ສສຊ ແລະ ສສ.ນວ ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນ.

    ວັນທີ 5 ກັນຍາ 2022 ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ I ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ນຳຄະນະໂດຍທ່ານ ຮສ.ປອ ລິນຄຳ ດວງສະຫວັນ ສສຊ ຊຸດທີ IX ປະຈຳເຂດເລືອກຕັ້ງທີ I ນວ ໄດ້ສືບຕໍ່ລົງພົບປະກັບຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II ທີ່ພະແນກພະລັງງານ ແລະ ບໍ່ແຮ່ ນວ ໂດຍການຕ້ອນຮັບຂອງທ່ານ ປອ ເສີມຄຳ ທຸມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນວ ມີພະນັກງານ-ລັດຖະກອນທົ່ວພະແນກ ແລະ ໄຟຟ້າສາຂາ ນວ 1 ແລະ 2 ເຂົ້າຮ່ວມຮັບຟັງ.

    ໂອກາດນີ້ ທ່ານ ປອ ເສີມຄຳ ທຸມມະວົງສາ ໄດ້ລາຍງານສະພາບການຈັດຕັ້ງຂອງຂະແໜງພະລັງງານ ແລະ ບໍ່ແຮ່ ສະພາບ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ທົ່ວ ນວ ສຳລັບ 6 ເດືອນຕົ້ນປີ 2022 ແລະ ວຽກງານຈຸດສຸມທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດສຳລັບ 6 ເດືອນປີ 2022 ພະແນກພະລັງງານ ແລະ ບໍ່ແຮ່ ນວ ແມ່ນໜຶ່ງໃນຂະແໜງການເຊິ່ງນອນໃນໂຄງປະກອບຂອງອົງການປົກຄອງ ນວ ມີພາລະບົດບາດ ແລະ ໜ້າທີ່ເປັນເສນາທິການຊ່ວຍໃຫ້ຄະນະປະຈຳພັກ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ໃນການຄົ້ນຄວ້າ ວາງແຜນ ຄຸ້ມຄອງ ແລະ ສົ່ງເສີມການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນທົ່ວ ນວ .

     ພາຍຫຼັງທີ່ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງຂອງຂະແໜງພະລັງງານ ແລະ ບໍ່ແຮ່ ຈາກທ່ານຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນວ ທ່ານ ຮສ.ປອ ລິນຄຳ ດວງສະຫວັນ ກໍໄດ້ລາຍງານໂດຍສັງເຂບ ຂອງຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາ ແຫ່ງຊາດ ຊຸດທີ IX ແລະ ຜົນສຳເລັດຂອງກອງປະຊຸມສະພາປະຊາຊົນ ນວ ຊຸດທີ II ເຊິ່ງລາຍງານໂດຍທ່ານ ນາງ ວິໄຊ ສຣິດທິຮາດ ສສຊ ເຂດ ເລືອກຕັ້ງທີ I ນວ ຈາກນັ້ນ ພະນັກງານຫຼັກແຫຼ່ງອ້ອມຂ້າງພະແນກ ກໍໄດ້ພັດປ່ຽນກັນປະກອບຄຳຄິດຄຳເຫັນຕໍ່ບົດລາຍດັ່ງກ່າວ ເປັນຕົ້ນແມ່ນກົນໄກການເກັບໜີ້ສິນ ຕ້ອງຮັບຈາກບໍລິສັດເອກະຊົນຕ່າງໆ ບັນຫາການນຳເຂົ້ານ້ຳມັນເຊື້ອໄຟ ການກຳນົດຫົວໜ່ວຍລາຄາໄຟຟ້າ ບັນຫາເງິນເຟີ້ ການປະຕິບັດວາລະແຫ່ງຊາດ ໂດຍສະເພາະແມ່ນບັນຫາຢາເສບຕິດ ແລະ ອື່ນໆ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!