໂຮງຮຽນ ການລົງທຶນໃນດ້ານໂພສະນາການ ສຸຂະພາບ ແລະ ການສຶກສາຂອງເດັກນ້ອຍເປັນການຊ່ວຍໃຫ້ພວກເຂົນກາຍເປັນຜູ້ໃຫຍ່ທີມີຄຸນະພາບ ຊ່ວຍທຳລາຍວົງຈອນການຂາດສານອາຫານ ນອກຈາກນັ້ນ ອາຫານທ່ຽງໃນໂຮງຮຽນມີບົດບາດສໍາຄັນໃນການຮັບປະກັນການເຂົ້າເຖິງການສຶກສາຢ່າງສະເໝີພາບ ສ້າງໃຫ້ເດັກນ້ອຍນັກຮຽນມີສຸຂະພາບ ແລະ ໂພຊະນາການທີ່ດີ ເປັນການປະກອບສ່ວນສໍາຄັນໃນການພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ.

ຍີ່ປຸ່ນໃນຖານະເປັນຄູ່ຮ່ວມງານທີ່ສະໜິດໜ້ນກັບກະຊວງສຶກສາທິການ ແລະ ກິລາໃນຂົງເຂດວຽກງານອາຫານໂຮງຮຽນນັບຕັ້ງແຕ່ປີ 2000 ເປັນຕົ້ນມາ ແລະ ອົງການອາຫານໂລກຍັງຈະສືບຕໍ່ໃຫ້ການສະໜັບສະໜູນໂຄງການອາຫານທ່ຽງໃນໂຮງຮຽນແຫ່ງຕ່າງໆ ເຊິ່ງການຊ່ວຍເຫຼືອດັ່ງກ່າວລວມມີການຕິດຕັ້ງນໍາສະອາດ ຂະອະນາໄມ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຊ່ວຍເຫຼືອຊຸມຊົນໃນການສ້າງຫ້ອງອາຫານ ສາງເກັບເຄື່ອງ ເຮືອນຄົວ ກິດຈະກໍາການເສີມສ້າງທັກສະການຮຽນຮູ້ຕ່າງໆ ໃນໄລຍະຜ່ານມາອົງການອາຫານໂລກໄດ້ພັດທະນາໂຮງຮຽນໃນ ສປປ ລາວ ເພື່ອປັບປຸງສຸຂະພາບ ແລະ ເສີມສ້າງດ້ານໂພຊະນາການຂອງເດັກນ້ອຍ ນອກຈາກອັດຕາການເຂົ້າຮຽນເພີ່ມຂຶ້ນ ການເຂົ້າຮຽນ ແລະ ຜົນການຮຽນທີ່ດີຂຶ້ນຂອງເດັກນ້ອຍ ແລະ ເຊື່ອໃນຜົນປະໂຫຍດຂອງວຽກງານອາຫານໃນໂຮງຮຽນທີ່ຈະເປັນທ່າແຮງໜຶ່ງຂອງຊຸມຊົນທີ່ຈະຊ່ວຍຫຼຸດພົ້ນອອກຈາກຄວາມທຸກຍາກອີກດ້ວຍ.

error: Content is protected !!