ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ

    ພິທີປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 20 ປີ (9/9/2022-9/9/2022) ຈັດຂຶ້ນວັນທີ 7 ກັນຍາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ເປັນກຽດປາຖະກະຖາໂດຍທ່ານ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຄະນະພັກ ນວ ພ້ອມຄະນະພັກ ຄະນະນຳ ນວ ເມືອງ ກຳລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບອ້ອມຂ້າງ ນວ ເຂົ້າຮ່ວມ.

    ໃນພິທີ ທ່ານພົນໂທ ແສງນວນ ໄຊຍະລາດ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນຂອງວັນດັ່ງກ່າວ ໃນໄລຍະການປະຕິວັດຊາດປະຊາທິປະໄຕ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ຕົກເປັນຫົວເມືອງຂຶ້ນຂອງຊາວຕ່າງຊາດທີ່ເຂົ້າມາຮຸກຮານ ຈຶ່ງເຮັດໃຫ້ປະຊາຊົນລາວພ້ອມກັນລຸກຮືຂຶ້ນຕໍ່ສູ້ກູ້ຊາດຍາດເອົາໄຊຊະນະມາສູ່ປ່ວງຊົນລາວທັງຊາດ ເຊິ່ງບັນດາວິລະບູລຸດໄດ້ຍອມເສຍສະຫຼະຊີວິດເພື່ອປົກປ້ອງຄວາມເປັນເອກະລາດແຫ່ງຊາດ ແລະ ຄວາມຜາສຸກໃຫ້ປະຊາຊົນບັນດາເຜົ່າ ແລະ ໄດ້ຍົກໃຫ້ເຫັນໄຊຊະນະໝາກຜົນແຫ່ງການຈັດຕັ້ງນໍາພາຂອງຄະນະພັກ ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຫ່ງຊາດລາວແຕ່ລະຂັ້ນ ຕະຫຼອດ 20 ປີ ຜ່ານມາ ນັກຮົບເກົ່າແມ່ນຜູ້ອຸທິດຊີວິດເລືອດເນື້ອພາລະກິດປະຕິວັດ ກໍຄືພາລະກິດປະຫວັດສາດຂອງຊາດແມ່ນຜູ້ສ້າງພາລະກໍາປະຫວັດສາດທີ່ຍິ່ງໃຫຍ່ໄວ້ໃຫ້ແກ່ຄົນຮຸ່ນສຶບທອດໄດ້ຮໍ່າຮຽນເອົາເປັນແບບຢ່າງ. ເຖິງແມ່ນວ່າພວກເພິ່ນຈະເສຍຊີວິດ ເສຍອົງຄະ ແກ່ຊະລາ ຮັບອຸດໜູນ-ບໍານານ ຫຼື ອອກສ້າງເສດຖະກິດຄອບຄົວກໍຕາມແຕ່ຕອນຍັງໜຸ່ມແໜ້ນ ພວກເພິ່ນເຫຼົ່ານັ້ນເຄີຍໄດ້ເຂົ້າຮ່ວມການສູ້ຮົບ ແລະ ຮັບໃຊ້ການສູ້ຮົບໃນພາລະກິດປົດປ່ອຍຊາດຕ້ານການຮຸກຮານຂອງພວກຈັກກະພັດຕ່າງດ້າວ ວິລະກຳຂອງພວກເພີ່ນ ຍັງອະມະຕະນິລັນດອນ ແລະ ສະຖິດຢູ່ໃນໃຈຂອງປະຊາຊົນຜູ້ຮັກຊາດ ຮັກຄວາມເປັນເອກະລາດ ອິດສະຫຼະພາບ ແລະ ຄວາມເປັນທຳຕະຫຼອດການ ນັກຮົບເກົ່າ ຍາມໃດກໍມີຄວາມເດັດດ່ຽວໜ້ຽວແໜ້ນ ຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ມີຄວາມຈົງຮັກພັກດີຕໍ່ພັກຕໍ່ປະເທດຊາດຢ່າງບໍ່ມີຂອບເຂດ ມີຄວາມຕັດສິນໃຈ ແລະ ເສຍສະຫຼະຢ່າງສູງສົ່ງ ເພື່ອຜົນປະໂຫຍດສ່ວນລວມຂອງປະເທດຊາດ ມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ ເປັນແວ່ນແຍ່ງອັນໃສແຈ້ງໃຫ້ແກ່ຄົນຮຸ່ນສືບທອດ ບໍ່ວ່າທາງດ້ານແບບແຜນດຳລົງຊີວິດ ອຸດົມຄະຕິ ຫຼັກໝັ້ນຊົນຊັ້ນ ກໍຄືການພັດທະນາເສດຖະກິດ ແກ້ໄຂຊີວິດການເປັນຢູ່ ແລະ ລົບລ້າງຄວາມທຸກຍາກ ພ້ອມນີ້ ສະຫະພັນນັກຮົບເກົ່າຍັງໄດ້ມີການພົວພັນຮ່ວມມືກັບສະມາຄົມນັກຮົບເກົ່າຕ່າງປະເທດ ພາກພື້ນ ແລະ ສາກົນອີກດ້ວຍ.

error: Content is protected !!