ອຄ ສືບຕໍ່ເພີ່ມທະວີປະຕິບັດພາລະບົດບາດຄຸ້ມຄອງລາຄາ ແລະ ປົກປ້ອງຜູ້ຊົມໃຊ້

    ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: ການຄຸ້ມຄອງລາຄາສິນຄ້າໃນເງື່ອນໄຂທີ່ເສດຖະກິດ-ການເງິນມີຄວາມຫຍຸ້ງຍາກ ຂຶ້ນໃນວັນທີ 6 ກັນຍາ 2022 ທີ່ກະຊວງ ອຄ ເປັນປະທານຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລົດຖະມົນຕີ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ມີ ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ບັນຫາລາຄາສິນຄ້າ ແລະ ຄ່າບໍລິການທີ່ມີການເພີ່ມຂຶ້ນໃນປັດຈຸບັນ ແມ່ນໄດ້ຮັບຜົນກະທົບຈາກທັງປັດໄຈພາຍໃນ ແລະ ປັດໄຈພາຍນອກ ເຊິ່ງປັດໄຈພາຍນອກເຮົາບໍ່ສາມາດຄວບຄຸມໄດ້ ແຕ່ປັດໄຈພາຍໃນ ເປັນສິ່ງທີ່ເຮົາສາມາດປະກອບສ່ວນທາງດ້ານນະໂຍບາຍສະເພາະ ເພື່ອຊຸກຍູ້ ສົ່ງເສີມ ແລະ ແກ້ໄຂໄດ້ໃນລະດັບໜຶ່ງ ໃນໄລຍະຜ່ານມາ ກະຊວງ ອຄ ໄດ້ເຮັດສອງບົດບາດຫຼັກ ຄື: ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ຂຶ້ນກັບຂະແໜງການຕົນ ແລະ ເປັນໃຈກາງປະສານງານວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ຂຶ້ນກັບຂະແໜງການອື່ນໆ ເຖິງແນວໃດກໍຕາມ ກະຊວງ ອຄ ໄດ້ແກ້ໄຂບັນຫາລາຄາສິນຄ້າທີ່ເພີ່ມຂຶ້ນສູງໃນປັດຈຸບັນ ໂດຍໄດ້ຜັນຂະຫຍາຍດໍາລັດ 474/ນຍ (2010) ຂໍ້ຕົກລົງ 71/ນຍ (2017) ແລະ ຂໍ້ຕົກລົງ 36/ນຍ (2022) ອອກເປັນນິຕິກໍາລູກໃນການຊີ້ນໍາ ແລະ ເປັນບ່ອນອີງໃຫ້ພະແນກການໃນສາຍຕັ້ງຂອງຕົນຢູ່ຂັ້ນແຂວງ.

    ກອງປະຊຸມຄັ້ງນີ້ ນອກຈາກໄດ້ຮັບຟັງບົດຄົ້ນຄວ້າການຄຸ້ມຄອງລາຄາສິນຄ້າໃນເງື່ອນໄຂທີ່ເສດຖະກິດ-ການເງິນມີຄວາມຫຍຸ້ງຍາກຈາກສະຖາບັນອຸດສາຫະກຳ ແລະ ການຄ້າແລ້ວ ຜູ້ເຂົ້າຮ່ວມຍັງໄດ້ຮ່ວມກັນຕີລາຄາເພື່ອຖອດຖອນໄດ້ຈຸດດີ ຈຸດອ່ອນ ແລະ ຂໍ້ຄົງຄ້າງໃນວຽກງານການຄຸ້ມຄອງລາຄາສິນຄ້າໃນໄລຍະຜ່ານມາ ແລະ ຮ່ວມກັນຊອກຫາແນວທາງ ວາງມາດຕະການໃນການແກ້ໄຂໃນຕໍ່ໜ້າ ປືກສາຫາລືກັນເພື່ອປັບປຸງກົນໄກການປະສານງານໃນການຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ ແລະ ເອກະສານຕ່າງໆທີ່ມີຮ່ວມກັນໃນການຄຸ້ມຄອງລາຄາສິນຄ້າໃຫ້ໄດ້ຮັບປະສິດທິຜົນສູງສຸດ ນອກນີ້ ຍັງຮ່ວມກັນປຶກສາຫາລື ແລະ ຄົ້ນຄວ້າສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານການຄຸ້ມຄອງລາຄາສິນຄ້າ ເພື່ອເຮັດໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໜ້ອຍທີ່ສຸດ.

    ໃນຕອນທ້າຍຂອງກອງປະຊຸມ ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ເພື່ອສືບຕໍ່ຊີ້ນຳ-ນໍາພາ ຄຸ້ມຄອງຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງຂະແໜງ ອຄ ໃນຕໍ່ໜ້າໃຫ້ມີຜົນສຳເລັດ  ມີໝາກຜົນເປັນຮູບປະທຳ ແລະ ສ້າງບາດກ້າວການຫັນປ່ຽນໃໝ່ ຕ້ອງໄດ້ເອົາໃຈໃສ່ບັນຫາຕົ້ນຕໍທີ່ທ່ານອະດີດຮອງນາຍົກໄດ້ມີຄຳເຫັນ ຄືດັ່ງນີ້: ໃນການປະຕິບັດພາລະບົດບາດການຄຸ້ມຄອງລາຄາ ການປົກປ້ອງຜູ້ຊົມໃຊ້ ແລະ ການສ້າງສະພາບແວດລ້ອມໃນການແຂ່ງຂັນທຸລະກິດ ຄວນຖືເປັນບັນຫາສຳຄັນ ເຮັດໃຫ້ຕໍ່ເນື່ອງ ປົກກະຕິ ແລະ ແກ້ໄຂໄດ້ບັນຫາຕົວຈິງ ດ້ານກົນໄກການປະສານງານທີ່ຊ່ວຍສະໜັບສະໜູນກັນຢ່າງເປັນລະບົບ ແລະ ໄປໃນທິດທາງດຽວກັນ ລະຫວ່າງກົມຕ່າງໆພາຍໃນກະຊວງ ອຄ ກໍຄື ການປະສານສົມທົບລະຫວ່າງບັນດາຂະແໜງການທີ່ປິ່ນອ້ອມວຽກງານການຄຸ້ມຄອງລາຄາ ສືບຕໍ່ບຸກທະລຸຢ່າງແຂງແຮງ ແລະ ຕໍ່ເນື່ອງ ເພື່ອແກ້ໄຂຂອດຂັ້ນລະບອບ ລະບຽບການບໍລິຫານຄຸ້ມຄອງຂອງລັດ ແລະ ສືບຕໍ່ແກ້ໄຂບັນຫາຂອດການກະຕຸກຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພາຍໃນ ແລະ ອື່ນໆ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!