ໄຟໄໝ້ເຮືອນປະຊາຊົນບ້ານດົົງສ້າງຫີນ ເສຍຫາຍໝົດຫຼັງ

    ໃນເວລາ 16:30 ຂອງວັນທີ 6 ກັນຍາ 2022 ເກີດເຫດໄຟໄໝ້ເຮືອນຕູ້ວຽງແກ້ວ ອາຍຸ 85 ປີ ຢູ່ບ້ານ ດົງສ້າງຫີນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເສຍຫາຍໝົດຫຼັງ ປະເພດເຮືອນ ແມ່ນເຄິ່ງກໍ່ເຄິ່ງໄມ້.

    ຕູ້ວຽງແກ້ວ ໄດ້ໃຫ້ ສຳພາດວ່າ: ຢູ່ໃນຄອບຄົວ ມີທັງໝົດ 8 ຄົນ ຍິງ 4 ຄົນ ກ່ອນເກີດເຫດ ບໍ່ມີໃຜຢູ່ເຮືອນຈັກຄົນ ຕົນເອງແມ່ນຍ່າງໄປຫຼິ້ນນຳພີ່ນ້ອງຢູ່ແຖວໃກ້ເຮືອນ ລູກແມ່ນໄປເຮັດວຽກ ເມຍໄປຂາຍເຄື່ອງ ສາເຫດ ຄາດຄະເນວ່າຍ້ອນໄຟຟ້າລັດວົງຈອນຢູ່ຈຸດເຮືອນຄົວ ຄວາມເສຍຫາຍ ເຄື່ອງນຸ່ງຫົ່ມ ວັດຖຸຄົວເຮືອນແມ່ນບໍ່ທັນເອົາຫຍັງອອກຈັກຢ່າງ ຖືວ່າໄດ້ແຕ່ເຄື່ອງຄາຄີງ ປະເມີນມູນຄ່າເສຍຫາຍເບື້ອງຕົ້ນປະມານ 100 ລ້ານກວ່າກີບ.

error: Content is protected !!