ວັນທີ 6 ກັນຍາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ຜທ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ຄຣີສຕຽນ ເອໂດ ຜູ້ຈັດການໜ່ວຍງານການສຶກສາປະຈຳພາກພື້ນອາຊີປາຊີຟິກ ຂອງກຸ່ມທະນາຄານໂລກ ແລະ ຄະນະ ເນື່ອງໃນໂອກາດທີ່ມາຢ້ຽມຢາມ ສປປ ລາວ.

ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບວຽກງານການສຶກສາທີ່ທະນາຄານໂລກໄດ້ໃຫ້ການສະໜັບສະໜູນ ເຊັ່ນ:ຜົນສຳເລັດ ແລະ ສິ່ງທ້າທາຍຂອງ ສປປ ລາວ ຕໍ່ກັບວາລະການລົງທຶນໃນຂົງເຂດທຶນທາງດ້ານຊັບພະຍາກອນມະນຸດ (Human Capital agenda) ແລະ ການກະກຽມກອງປະຊຸມສຸດຍອດຂອງວຽກງານດັ່ງກ່າວ ທີ່ຄາດໝາຍກະກຽມຈະຈັດຂື້ນໃນທ້າຍເດືອນພະຈິກ ຫາ ຕົ້ນເດືອນທັນວາ 2022.

ພ້ອມດຽວກັນນີ້ ທ່ານ ຄຣີສຕຽນ ເອໂດ ກໍຈະໄດ້ລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ ກໍຄືໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະ III (ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ) ແລະ ໂຄງການເສີມສ້າງທັກສະທີ່ເປັນບູລິມະສິດສຳລັບການເຕີບໂຕຂອງ ສປປ ລາວ ທີ່ແຂວງວຽງຈັນ.

# ຂ່າວ – ພາບ : ຊີລິການດາ