ສປ ຈີນ ຄອງເຈົ້າຫຼຽນຄຳ ປິ່ງປ່ອງຊີງແຊັມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບ

    ການແຂ່ງຂັນກີລາປິ່ງປ່ອງ ຊີງແຊັມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບຄັ້ງທຳອິດ ໃນລະຫວ່າງວັນທີ 1-6 ກັນຍາ 2022 ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ ໄດ້ປິດສາກລົງຢ່າງເປັນທາງການ ໃນຕອນແລງວັນທີ 6 ກັນຍານີ້ ເຊິ່ງມື້ສຸດທ້າຍຂອງການແຂ່ງຂັນ ໄດ້ມີການຊີງຊະນະເລີດ 5 ລາຍການ ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U-19).

    ຜົນປາກົດວ່າ: ປະເພດຄູ່ຊາຍ U-19 ຈາກຍີ່ປຸ່ນ ແຊງຊະນະ ຄູ່ຈາກຈີນ 3-2 ເກມ ຍີ່ປຸ່ນ ໄດ້ແຊັມປະເພດຄູ່ຊາຍລາຍການນີ້ສອງຄັ້ງຕິດຕໍ່ກັນ ອັນດັບ 3 ຮ່ວມ ເປັນຂອງຄູ່ຈາກອິນເດຍ ແລະ ຈີນ ສ່ວນ 3 ຄູ່ຈາກລາວ ຕົກຮອບ 32 ຄູ່ສຸດທ້າຍ ປະເພດຄູ່ຍິງ U-19 ແຊັມເປັນຂອງຄູ່ຈາກຍີ່ປຸ່ນ ຊະນະ ຄູ່ຈາກໄຕ້ຫວັນ 3-0 ເກມ ທີ 3 ຮ່ວມ ຄູ່ຈາກຈີນ ທັງສອງຄູ່ ສ່ວນນັກກີລາຈາກລາວ ບໍ່ຜ່ານຮອບຄັດເລືອກ ຂະນະທີ່ປະເພດຄູ່ປະສົມ U-19 ແຊັມເປັນຂອງອິນເດຍ ຄູ່ມື 1 ຂອງລາຍການ ຮອບຊີງຊະນະຄູ່ຈາກຈີນ 3-2 ເກມ ອິນເດຍ ໄດ້ແຊັມປະເພດຄູ່ປະສົມລາຍການນີ້ຄັ້ງທຳອິດ ທີ 3 ຮ່ວມແມ່ນຄູ່ຈາກຮົງກົງ ແລະ ສາທາລະນະລັດເກົາຫຼີ ສ່ວນ 3 ຄູ່ຈາກລາວ ຕົກຮອບ 32 ຄູ່ສຸດທ້າຍ ປະເພດຍິງດ່ຽວ U-19 ທີ 1 ແລະ ທີ 2 ແມ່ນນັກກີລາຈາກຈີນ ທີ 3 ຮ່ວມ ອິນເດຍ ແລະ ຈີນ ຂະນະທີ່ ແຊັມຊາຍດ່ຽວ U-19 ເປັນຂອງນັກກີລາຈາກຈີນ ທີ 2 ໄຕ້ຫວັນ ທີ 3 ຮ່ວມອີກສອງນັກກີລາຈາກຈີນ ສ່ວນປະເພດທີມຍິງ U-19 ປີ ສປ ຈີນ ຄອງແຊັມອາຊີ 23 ສະໄໝຕິດຕໍ່ກັນ ພາຍຫຼັງເອົາຊະນະ ໄຕ້ຫວັນ 3-1 ຄູ່ ທີ 3 ຮ່ວມ ສາທາລະນະລັດເກົາຫຼີ ແລະ ຍີ່ປຸ່ນ ຂະນະທີ່ ທີມຊາຍ U-19 ແຊັມກໍເປັນຂອງຈີນ ຮອບຊີງຊະນະ ຍີ່ປຸ່ນ 3-0 ຄູ່ ປ້ອງກັນແຊັມໄດ້ສຳເລັດ ແລະ ເປັນແຊັມສະໄໝທີ 4 ຕິດຕໍ່ກັນ ທີ 3 ຮ່ວມ ສາທາລະນະລັດເກົາຫຼີ ແລະ ອິນເດຍ ຂະນະທີ່ ທີມຍິງ ທີມຊາຍຈາກລາວ ບໍ່ຜ່ານຮອບຄັດເລືອກ.

