ມະຫາວິທະຍາໄລຊູໂຈລາວ ສຸມໃສ່ປ້ອງກັນພະຍາດ COVID-19

    ປັດ­ຈຸ­ບັນ ມີ​ຫຼາຍ​ສຳ­ນັກ­ງານ​ອົງ­ການ​ຂອງ​ລັດ ຂອງ​ເອ­ກະ​ຊົນ ລວມ​ໄປ​ເຖິງ​ສະ​ຖາ​ບັນ​ການ​ສຶກ​ສາ​ຕ່າງໆ ກໍ​ໄດ້​ເອົາ­ໃຈ­ໃສ່​ເຂັ້ມ​ງວດ ແລະ ມີ​ມາດ​ຕະ­ການ​ປ້ອງ​ກັນ​ການ​ລະ­ບາດ​ຂອງ​ພະ­ຍາດ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ ຫຼື COVID-19 ແລະ ຫຼ້າ​ສຸດ​ວັນ​ທີ 16 ມີ­ນາ 2020 ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຖະ­ແຫຼງ​ຂ່າວ​ອອກ​ມາ​ວ່າ​ເລີ່ມ​ແຕ່​ວັນ​ທີ 17 ມີ­ນາ 2020 ເປັນ­ຕົ້ນ​ໄປ ໃຫ້​ຢຸດ​ການ​ຮຽນ-ການ​ສອນ​ຊົ່ວ­ຄາວ​ຂອງ​ໂຮງ­ຮຽນ​ຊັ້ນ​ອະ­ນຸ­ບານ ແລະ ລ້ຽງ​ເດັກ​ທົ່ວ​ປະ­ເທດ ທີ່​ສະ­ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ­ໃຈ­ໃສ່​ຂອງ​ລັດ­ຖະ­ບານ​ລາວ​ທີ່​ມີ​ຕໍ່​ປະ­ຊາ­ຊົນ ໃນ​ນັ້ນ​ກໍ​ມີ​ສະ​ຖາ​ບັນ​ການ​ສຶກ​ສາ ມະ­ຫາ­ວິ­ທະ­ຍາ­ໄລ​ຊູ​ໂຈ​ລາວ ທີ່​ມີ​ສຳ­ນັກ­ງານ​ຕັ້ງ​ຢູ່​ບ້ານ​ໂພນ​ທັນ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ໄດ້​ມີ​ແຈ້ງ​ການ​ກ່ຽວ​ກັບ​ມາດ​ຕະ­ການ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ COVID-19 ຢູ່​ພາຍ​ໃນ​ຂອງ​ຕົນ​ນັບ​ແຕ່​ວັນ​ທີ 12 ມີ­ນາ 2020 ເປັນ­ຕົ້ນ​ມາ.

