ຫາດຊາຍຟອງ ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານ ຮັບປະກັນໃຫ້ໄດ້ 3 ລັກສະນະ

    ກອງປະຊຸມສະຫຼຸບວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ທົ່ວເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄລຍະ 5 ປີຜ່ານມາ 2016-2020 ແລະ ທິດທາງແຜນການ 5 ປີ 2021-2025 ວັນທີ 6 ກັນຍາ 2022 ທີ່ສໍານັກງານປົກຄອງເມືອງດັ່ງກ່າວ ເປັນປະທານຮ່ວມຂອງທ່ານ ບຸນເພັງ ສີນະວົງພອນ ເລຂາພັກເມືອງ ເຈົ້າເມືອງຫາດຊາຍຟອງ ທ່ານ ດາວັນ ທົນນະວົງສາ ເລຂາໜ່ວຍພັກ ຮອງຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ທ່ານ ຍອດຊາຍ ລາດຊະບຸດ ຄະນະປະຈໍາພັກ ຫົວໜ້າຄະນະຈັດຕັ້ງເມືອງຫາດຊາຍຟອງ ບັນດາຄະນະປະຈໍາພັກ ຄະນະພັກ ຮາກຖານພັກ ແລະ ເລຂາໜ່ວຍພັກຫ້ອງການ.

     ທ່ານ ຍອດຊາຍ ລາດຊະບຸດ ໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ໃນໄລຍະ 5 ປີທີ່ຜ່ານມາວ່າ ເມືອງຫາດຊາຍຟອງເປັນເມືອງໜື່ງທີ່ໄດ້ພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ການລະບາດພະຍາດໂຄວິດ-19 ໄຂ້ເລືອດອອກ ລາຄາສິນຄ້າເພີ່ມຂື້ນຕໍ່ເນື່ອງ ອຸທົກກະໄພທໍາມະຊາດ ແລະ ອື່ນໆ ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ ການເປັນຢູ່ຂອງພະນັກງານລັດຖະກອນທະຫານ ຕໍາຫຼວດ ແລະ ປະຊາຊົນ ແຕ່ຄະນະພັກ ຄະນະນໍາຂັ້ນເມືອງ ໄດ້ສຸມທຸກກໍາລັງແຮງເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນຢ່າງແຂງແຮງ ເຊິ່ງເຮັດໃຫ້ບັນລຸໄດ້ຜົນສໍາເລັດໃນຫຼາຍດ້ານ ແລະ ສາມາດຮັກສາໄດ້ສະຖຽນລະພາບດ້ານການເມືອງ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນກໍໄດ້ຮັບການປັບປຸງດີຂຶ້ນ ຍ້ອນມີແນວທາງນະໂຍບາຍຂອງພັກ ການເອົາໃຈໃສ່ນໍາພາສຶກສາອົບຮົມການເມືອງ-ແນວຄິດ ຖືເປັນສໍາຄັນຕໍ່ບັນດາສະມາຊິກ ພັກ ພະນັກງານ ລັດຖະກອນ ທະຫານ ຕໍາຫຼວດ ໃຫ້ມີຄຸນສົມບັດ ສິນທໍາປະຕິວັດ ທັດສະນະຫຼັກໝັ້ນທາງດ້ານອຸດົມການ ຍົກສູງສະຕິຕື່ນຕົວ ເຊື່ອໝັ້ນຕໍ່ແນວທາງປ່ຽນແປງໃໝ່ ຈໍາແນກມິດ ສັດຕູ ເປັນເຈົ້າຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເມືອງຫາດຊາຍຟອງມີທັງໝົດ 114 ໜ່ວຍພັກ ທຽບໃສ່ປີ 2015 ເພີ່ມຂຶ້ນ 20 ໜ່ວຍ ເທົ່າກັບ 17,54% ມີ 3 ຄະນະພັກຮາກຖານຄື:ປກສ-ປກຊ ແລະ ມສ ສາລາຄໍາ ມີສະມາຊິກພັກທັງໝົດ 1.741 ສະຫາຍ ຍິງ 540 ສະຫາຍ ທຽບໃສ່ປີ 2015 ເພີ່ມຂຶ້ນ 420 ສະຫາຍ ເທົ່າກັບ 24,12% ຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 102 ໜ່ວຍພັກ ທຽບໃສ່ປີ 2015 ເພີ່ມຂຶ້ນ 65 ໜ່ວຍ ກວມເອົາ 63,72% ມອບບັດໃຫ້ສະມາຊິກພັກໄດ້ທັງໝົດ 1.305 ສະຫາຍ ຍິງ 343 ສະຫາຍ ເທົ່າກັບ 83,70% ຮັບເງິນສະຕິພັກທັງໝົດ 82.061.791 ກີບ ສົ່ງມອບຄະນະພັກຂັ້ນເທິງ 33.495.404 ກີບ ນອກນັ້ນຍັງໄດ້ມອບເງິນນະໂຍບາຍຊ່ວຍເຫຼືອໃຫ້ສະມາຊິກພັກ 97 ສະຫາຍ ເປັນເງິນ 276.180.000 ກີບ. ສ່ວນທິດທາງແຜນການຕໍ່ໜ້າ ຈະສືບຕໍ່ຍຶດໝັ້ນຕາມ 5 ຫຼັກການ 3 ທິດຊີ້ນຳກໍ່ສ້າງປັບປຸງເຊີດຊູຄວາມສາມາດນຳພາຂອງຄະນະພັກ ເສີມສ້າງຖານະແກນນຳລະບົບການເມືອງ ຍົກສູງຄວາມເປັນແບບຢ່າງ ເສີມຂະຫຍາຍປະຊາທິປະໄຕ ຄວາມສາມັກຄີ ປະຕິບັດລະບອບດຳເນີນຊີວິດການເມືອງໃຫ້ປົກກະຕິ ຮັບປະກັນໃຫ້ໄດ້ 3 ລັກສະນະ ນຳພາ ສຶກສາອົບຮົມ ແລະ ຕໍ່ສູ້ປັບປຸງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ສ້າງເປົ້າໝາຍສືບທອດປ່ຽນແທນ ເຮັດໜ້າທີ່ການເມືອງໄລຍະໃໝ່ໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບທິດ 3 ສ້າງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!