    ສ່ວນລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U-15) ແຊັມປະເພດຍິງດ່ຽວ ແມ່ນນັກກີລາຈາກໄທ ທີ 2 ຍີ່ປຸ່ນ ທີ 3 ຮ່ວມ ສາທາລະນະລັດເກົາຫຼີ ແລະ ຍີ່ປຸ່ນ ປະເພດຊາຍດ່ຽວ U-15 ແຊັມ ແລະ ຮອງແຊັມເປັນຂອງຍີ່ປຸ່ນ ທີ 3 ຮ່ວມ ຈີນ ແລະ ຄາຊັກສະຖານ ລະດັບເຍົາວະຊົນ U-15 ແຊັມປະເພດທີມຍິງເປັນຂອງ ຍີ່ປຸ່ນ ໄດ້ແຊັມຄັ້ງທຳອິດໃນຮອບ 8 ປີ ຕໍ່ຈາກປີ 2014 ທີ 2 ໄຕ້ຫວັນ ທີ 3 ຮ່ວມ ສາທາລະນະລັດເກົາຫຼີ ແລະ ຈີນ ແຊັມເກົ່າ ປະເພດທີມຊາຍ U-15 ສປ ຈີນ ປ້ອງກັນແຊັມໄດ້ສຳເລັດ ແລະ ເປັນແຊັມສະໄໝທີ 4 ຕິດຕໍ່ກັນ  ທີ 2 ໄຕ້ຫວັນ ທີ 3 ຮ່ວມ ຍີ່ປຸ່ນ ແລະ ອີຣານ.

    ສະຫຼຸບຕາຕະລາງຫຼຽນລາງວັນ ທັງລະດັບເຍົາວະຊົນ U-15 ແລະ ລະດັບໄວໜຸ່ມ U-19 ເຈົ້າຂອງຫຼຽນຄຳຄັ້ງນີ້ ແມ່ນ ສປ ຈີນ ໄດ້ມາທັງໝົດ 5 ຫຼຽນຄຳ 3 ຫຼຽນເງິນ ແລະ 8 ຫຼຽນທອງ ໃນນີ້ ລະດັບເຍົາວະຊົນ U-15 ຈີນ ໄດ້ມາ 1 ຫຼຽນຄຳ 2 ຫຼຽນທອງ ແລະ ລະດັບໄວໜຸ່ມ U-19 ໄດ້ມາ 4 ຫຼຽນຄຳ 3 ຫຼຽນເງິນ ແລະ 6 ຫຼຽນທອງ ອັນດັບທີ 2 ຍີ່ປຸ່ນ ໄດ້ 4 ຫຼຽນຄຳ 3 ຫຼຽນເງິນ ແລະ 3 ຫຼຽນທອງ ທີ 3 ອິນເດຍ ໄດ້ 1 ຫຼຽນຄຳ 3 ຫຼຽນທອງ ທີ 4 ໄທ ໄດ້ 1 ຫຼຽນຄຳ ທີ 5 ໄຕ້ຫວັນ ໄດ້ 5 ຫຼຽນເງິນ ສຳລັບນັກກີລາທີ່ໄດ້ແຊັມ ແລະ ຮອງແຊັມ ປະເພດຍິງດ່ຽວ ຊາຍດ່ຽວ U-15 ແລະ U-19 ລວມທັງແຊັມປະເພດທີມຍິງ ທີມຊາຍ U-15 ແລະ U-19 ໃນລາຍການນີ້ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊີງແຊັມໂລກ (World Youth 2022).

    ໃຫ້ກຽດມອບລາງວັນໂດຍ: ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ຄາລິວ ອາວ ໂມຮານນາດີ ປະທານສະຫະພັນກີລາປິ່ງປ່ອງອາຊີ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ ແລະ ຜູ້ໃຫ້ການສະໜັບສະໜູນ.

    ການແຂ່ງຂັນປິ່ງປ່ອງຄັ້ງນີ້ ມີນັກກີລາ 165 ຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ທີ່ຜ່ານການຄັດເລືອກເຂົ້າຮ່ວມ ຊີງໄຊທັງໝົດ 11 ລາຍການ ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ 4 ລາຍການ ແລະ ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ 7 ລາຍການ ນອກຈາກນີ້ ຍັງມີຄະນະນຳຈາກສະຫະພັນປິ່ງປ່ອງອາຊີ ທີມງານກຳມະການຕັດສິນ ພ້ອມດ້ວຍວິຊາການ ແລະ ເຈົ້າໜ້າທີ່ກ່ຽວຂ້ອງເກືອບ 100 ຄົນ ຈາກຫຼາຍປະເທດເຂົ້າຮ່ວມ ຕະຫລອດການແຂ່ງຂັນ 6 ວັນ ເຫັນໄດ້ເຖິງນໍ້າໃຈນັກກີລາ ຄວາມສາມັກຄີ ມິດຕະພາບ ແລະ ມີຄວາມສະຫງົບປອດໄພ ເຮັດໃຫ້ການແຂ່ງຂັນຄັ້ງນີ້ ສຳເລັດລົງຢ່າງຈົບງາມ.

error: Content is protected !!