    ທ່ານ ຮວງ​ຊີງ ຮອງ​ອະ­ທິ­ການ​ບໍ­ດີ​ມະ­ຫາ­ວິ­ທະ­ຍາ­ໄລ​ຊູ​ໂຈ​ລາວ (ມຊລ) ໃຫ້​ສຳ­ພາດ​ວັນ​ທີ 16 ມີ­ນາ 2020 ວ່າ: ມຊລ ໄດ້​ມີ​ແຈ້ງ​ການ​ກ່ຽວ​ກັບ​ມາດ​ຕະ­ການ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ COVID-19 ຢູ່​ພາຍ​ໃນ​ຂອງ​ຕົນ​ນັບ​ແຕ່​ວັນ​ທີ 12 ມີ­ນາ 2020 ເປັນ­ຕົ້ນ​ມາ ໂດຍ​ໄດ້​ເລີ່ມ​ຮຽນ​ພາກ­ຮຽນ 2 ສົກ​ສຶກ​ສາ 2019-2020 ພາກ​ວັນ​ເສົາ-ວັນ​ອາ­ທິດ ເລີ່ມ​ແຕ່​ວັນ​ທີ 14 ມີ­ນາ​ເປັນ­ຕົ້ນ​ມາ ແລະ ພາກ​ປົກ­ກະ­ຕິ​ເລີ່ມ​ວັນ​ທີ 16 ມີ­ນາ 2020 ມີ​ນັກ​ສຶກ​ສາ​ປະ­ລິນ­ຍາ​ຕີ​ປີ 1 ທີ່​ຮຽນ​ຢູ່ ລາວ​ທັງ​ໝົດ 30 ຄົນ ນອກ​ນີ້​ຍັງ​ມີ​ນັກ​ສຶກ​ສາ​ຮຽນ​ບຳ­ລຸງ 90 ຄົນ ສ່ວນ​ນັກ​ສຶກ​ສາ​ປີ 2 ຂຶ້ນ​ໄປ ແມ່ນ​ໄປ​ຮຽນ​ຢູ່​ຈີນ (ຢູ່​ຊູ​ໂຈ) ແລະ ຢູ່​ພາຍ​ໃນ ມຊລ ມີ​ອາ­ຈານ​ຄົນ​ລາວ ແລະ ຄົນ​ຈີນ ປັດ­ຈຸ­ບັນ​ໄດ້​ມີ​ອາ­ຈານ​ຈີນ​ທີ່​ໄປ​ຢາມ​ບ້ານ​ຢູ່​ປະ­ເທດ​ຈີນ​ໃນ​ໄລ­ຍະ​ບຸ​ປີ​ໃໝ່​ຈີນ (ກຸດ​ຈີນ) ຍັງ​ກັບ​ມາ​ປະ­ເທດ​ລາວ​ບໍ່​ທັນ​ໄດ້ 15 ຄົນ ແລະ ຜູ້​ທີ່​ກັບ​ມາ​ກໍ​ໄດ້​ມີ​ການ​ຕິດ­ຕາມ​ເປັນ​ຢ່າງ​ດີ ຖ້າ​ບໍ່​ຈຳ­ເປັນ​ແມ່ນ​ບໍ່​ໃຫ້​ອອກ​ໄປ​ໃສ ນອກ­ຈາກ​ມີ​ວຽກ​ສ່ວນ​ຕົວ​ທີ່​ຈຳ­ເປັນ ເປັນ­ຕົ້ນ​ອອກ​ໄປ​ຕັດ​ຜົມ ແລະ ໄປ​ຊື້​ເຄື່ອງ­ກິນ​ເຄື່ອງ­ໃຊ້ ເທົ່າ​ນັ້ນ.

    ສ່ວນ​ຢູ່​ຫໍ​ພັກ ເວ­ລາ​ຮັບ​ປະ­ທານ​ອາ­ຫານ​ເມື່ອ​ກ່ອນ​ກິນ​ຮ່ວມ​ກັນ​ຫຼາຍ​ຄົນ ແຕ່​ປັດ­ຈຸ­ບັນ​ໄດ້​ແຍກ​ອອກ​ກິນ​ໃຜ​ກິນ​ມັນ ນັກ​ສຶກ​ສາ​ກໍ​ບໍ່​ໃຫ້​ນັ່ງ​ໂຕະ​ດຽວ​ກັນ 2-3 ຄົນ ຈະ​ແຍກ​ນັ່ງ​ຄົນ​ລະ​ໂຕະ ຢູ່​ຫ່າງ​ກັນ​ລະ­ຫວ່າງ​ນັກ​ສຶກ​ສາ​ກັບ​ຄູ​ສອນ ມີ​ການ​ອະ­ນາ­ໄມ​ເຮັດ​ຄວາມ​ສະ­ອາດ​ຂ້າ​ເຊື້ອ​ຫ້ອງ​ຮຽນ​ກ່ອນ​ເຂົ້າ​ຫ້ອງ ແລະ ເລີກ​ຮຽນ​ເປັນ​ປະ­ຈຳ ອະ­ນາ­ໄມ​ຫ້ອງ­ການ ແລະ ສະ­ຖານ­ທີ່​ຕ່າງໆ​ພາຍ​ໃນ​ສຳ­ນັກ­ງານ ມີ​ນ້ຳ​ຢາ​ລ້າງ​ມື ແລະ ຜ້າ​ປິດ​ປາກ​ດັງ​ໃຫ້​ພະ­ນັກ­ງານ ຈະ​ມີ​ການ​ກວດ​ຄົນ​ເຂົ້າ ແຕ່​ປັດ­ຈຸ­ບັນ ກຳ­ລັງ​ຊື້​ເຄື່ອງ​ກວດ​ຢູ່​ຈີນ​ເຂົ້າ​ມາ ເວ­ລາ​ນັກ​ສຶກ​ສາ​ມາ​ສຳ­ພາດ ແລະ ລົງ­ທະ­ບຽນ​ຮຽນ​ຕ້ອງ​ໃຫ້​ເຂົ້າ​ເທື່ອ​ລະ​ຄົນ ຄູ​ອາ­ຈານ​ທັງ ຄົນ​ລາວ​ທີ່​ເດີນ­ທາງ​ມາ​ມາ​ສອນ ບໍ່​ໃຫ້​ຂີ່​ລົດ​ສາ­ທາ­ລະ­ນະ ໃຫ້​ຂັບ​ຂີ່​ລົດ​ຕົນ​ເອງ​ມາ ພ້ອມ​ທັງ​ແນະ­ນຳ​ບໍ່​ໃຫ້​ໄປ​ເຂດ​ທີ່​ມີ​ຊຸມ​ຊົນ ແລະ ອື່ນໆ​ຕາມ​ແຈ້ງ​ການ​ຂອງ​ລັດ­ຖະ­ບານ​ລາວ ໂດຍ​ໄດ້​ເອົາ­ໃຈ­ໃສ່​ເນັ້ນ​ໃຫ້​ຄວາມ​ຮູ້​ຄູ​ອາ­ຈານ ແລະ ນັກ​ສຶກ​ສາ​ຕໍ່​ກັບ​ໄພ ອັນ­ຕະ­ລາຍ ມາດ​ຕະ­ການ ແລະ ການ​ລະ­ບາດ​ຂອງ​ພະ­ຍາດ COVID-19.

