ສະເໜີໃຫ້ຊຸກຍູ້ລະບົບການນຳໃຊ້ຄອມພິວເຕີເຂົ້າສູ່ຊົນນະບົດໃຫ້ຫຼາຍຂຶ້ນ

    ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ນຳໂດຍທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ທ່ານ ປອ ເກດແກ້ວ ສີຫາລາດ ຮອງປະທານກໍາມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ທ່ານ ນາງ ເກດມະນີ ບັນດາສັກ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນນະຄອນຫຼວງວຽງຈັນ  ລົງພົບປະຜູ້ມີສິດເລືອກຕັ້ງ ເພື່ອໂຄສະນາເຜີຍແຜ່ເອກະສານຜົນສຳເລັດກອງປະຊຸມສະໄໝສາມັນເທືື່ອທີ 3 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໃນວັນທີ 7 ກັນຍາ 2022 ຢູ່ສະຖາບັນເຕັກໂນໂລຊີ ແລະ ການສື່ສານ (ຫຼັກ14 ບ້ານດອນຕີ້ວ) ໂດຍມີທ່ານ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ບັນດາຄະນະນໍາກະຊວງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

   ທ່ານ ສຈ ບໍ່ວຽງຄໍາ ວົງດາລາ  ໄດ້ລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບການພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ ສສຊ ຮັບຊາບ ເຊິ່ງ 5 ປີ ຜ່ານມາ ຄະນະນຳກະຊວງ ໄດ້ສຸມໃສ່ພັດທະນາເຕັກໂນໂລຊີການສື່ສານ ແລະ ນະວັດຕະກຳໃຫ້ມີການຂະຫຍາຍຕົວຢ່າງກ້າວກະໂດດ ສົ່ງເສີມ ແລະ ນໍາໃຊ້ໂທລະຄົມມະນາຄົມ ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ແລະ ດິຈິຕອນທີ່ທັນສະໄໝ ມີຄວາມປອດໄພສູງ ເຂົ້າໃນທຸກຂະແໜງການເສດຖະກິດ-ສັງຄົມ ແຕ່ສູນກາງຮອດທ້ອງຖິ່ນ ນຳໃຊ້ຜົນສໍາເລັດຂອງການຄົ້ນຄ້ວາ ແລະ ຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳເພື່ອຍູ້ແຮງຂະບວນການຜະລິດສິນຄ້າ ການບໍລິການໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫຼາກຫຼາຍ ສາມາດສ້າງມູນຄ່າເພີ່ມ ແລະ ມີຄວາມອາດສາມາດໃນການແຂ່ງຂັນ ພັດທະນາຊັບພະຍາກອນມະນຸດທາງດ້ານດິຈິຕອນໃຫ້ມີຄຸນນະພາບສູງ ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ເຂົ້າສູ່ຍຸກອຸດສາຫະກຳ 4.0 ຫັນເປັນລັດຖະບານດິຈິຕອນ ແລະ ສ້າງເສດຖະກິດ-ສັງຄົມດິຈິຕອນ ໂດຍໄດ້ກຳນົດ 9 ແຜນວຽກຈຸດສຸມ 55 ແຜນງານ ແລະ 151 ໂຄງການ ເພື່ອຈັດຕັ້ງປະຕິບັດ  ດ້ານພື້ນຖານໂຄງລ່າງໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງດ້ານປະລິມານ ແລະ ຄຸນນະພາບ ສາມາດຂະຫຍາຍສາຍສົ່ງສັນຍາໂທລະສັບມືຖືໄດ້ກວ່າ 483  ສະຖານີ ຂະຫຍາຍສາຍກາບໄຍແສງໄດ້ປະມານ 3.329 ກິໂລແມັດ ໂທລະສັບຕັ້ງໂຕະມີສາຍ ແລະ ບໍ່ມີສາຍ 1.325.164 ເລກໝາຍ ໂທລະສັບມືຖື 4.995.000 ເລກໝາຍ  ລວມໂທລະສັບຕັ້ງໂຕະ ແລະ ມືຖືນໍາໃຊ້ 6.320.664 ເລກໝາຍ ແລະ ຂະຫຍາຍລົງທະບຽນນໍາໃຊ້ອິນເຕີເນັດ (ລະບົບມີສາຍ ແລະ ຜ່ານຊິມ 3G) ໄດ້ 804.947 ບັນຊີ ປັດຈຸບັນ ມີທັງໝົດ 4.604.323 ບັນຊີ  ໃນປີ 2021 ສາມາດສ້າງລາຍຮັບທັງທາງກົງ ແລະ ທາງອ້ອມໄດ້ທັງໝົດ 4.769 ຕື້ກ່ວາກີບ ຫຼື ປະຕິບັດໄດ້ເທົ່າກັບ 32% (ແຜນການ 5 ປີ 15 ພັນຕື້ກ່ວາກີບ) ມອບພັນທະເຂົ້າງົບປະມານລັດໄດ້ 715 ຕື້ກວ່າກີບ ຫຼື ປະຕິບັດໄດ້ 15 % (ແຜນການ 5 ປີ 5 ພັນຕື້ກ່ວາກີບ) ພິເສດໄດ້ສ້າງລາຍຮັບການເຮັດທົດລອງທຸລະກໍາຊັບສິນດິຈິຕ້ອນ ໃຫ້ແກ່ລັດຖະບານຈໍານວນ  5 ລ້ານໂດລາ ຄາດຄະເນໝົດປີ 2022 ລາຍຮັບດ້ານນີ້ຈະມີປະມານ 45 ລ້ານໂດລາສະຫະລັດ.

