ວາລະສານປ້ອງກັນຊາດ ຮັດແໜ້ນຄວາມສາມັກຄີກັບໜັງສືພິມວຽງຈັນໃໝ່

    ເນື່ອງໃນໂອກາດວັນສ້າງຕັ້ງໜັງສືພິມວຽງຈັນໃໝ່ ຄົບຮອບຄົບຮອບ 47 ປີ (1/9/1975-1/9/2022) ທ່ານ ພັນໂທ ຄໍາແສນ ສຸວັນນະຜ່ອງໃສ ຮອງບັນນາທິການກອງວາລະສານປ້ອງກັນຊາດ ພ້ອມຄະນະ ໄດ້ນໍາກະຕ່າຂອງຂວັນ ອວຍພອນໜັງສືພິມວຽງຈັນໃໝ່ ວັນທີ 6 ກັນຍາ 2022 ຕ້ອນຮັບໂດຍທ່ານນາງ ແກ້ວຊ້ອນ ຈັນທະນາມ ບັນນາທິການໜັງສືພິມວຽງຈັນໃໝ່ພ້ອມດ້ວຍຄະນະ.

    ທ່ານ ພັນໂທ ຄໍາແສນ ສຸວັນນະຜ່ອງໃສ ການເຂົ້າອວຍພອນຄັ້ງນີ້ເປັນການເພີ່ມພູນຄູນສ້າງ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງກອງວາລະສານປ້ອງກັນຊາດ ແລະ ໜັງສືພິມວຽງຈັນໃໝ່ ເຊິ່ງໄລຍະຜ່ານມາ ກໍຄືປັດຈຸບັນ ທັງສອງໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຕະຫຼອດມາ ເຊິ່ງໜັງສືພິມວຽງຈັນໃໝ່ ເປັນກະບອກສຽງອັນແຫຼມຄົມຂອງພັກ ຂອງຊາດ ເວົ້າສະເພາະ ເປັນກະບອກສຽງໃຫ້ການນໍານະຄອນຫຼວງວຽງຈັນ ໃນການໂຄສະນາເຜີຍແຜ່ນະໂຍບາຍອັນຖືກຕ້ອງຂອງພັກ ຂອງລັດ ຕະຫຼອດຮອດຂໍ້ມູນຂ່າວສານ ແລະ ເຫດການຕ່າງໆໃຫ້ສັງຄົມໄດ້ຮັບຮູ້ ພ້ອມນັ້ນ ຍັງໃຫ້ໄດ້ອວຍພອນຄະນະບັນນາທິການ ຕະຫຼອດຮອດພະນັກງານທຸກຄົນໃນໜັງສືພິມວຽງຈັນໃໝ່ ມີສຸຂະພາບເຂັ້ມແຂງ ສືບຕໍ່ຜະລິດສື່ສິ່ງພິມໃຫ້ມີຄຸນນະພາບຂຶ້ນເລື້ອຍໆ.

    ໂອກາດນີ້ ທ່ານນາງ ແກ້ວຊ້ອນ ຈັນທະນາມ ໄດ້ສະແດງຄວາມຂອບໃຈມາຍັງທ່ານ ພັນໂທ ຄໍາແສນ ສຸວັນນະຜ່ອງໃສ ພ້ອມດ້ວຍຄະນະ ທີ່ຍາມໃດກໍໃຫ້ຄວາມສຳຄັນ ມີຄວາມເປັນຫ່ວງເປັນໄຍ ໃຫ້ການຊ່ວຍເຫຼືອດ້ານເນື້ອໃນຂ່າວຕໍ່ໜັງສືພິມວຽງຈັນໃໝ່ຕະຫຼອດມາ ຂໍໃຫ້ກອງວາລະສານປ້ອງກັນຊາດ ມີຄວາມເຕີບໃຫຍ່ເຂັ້ມແຂງໄປເລື້ອຍໆ ແລະ ຊີວິດສ່ວນຕົວ ຄອບຄົວມີຄວາມສຸກຕະຫຼອດໄປ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!