    ພ້ອມ​ນີ້ ມຊລ ຍັງ​ໄດ້​ສ້າງ​ຄູ່​ມື​ແນະ­ນຳ ວິ­ທີ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ COVID-19 ທີ່​ມີ​ເນື້ອ​ໃນ​ເປັນ​ພາ­ສາ ລາວ ພາ­ສາ​ອັງ­ກິດ ແລະ ພາ­ສາ​ຈີນ ພ້ອມ​ປະ­ກອບ​ຮູບ​ພາບ​ທີ່​ເຂົ້າ­ໃຈ​ງ່າຍ​ເພື່ອ​ແຈກ​ຢາຍ​ໃຫ້​ທຸກ​ຄົນ​ຕື່ມ​ອີກ ໂດຍ​ລວມ ແລ້ວ ຄະ­ນະ­ບໍ­ດີ ມຊລ ໄດ້​ມີ​ຄວາມ​ເອົາ­ໃຈ­ໃສ່​ເປັນ​ຢ່າງ​ສູງ​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ບາດ COVID-19 ທີ່​ປະ­ເທດ​ລາວ​ມີ​ຄວາມ​ສ່ຽງ​ສູງ ເນື່ອງ​ຈາກ​ປັດ­ຈຸ­ບັນ​ມີ​ຫຼາຍ​ປະ­ເທດ​ໄດ້​ຕິດ­ເຊື້ອ​ພະ­ຍາດ​ນີ້​ແລ້ວ ໃນ​ນັ້ນ​ກໍ​ມີ​ຫຼາຍ​ປະ­ເທດ ຢູ່​ໃກ້​ຄຽງ​ປະ­ເທດ​ລາວ ດັ່ງ­ນັ້ນ ມຊລ ຈຶ່ງ​ໄດ້​ເຂັ້ມ​ງວດ​ການ​ປ້ອງ​ກັນ​ຢູ່​ສະ​ຖາ​ບັນ​ການ​ສຶກ​ສາ​ຂອງ​ຕົນ​ເອງ​ປັນ​ຢ່າງ​ດີ ແລະ ເປັນ​ການ​ປະ­ກອບ­ສ່ວນ​ຊ່ວຍ​ສັງ­ຄົມ​ລາວ​ຕື່ມ​ອີກ.

error: Content is protected !!