ລັດຖະບານອົດສະຕຣາລີ ຊ່ວຍເຫຼືອເຄື່ອງຟອກໄຂ່ຫຼັງຊ່ວຍຮັກສາຊີວິດຄົນເຈັບໄດ້ຈຳນວນຫຼາຍ

    ພິທີມອບ-ຮັບເຄື່ອງຟອກໝາກໄຂ່ຫຼັງຈຳນວນ 4 ໜ່ວຍ ມູນຄ່າ 1 ຕື້ກີບ ຈາກລັດຖະບານອົດສະຕຣາລີ ຜ່ານອົງການອະນາໄມໂລກ ຈັດຂຶ້ນວັນທີ 1 ກັນຍາ 2022 ທີ່ກະຊວງສາທາລະນະສຸກ ຕາງໜ້າມອບໂດຍທ່ານ ແດນ ເຮວເດິນ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ແລະ ທ່ານ ນາງ ໂລ ຢິງ ຣູ ແຈັກເກີລີນ ຜູ້ຕາງໜ້າອົງການອະນາໄມໂລກ ຕາງໜ້າຮັບໂດຍທ່ານ ບຸນແຝງ ພູມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ເຄື່ອງດັ່ງກ່າວ ຈະຖືກສົ່ງຕໍ່ໃຫ້ໂຮງໝໍແຂວງຄຳມ່ວນ ສາລະວັນ ແລະ ຈຳປາສັກ.

    ເຄື່ອງຟອກໝາກໄຂ່ຫຼັງດັ່ງກ່າວຈະຊ່ວຍເພີ່ມຄວາມອາດສາມາດໃນການປິ່ນປົວຄົນເຈັບທີ່ທຸກທໍລະ ມານຈາກພະຍາດໝາກໄຂ່ຫຼັງ ນອກຈາກນັ້ນ ຍັງສາມາດຊ່ວຍໃຫ້ຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ໄດ້ຮັບການຮັກສາແຍກຈາກຄົນເຈັບທົ່ວໄປ ເຊິ່ງໝາຍຄວາມວ່າ ຈະເປັນການຫຼຸດຜ່ອນຄວາມສ່ຽງໃນການແຜ່ເຊື້ອພະຍາດໄປສູ່ຜູ້ສູງອາຍຸ ຄົນເຈັບ ແລະ ກຸ່ມຄົນທີ່ມີຄວາມສ່ຽງສູງ ທີ່ຕ້ອງໄປໂຮງໝໍຢູ່ເປັນປະຈຳ.

     ທ່ານ ບຸນແຝງ ພູມະໄລສິດໄດ້ກ່າວວ່າ: ຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ລັດຖະບານອົດສະຕຣາລີທີ່ ໃຫ້ການຊ່ວຍເຫຼືອຢ່າງກວ້າງຂວາງ ແລະ ທັນເວລາ ເນື່ອງຈາກ ສປປ ລາວ ກຳລັງປະເຊີນກັບການເພີ່ມຂຶ້ນຂອງກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນຊຸມຊົນ ແລະ ຍັງປະເຊີນກັບການເພີ່ມຂຶ້ນຂອງຈຳນວນຄົນເຈັບຈາກພະຍາດໝາກໄຂ່ຫຼັງ ແລະ ເບົາຫວານ ການຊ່ວຍເຫຼືອຄັ້ງນີ້ ຈະຊ່ວຍຮັກສາໄດ້ຫຼາຍຊີວິດໃນຫຼາຍຊຸມຊົນທັງໃນປັດຈຸບັນ ແລະ ໃນອະນາຄົດ.

    ທ່ານ ແດນ ເຮວເດິນ ໄດ້ກ່າວວ່າ: ເຄື່ອງຟອກໝາກໄຂ່ຫຼັງດັ່ງກ່າວ ຈະຊ່ວຍຮັກສາຊີວິດຈຳນວນຫຼາຍໂດຍສະເພາະ ຄົນເຈັບທີ່ຕິດພະຍາດໂຄວິດ-19 ແລະ ມີພະຍາດປະຈຳໂຕ ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ໄດ້ຮັບຮູ້ວ່າເຄື່ອງດັ່ງກ່າວຈະຖືກສົ່ງໄປຍັງບັນດາໂຮງໝໍແຂວງທີ່ມີຄວາມຈຳເປັນໃນການໃຊ້ເຄື່ອງຟອກໝາກໄຂ່ຫຼັງຫຼາຍທີ່ສຸດ ແລະ ຍັງມີທ່າແຮງຈຳກັດ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!