ສອງສຳນັກຂ່າວສານລາວ-ຫວຽດນາມ ວາງສະແດງຮູບສາຍພົວພັນສອງປະເທດ

    ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ລາວ ຄົບຮອບ 60 ປິ (ວັນທີ 5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງຫວຽດນາມ-ລາວ ຄົບຮອບ 45 ປີ (18/7/1977-18/7/2022) ສຳນັກງານຂ່າວສານຫວຽດນາມ ຮ່ວມກັບສຳນັກຂ່າວສານປະເທດລາວ ໄດ້ຈັດງານວາງສະແດງຮູບພາບ ສາຍພົວພັນຫວຽດນາມ-ລາວ ໃນວັນທີ 6 ກັນຍາ 2022 ຢູ່ສູນສຳນັກງານແຫ່ງຊາດຫວຽດນາມ ພາຍໃຕ້ຫົວຂໍ້ ”ການພົວພັນຫວຽດນາມ-ລາວ ພັດທະນາ ແລະ ຄົງຕົວຕະຫຼອດໄປ” ໂດຍມີຜູ້ຕາງໜ້າການນຳຄະນະອົບຮົມສູນກາງພັກ ຄະນະນໍາກະຊວງການຕ່າງປະເທດ ກະຊວງການຕ່າງປະເທດ ກະຊວງວັດທະນະທຳ-ກີລາ ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊິນເຂົ້າຮ່ວມ.

    ໃນໂອກາດດັ່ງກ່າວ ທ່ານນາງ ວູຫວຽດຈາງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ ໄດ້ກ່າວໃນພິທີດັ່ງກ່າວວ່າ: ປີ 2022 ແມ່ນປີທີ່ມີຄວາມໝາຍສຳຄັນພິເສດສຳລັບການພົວພັນຫວຽດນາມ-ລາວ, ລາວຫວຽດນາມ ເປັນຂີດໝາຍສຳຄັນແຫ່ງການສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປິ ແລະ 45 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ ສະທ້ອນບັນດາການເຄື່ອນໄຫວສຳຄັນ ຄວາມຈິງໃຈ ມິດຕະພາບອັນສະໜິດສະໜົມ ລະຫວ່າງປະຊາຊົນສອງຊາດ ນີ້ຖືເປັນໝາກຜົນອັນໃຫຍ່ຫລວງຂອງສາຍພົວພັນພິເສດທີ່ລ້ຳຄ່າ ຊື່ສັດບໍລິສຸດ ລະຫວ່າງສອງປະເທດ ໃນຂະນະດຽວກັນ ຍັງມີຮູບພາບທີ່ສ່ອງແສງເຫດການສຳຄັນຕ່າງໆໃນປີສາມັກຄີ ມິດຕະພາບ ລະຫວ່າງຫວຽດນາມ-ລາວ ລາວ-ຫວຽດນາມ 2022 ທີ່ເຕັມໄປດ້ວຍສີສັນຫຼາຍແບບ ແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

    ຮູບທີ່ນໍາມາວາງສະແດງໃນຄັ້ງນີ້ ປະກອບດ້ວຍຮູບພາບຂະໜາດໃຫຍ່ 63 ຮູບ ແລະ ຫຼາຍກວ່າ 100 ຮູບ ທີ່ມີການຄັດເລືອກຈາກບັນດາເອກະສານຂອງສຳນັກຂ່າວສານຫວຽດນາມ ແລະ ສໍານັກງານຂ່າວສານປະເທດລາວ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມຈິງໃຈ ການເຄື່ອນໄຫວຕ່າງໆທີ່ສ່ອງແສງໃຫ້ເຫັນເຖິງການພົວພັນພິເສດທີ່ມີໜຶ່ງດຽວຢູ່ໃນໂລກ ລະຫວ່າງສອງປະເທດ ສອງຊາດ ຫວຽດນາມ-ລາວ ລາວ-ຫວຽດນາມອ້າຍນ້ອງ ນັບແຕ່ພາຍຫຼັງຫວຽດນາມປະກາດສ້າງຕັ້ງສາທາລະນະລັດສັງຄົມນິຍົມຫວຽດນາມ ໃນວັນທີ 02/09/1945 ແລະ ລັດຖະບານລາວອິດສະລະ ໄດ້ປະກາດສ້າງຕັ້ງຂຶ້ນ 12/10/1945.

    ບັນດາຮູບພາບທີ່ນໍາມາວາງສະແດງ ຍັງໄດ້ສ່ອງແສງໃຫ້ເຫັນເຖິງການດຳລົງຊິວິດ ສາຍພົວພັນ ມິດຕະພາບອັນສະໜິດສະໜົມຮ່ວມກັນຢ່າງແໜ້ນແຟ້ນ ລະຫວ່າງພັກ-ປະຊາຊົນສອງຊາດ ທີ່ໄດ້ຄຽງບ່າຄຽງໄຫຼ່ໃນໄລຍະຕໍ່ສູ້ກູ້ຊາດ ຍາດເອົາເອກະລາດຂອງບັນດາຊົນເຜົ່າ ກໍຄືໃນໄລຍະການປົກປັກຮັກສາ ແລະ ໄລຍະປົກປັກຮັກສາ-ພັດທະນາຂອງສອງປະເທດເຖິງປັດຈຸບັນ ຮູບພາບດັ່ງກ່າວ ຍັງເປັນການປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ໂດຍປະທານ ໂຮ່ຈີ່ມິງ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ລິເລີ່ມ ແລະ ໄດຮັບການເພີ່ມພູນຄູນສ້າງຈາກການນຳແຕ່ລະຮຸ່ນ ນັກປະຕິວັດ ປະຊາຊົນສອງປະເທດ ຮ່ວມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ເປັນມໍລະດົກອັນລ້ຳຄ່າ ເປັນປັດໄຈຕັດສິນໄຊຊະນະຂອງການປະຕິວັດແຕ່ລະປະເທດ ແລະ ອື່ນໆ.

error: Content is protected !!