ທ່ານ ທອງລຸນ ສີສຸລີດ ມອບສານຕາຕັ້ງໃຫ້ເອກອັກຄະລັດຖະທູດໄປປະຈຳຕ່າງປະເທດ 6 ທ່ານ

    ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ມອບສານຕາຕັ້ງໃຫ້ບັນດາທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ໄປປະຈຳຢູ່ຕ່າງປະເທດຈຳນວນ 6 ທ່ານ ມີ ທ່ານ ສົງການ ຫຼວງມຸນິນທອນ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ສ ເກົາຫຼີ ທ່ານ ດວງມະນີ ຍອດສີອຸດົມ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາອັງກິດ ທ່ານ ໄມບົວ ໄຊຍະວົງ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາເຢຍລະມັນ ທ່ານ ແກ້ວ ມັກຄະຜົນ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ສປປ ເກົາຫຼີ ທ່ານ ບຸນມີ ວັນມະນີ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາອິນເດຍ ແລະ ທ່ານ ສອນໄຊ ວັນນະໄຊ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາຟີລິບປິນ.

    ພິທີມອບສານຕາຕັ້ງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 7 ກັນນຍາ 2022 ທີ່ຫ້ອງຮັບແຂກສະພາແຫ່ງຊາດ ໃນພິທີ ທ່ານປະທານປະເທດ ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ທ່ານທູດທັງ 6 ທ່ານ ທີ່ໄດ້ຖືກແຕ່ງຕັ້ງໃຫ້ໄປປະຕິບັດໜ້າທີ່ການທູດປະຈຳຢູ່ຕ່າງປະເທດດັ່ງກ່າວ ທ່ານຍັງໄດ້ກ່າວໂອ້ລົມໃນບາງບັນຫາສຳຄັນ ພ້ອມທັງໃຫ້ທິດຊີ້ນຳຢ່າງເລິກເຊິ່ງ ແລະ ໜັກແໜ້ນ

ໂດຍສະເພາະ ເນັ້ນໃຫ້ບັນດາທ່ານທູດຕ້ອງຖືສຳຄັນຄຳວ່າ: “ວິສາມັນຜູ້ມີອຳນາດເຕັມ” ຊິ່ງແມ່ນຜູ້ທີ່ມີອໍານາດເຕັມຢູ່ປະເທດນັ້ນ ໃນການຕາງໜ້າໃຫ້ປະເທດຊາດ ພົວພັນວຽກງານຕ່າງໆ ບັນດາທ່ານທູດຕ້ອງໄດ້ສືບຕໍ່ຮຽນຮູ້ໃນດ້ານຕ່າງໆ ເພື່ອເຕີມເຕັມວຽກງານໃຫ້ຮອບດ້ານ ເພື່ອຈະສາມາດປະຕິບັດໜ້າທີ່ການທູດໃຫ້ເກີດປະໂຫຍດສູງສຸດແກ່ສອງໜ້າທີ່ຍຸດທະສາດຂອງເຮົາ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທັງເປັນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງປະເທດໃຫ້ນັບມື້ດີຂຶ້ນ.

    ບັນດາທ່ານທູດທີ່ຖືກແຕ່ງຕັ້ງ ຕ່າງກໍໄດ້ຖືໂອກາດນີ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງການນຳ ພັກ-ລັດຖະບານ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແຕ່ງຕັ້ງໃຫ້ເປັນເອກອັກຄະລັດຖະທູດໄປປະຕິບັດໜ້າທີ່ອັນສູງສົ່ງ ແລະ ສຸດທີ່ສຳຄັນນີ້ ພ້ອມທັງສະແດງຄວາມຢືນຢັນວ່າ ຈະສຸມທຸກຄວາມສາມາດ ທຸກກຳລັງທີ່ມີ ເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງສຸດຄວາມສາມາດ ເພື່ອໃຫ້ເກີດປະໂຫຍດສູງສຸດແກ່ປະເທດຊາດ.

error: Content is protected !!