      ຈາກນັ້ນ ສສຊ ກໍໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເອກະສານຜົນສຳເລັດຂອງກອງປະຊຸມດັ່ງກ່າວ ພ້ອມທັງຍົກໃຫ້ເຫັນບາງເນື້ອໃນສຳຄັນຂອງກອງປະຊຸມສະໄໝສາມັນເທືື່ອທີ 3 ຂອງ ສພຊ ຊຸດທີ IX ເພື່ອສ້າງຄວາມເຂົ້າໃຈໃຫ້ພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ເປັນຕົ້ນ ການພິຈາລະນາຮັບຮອງເອົາບັນຫາສໍາຄັນຕ່າງໆຂອງລັດຖະບານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ການຈັດຕັ້ງປະຕິບັດລັດຖະທຳມະນູນ-ກົດໝາຍ ແລະ ບັນຫາສໍາຄັນອັນພົ້ນເດັ່ນຕ່າງໆທີ່ຕິດພັນກັບການພັດທະນາປະເທດຊາດ ກໍຄືການດຳລົງຊີວິດປະຊາຊົນທົ່ວປະເທດ ພ້ອມນັ້ນ ຍັງໄດ້ເປີດໂອກາດໃຫ້ສະມາຊິກພັກ ພະນັກງານແຕ່ລະຂັ້ນ ກໍຄືບັນດາກົມຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ປະກອບຄໍາເຫັນ ແລະ ສະເໜີແລກປ່ຽນບັນຫາຄວາມຂັດຂ້ອງໃຈດ້ານຕ່າງໆທີ່ຕິດພັນກັບວຽກງານຂອງຕົນ  ເພື່ອໃຫ້ ສສຊ ນໍາໄປສະເໜີຕໍ່ພາກສ່ວນກ່ຽວຂ້ອງ ພິຈາລະນາແກ້ໄຂໃຫ້ຖືກຕ້ອງ ສອດຄ່ອງ ເປັນຕົ້ນ  ສະເໜີໃຫ້ກະຊວງສຶກສາທິການ ແລະ ກີລາ ຊຸກຍູ້ເລື່ອງລະບົບການນຳໃຊ້ຄອມພິວເຕີເຂົ້າສູ່ຊົນນະບົດໃຫ້ຫຼາຍຂຶ້ນ ໃຫ້ຫຼຸດພາສີນຳເຂົ້າ ເພື່ອການສະໜອງຄອມພິວເຕີທີ່ນຳເຂົ້າເພື່ອການສຶກສາໃຫ້ຫຼຸດລົງ ໃຫ້ເອົາໃຈໃສ່ຊຸກຍູ້ສົ່ງເສີມບຸຄະລະກອນດ້ານດິຈິຕ໋ອນຂອງປະເທດຫຼາຍຂຶ້ນ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ  ສະເໜີລັດຖະບານ ກໍຄືພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ໃນການຄວບຄຸມອັດຕາການແລກປ່ຽນເງິນຕາໃຫ້ເປັນຖືກຕ້ອງຕາມລະບຽບທະນາຄານກາງວາງອອກ ຊຸກຍູ້ສົ່ງເສີມການນຳໃຊ້ບັນດາບົດຮຽນ ແລະ ບັນດາເຕັກໂນໂລຊີທີ່ທັນສະໄໝຂອງຕ່າງປະເທດ ເພື່ອນຳມາຊຸກຍູ້ສົ່ງເສີມການຜະລິດຢູ່ປະເທດເຮົາໃຫ້ມີການພັດທະນາຫຼາຍຂຶ້ນ.

# ຂ່າວ – ພາບ : ລັດເວລາ

error: Content is protected !!