ເປີດໂຕທຶນສົມທົບເພື່ອຍົກລະດັບເຕັກໂນໂລຊີໃຫ້ແກ່ ຈນກ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ເເລະ ກາງ (ທສວ)

    ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ເເລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ຈັດພິທີເປີດໂຕທຶນສົມທົບເພື່ອຍົກລະດັບເຕັກໂນໂລຊີ (ທສຕ) ໃຫ້ແກ່ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ເເລະ ກາງ (ຈນກ) ວັນທີ 05 ກັນຍາ 2022 ທີ່ໂຮງແຮມຄຣາວພລາຊ່າ ເເລະ ຜ່ານລະບົບປະຊຸມທາງໄກເເບບອອນລາຍ ເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ ມີທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ເເລະ ການຄ້າ ປະທານສະພາບໍລິຫານ ທສວ ພ້ອມດ້ວຍຄະນະສະພາບໍລິຫານ ທສວ ຄະນະຜູ້ອໍານວຍການ ທສວ ແລະ ກອງເລາຂາ ທສວ ຫົວໜ້າກົມ ຮອງກົມ ພະແນກ ແລະ ວິຊາການ ທີ່ປິ່ນອ້ອມກະຊວງ ທີ່ປຶກສາອາວຸໂສໂຄງການ ທສຕ ນອກຈາກນີ້ ປະທານ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ສະມາຄົມທຸລະກິດ ຜູ້ອຳນວຍການ ຮອງຜູ້ອຳນວຍການທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ແລະ ຫົວໜ່ວຍທຸລະກິດທີ່ເປັນ ຈນກ ແລະ ຜູ້ສະໜອງອຸປະກອນ ເຕັກໂນໂລຊີ ລວມທັງໝົດ 60 ທ່ານ ທີ່ເຂົ້າຮ່ວມແບບອອບໄລ ແລະ ສ່ວນຕ່າງໆທີ່ກ່ຽວຂ້ອງ ທັງສູງກາງ ເເລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ທີ່ເຂົ້າຮ່ວມຜ່ານລະບົບປະຊຸມທາງໄກ.

     ຈຸດປະສົງຂອງພິທີເປີດໂຕ ທສຕ ຂອງ ທສວ ເພື່ອນໍາສະເໜີເປົ້າໝາຍ ວິທີການ ຂັ້ນຕອນ ແລະ ເງື່ອນໄຂຕ່າງໆກ່ຽວກັບການສະເໜີຂໍທຶນສົມທົບຂອງ ທສວ ໃຫ້ແກ່ ຈນກ ແລະ ກຸ່ມການຜະລິດ ແລະ ສະມາຄົມທຸລະກິດ ພ້ອມທັງປະຊາສຳພັນໃຫ້ໜ່ວຍງານສົ່ງເສີມ ຈນກ ແລະ ພາກສ່ວນກ່ຽວຂ້ອງໄດ້ຮັບຊາບຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ ບົນເງື່ອນໄຂ ແລະ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດຢູ່ປະເທດເຮົາໃນປັດຈຸບັນ ວຽກງານສົ່ງເສີມ ຈນກ ເປັນວຽກໜຶ່ງທີ່ໄດ້ຖືກບັນຈຸເຂົ້າໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 2021-2023 ໂດຍເນັ້ນໃຫ້ມີການກໍານົດນະໂຍບາຍສົ່ງເສີມ ຈນກ ໃຫ້ຈະແຈ້ງ ແລະ ເປັນຮູບປະທໍາຫຼາຍຂຶ້ນ ເປັນຕົ້ນ ການເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າ ແລະ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າໃຫ້ໄດ້ຫຼາຍຂື້ນ ສະນັ້ນ ລັດຖະບານຈຶ່ງໄດ້ປະກອບທຶນໃຫ້ ທສວ ໃນປີ 2020 ຈຳນວນ 200 ຕື້ກີບ ໃນປີ 2021 ຈຳນວນ 100 ຕື້ກີບ ແລະ ໃນປີ 2022 ຈຳນວນ 200 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການສະໜອງສິນເຊື່ອດອກເບ້ຍຕໍ່າໃຫ້ ຈນກ ຜ່ານທະນາຄານທຸລະກິດຢ່າງຕໍ່າ 91% ນໍາໃຊ້ໂຄງການວິຊາການ ເພື່ອສ້າງຄວາມເຂັ້ມແຂງໃຫ້ ຈນກ ທີ່ບໍ່ສາມາດເຂົ້າເຖີງສິນເຊື່ອ ແລະ ທີ່ເຂົ້າເຖີງສິນເຊື່ອໄດ້ແລ້ວ ເພື່ອບໍ່ໃຫ້ກາຍເປັນໜີ້ເສຍ ຫຼື Non Profit Loan 8% ແລະ ເງິນບໍລິຫານ ທສວ ບໍ່ເກີນ 1% ຍ້ອນທຶນດັ່ງກ່າວ ມີຈໍານວນຈໍາກັດ ດ້ວຍເຫດນີ້ ສະພາບໍລິຫານ ທສວ ໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ຊີ້ນໍານຳພາ ກອງເລຂາ ທສວ ເພື່ອນຳໃຊ້ທຶນດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ ເຖີງແນວໃດກໍຕາມ ໃນໄລຍະຜ່ານມາ ເຫັນໄດ້ວ່າມີ ຈນກ ຈຳນວນໜຶ່ງສາມາດເຂົ້າເຖິງແຫຼ່ງທຶນດັ່ງກ່າວ ແຕ່ກໍມີຈຳນວນຫຼາຍຍັງບໍ່ທັນສາມາດເຂົ້າເຖິງແຫຼ່ງທຶນດັ່ງກ່າວໄດ້ ໂດຍສະເພາະ ຈຸນລະວິສາຫະກິດ ຍ້ອນບໍ່ມີຫຼັກຊັບຄໍ້າປະກັນ ແລະ ບໍ່ໄດ້ຕາມເງື່ອນໄຂຕ່າງໆຂອງທະນາຄານ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!