ສະຫຼຸບຜົນສຳເລັດຂອງໂຄງການກິດຈະກຳການເຕົ້າໂຮມກຸ່ມເດັກຍິງ “ນາງນ້ອຍ”

    ກອງປະຊຸມສະຫຼຸບຜົນສຳເລັດຂອງໂຄງການກິດຈະກຳການເຕົ້າໂຮມກຸ່ມເດັກຍິງ “ນາງນ້ອຍ” ທີ່ເມືອງນາໝໍ້ ແຂວງອຸດົມໄຊ ຈັດຂຶ້ນວັນທີ 7 ກັນຍາ 2022 ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ນາງ ປອ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ມີທ່ານ ນາງ Mariam A Khan ຜູ້ຕ່າງໜ້າຈາກອົງການສະຫະປະຊາຊາດ ກອງທືນເພື່ອປະຊາກອນ ແລະ ທັງເປັນຜູ້ຕາງໜ້າອົງການກອຍກາ ປະຈຳສປປ ລາວ ຫົວໜ້າກົມ ຜູ້ອຳນວຍການສະຖາບັນ ພະແນກສຶກສາທິການ ແລະ ກີລາ ແຂວງອຸດົມໄຊ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.

     ທ່ານ ນາງ ປອ ສີສຸກ ວົງວິຈິດ ກ່າວວ່າ: ການປະຕິບັດແຜນງານໄລຍະຜ່ານມາຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ເມືອງຜາອຸດົມ ແຂວງບໍ່ແກ້ວ ແລະ ການສ້າງແຜນຍຸດທະສາດຮ່ວມກັນ ໃນການຂະຫຍາຍກິດຈະກຳໄປເມືອງນາໝໍ້ ແຂວງອຸດົມໄຊ ໂດຍສະເພາະ ກິດຈະກຳເຕົ້າໂຮມເດັກຍິງ “ນາງນ້ອຍ” ເພື່ອຫຼຸດຄວາມແຕກໂຕນຄວາມຮັບຮູ້ທາງດ້ານເພດສຶກສາ ສ້າງສິ່ງເອື້ອອຳນວຍ ເງື່ອນໄຂໃຫ້ມີຄວາມເທົ່າທຽມລະຫວ່າງຕົວເມືອງ ແລະ ຊົນນະບົດ ພາຍໃຕ້ການຊ່ວຍເຫຼືອຈາກອົງການສະຫະປະຊາຊາດ ກອງທືນເພື່ອປະຊາກອນ (UNFPA) ກອງປະຊຸມໃນຄັ້ງນີ້ ມີຄວາມໝາຍ ແລະ ສໍາຄັນເປັນຢ່າງຍິ່ງ ຕໍ່ຂະແໜງການສຶກສາ ແລະ ກີລາ ຂອງພວກຂ້າພະເຈົ້າ ໂດຍສະເພາະ ແມ່ນກິດຈະກຳທີ່ເມືອງນາໝໍ້ ແຂວງອຸດົມໄຊ ເຊິ່ງຢູ່ໃນທ່າມກາງການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

    ໃນປີ 2021 ໂຄງການໄດ້ເຝິກອົບຮົມຜູ້ໃຫ້ເດັກຍິງ “ນາງນ້ອຍ” ເກນອາຍຸ 15-19 ປີ ເປັນຜູ້ໃຫ້ຄໍາແນະນຳບ້ານລະ 2 ຄົນ (60 ຄົນ) ແລະ ເດັກຍິງອາຍຸເກນ 10-14 ປີ ບ້ານລະ 18 ຄົນ (540 ຄົນ). ໃນປີ 2022 ແມ່ນໄດ້ເຝິກອົບຮົມຜູ້ໃຫ້ຄໍາແນະນໍາ “ນາງນ້ອຍ” ເກນອາຍຸ 15-19 ປີ ເປັນຜູ້ໃຫ້ຄໍາແນະນຳບ້ານລະ 2 ຄົນ (66 ຄົນ) ແລະ ເດັກຍິງ ອາຍຸເກນ 10-14 ປີ ບ້ານລະ 18 ຄົນ (594 ຄົນ) ລວມທັງໝົດແມ່ນຈັດຕັ້ງປະຕິບັດໃນ 63 ບ້ານ ຈໍານວນທັງໝົດ 1.260 ຄົນ (ເດັກຍິງ) ແລະ ກິດຈະກຳເດັກຊາຍ ແມ່ນຈັດຕັ້ງປະຕິບັດໄດ້ທັງໝົດ 63 ບ້ານ ລວມທັງໝົດ 1.260 ຄົນ ແລະ ເຝິກອົບຮົມວິຊາຊີບຂັ້ນພື້ນຖານໄດ້ 3.300 ຄົນ.

error: Content is protected !!