ຮອງປະທານສະພາແຫ່ງຊາດ ຕ້ອນຮັບຄະນະຜູ້ແທນ UNDP

    ວັນທີ 6 ກັນຍາ 2022 ທີ່ສະພາແຫ່ງຊາດ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຄານນີ ວີຍາຣາຈາ ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ ຜູ້ອຳນວຍການຫ້ອງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈໍາພາກພື້ນອາຊີ-ປາຊີຟິກ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 4-8 ກັນຍາ 2022.

    ໂອກາດດັ່ງກ່າວ ທ່ານ ສົມມາດ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ກັບການຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາງ ຄານນີ ວີຍາຣາຈາ ຊຶ່ງເປັນໂອກາດອັນດີໃຫ້ທ່ານໄດ້ສຳຜັດ ແລະ ເຂົ້າໃຈແຈ້ງຕື່ມກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ພ້ອມນັ້ນທ່ານຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນຂອງອົງການ UNDP ທີ່ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ຕະຫຼອດມາ ແລະ ໄດ້ແຈ້ງໃຫ້ຄະນະຜູ້ແທນຂອງ UNDP ຊາບ ກ່ຽວກັບສະພາບການໂດຍລວມຂອງ ສປປ ລາວ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດພາລະບົດບາດ ແລະ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນການຈັດຕັ້ງປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ ຄື: ດ້ານນິຕິບັນຍັດ ການຕິດຕາມກວດກາ ແລະ ການຕົກລົງບັນຫາສຳຄັນຂອງຊາດ ກໍຄືການຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II.

    ໂອກາດດຽວກັນ ທ່ານ ນາງ ຄານນີ ວີຍາຣາຈາ ກໍໄດ້ລາຍງານກ່ຽວກັບສະພາບການເຄື່ອນໄຫວວຽກງານຂອງ UNDP ຢູ່ ສປປ ລາວ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ກັບການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດລາວ ໂດຍສະເພາະ ການພັດທະນາ ແລະ ການສ້າງຕັ້ງສະພາປະຊາຊົນຂັ້ນແຂວງ ພ້ອມນັ້ນ ທ່ານຜູ້ອຳນວຍການອົງການ UNDP ປະຈຳພາກພື້ນອາຊີ-ປາຊີຟິກ ໄດ້ຢືນຢັນວ່າ ອົງການ UNDP ຈະສືບຕໍ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນບັນດາໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ກໍຄື ສປປ ລາວ ໃນຕໍ່ໜ້າໃຫ້ມີຜົນສໍາເລັດຍິ່ງຂຶ້ນ.

# ຂ່າວ – ພາບ : ລັດເວລາ

error: Content is protected !!