ທ່ານທູດສະຫະລັດອາເມຣິກາ ປະຈໍາລາວ ເຂົ້າຢ້ຽມທ່ານຮອງປະທານ ສນຊ

    ໃນວັນທີ 6 ກັນຍາ 2022 ທີ່ສູນກາງແນວລາວສ້າງຊາດ (ສນຊ) ທ່ານ ປີເຕີ ເຮມ້ອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈໍາລາວ ພ້ອມຄະນະ ເຂົ້າຢ້ຽມທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ.

    ໂອກາດນີ້ ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຍີນດີຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ທ່ານເອກອັກຄະລັດຖະທູດສະຫະລັດອາເມຣິກາ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການຊ່ວຍເຫຼືອວັກຊິນປ້ອງກັນ Covid-19 ການເກັບກູ້ລະເບີດທີ່ບໍ່ທັນແຕກຢູ່ ສປປ ລາວ ຊ່ວຍເຫຼືອກ່ຽວກັບບັນຫາຢາເສບຕິດ ດ້ານການສຶກສາ ສາທາລະນະສຸກ ການຊູກຍູ້ຊ່ວຍເຫຼືອແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ ໃນການຫັນມາທໍາການຜະລິດທີຖືກກົດໝາຍ ພ້ອມດຽວກັນນັ້ນ ໄດ້ແລກປ່ຽນຄວາມຮູ້ກ່ຽວກັບດໍາລັດ 315 ວ່າດ້ວຍການເຊື່ອຖືສາສະໜາຢູ່ ສປປ ລາວ ຕື່ມອີກ.

    ໂອກາດດຽວກັນ ທ່ານ ປີເຕີ ເຮມ້ອນ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ທ່ານ ດຣ. ຈັນເພັງ ສຸດທິວົງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ຂອບໃຈນຳພັກ-ລັດຖະບານແຫ່ງ ສປປ ລາວ ແລະ ການຈັດຕັ້ງທຸກຂັ້ນ ທີ່ໃຫ້ການຮ່ວມມືສະໜັບສະໜູນການປະຕິບັດໜ້າທີ່ໃນການອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ການທູດ ແລະ ພ້ອມຢືນຢັນສືບຕໍ່ໃຫ້ການສະໜັບສະໜູນ ສືບຕໍ່ການຊ່ວຍເຫຼືອໃນດ້ານຕ່າງໆແກ່ ສປປ ລາວ ເວົ້າລວມ ເວົ້າສະເພາະ ກໍຄືວຽກງານຂອງແນວລາວສ້າງຊາດ ໃຫ້ມີຜົນສຳເລັດ.  

error: Content is protected !!