
ທ່ານ ສາຍຄຳ ແພງຄຳມີ ຫົວໜ້າຂະແໜງຊົນລະປະທານ ພະແນກກະສິກຳ ແລະ ປ່າໄມ້ ນວ ໃຫ້ສຳພາດວ່າ: ໂຄງການກໍ່ສ້າງໂຄງການຕ້ານໄພພິບັດປະຈຳປີ 2019 ຈຳນວນ 4 ໂຄງການທີ່ພວມເລັ່ງຂຸ້ນຂ້ຽວຈັດຕັ້ງປະຕິບັດໃນປັດຈຸບັນ ໂດຍພະແນກກະສິກຳ ແລະ ປ່າໄມ້ ນວ ເປັນເຈົ້າຂອງໂຄງການ ແລະ ການອອກແບບທາງດ້ານເຕັກນິກແມ່ນຂະແໜງຊົນລະປະທານ ສົມທົບກັບກົມຊົນລະປະທານເປັນໂຄງການລົງທຶນຂອງລັດ 100% ນັ້ນ ການກໍ່ສ້າງມາຮອດປັດຈຸບັນ ບັນດາໂຄງການດັ່ງກ່າວແມ່ນມີຄວາມຄືບໜ້າ ແລະ ຈະໃຫ້ສຳເລັດໂດຍພື້ນຖານກ່ອນລະດູຝົນປີ 2020 ຄື: ໂຄງການກໍ່ສ້າງຄູປ້ອງກັນນ້ຳງື່ມ ເມືອງນາຊາຍທອງຫາເມືອງໄຊທານີ ມີມູນຄ່າການກໍ່ສ້າງທັງໝົດ 19,57 ຕື້ກີບ ໂດຍແມ່ນບໍລິສັດ ພິນທອງກໍ່ສ້າງຂົວທາງ-ຊົນລະປະທານ ແລະ ເຄຫາສະຖານ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມາຮອດປັດຈຸບັນ ການກໍ່ສ້າງມີຄວາມຄືບໜ້າສຳເລັດ 43% ໂຄງການກໍ່ສ້າງປະຕູນ້ຳເຄັມບ້ານທ່າສະຫວ່າງ (ທ່າງ່ອນ-ເວີນຄຳ) ເມືອງໄຊທານີ ມູນຄ່າກໍ່ສ້າງທັງໝົດ 18,97 ຕື້ກີບ ໂດຍແມ່ນບໍລິສັດ ສຸລິວັນຈະເລີນໄຊ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມາຮອດປັດຈຸບັນ ການກໍ່ສ້າງມີຄວາມຄືບໜ້າສຳເລັດ 49% ໂຄງການກໍ່ສ້າງປະຕູນ້ຳ ແລະ ຄູປ້ອງກັນນ້ຳຖ້ວມຫ້ວຍພະນຽງ ບ້ານໂນນຊາຍ ເມືອງປາກງື່ມ ມູນຄ່າກໍ່ສ້າງທັງໝົດ 17,49 ຕື້ກີບ ໂດຍແມ່ນບໍລິສັດ ບຸນອຸ້ມຮຸ່ງຈະເລີນກໍ່ສ້າງ ຈຳກັດຜູດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມາຮອດປັດຈຸບັນ ການກໍ່ສ້າງມີຄວາມຄືບໜ້າສຳເລັດ 90% ແລະ ໂຄງການກໍ່ສ້າງປະຕູນ້ຳ ແລະ ຕິດຕັ້ງຈັກສູບນ້ຳນ້ຳມູນ ບ້ານໜອງດາ ເມືອງສີໂຄດຕະບອງ ມູນຄ່າກໍ່ສ້າງທັງໝົດ 18,14 ຕື້ກີບ ໂດຍແມ່ນບໍລິສັດ ໂກ້ຈະເລີນກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມາຮອດປັດຈຸບັນ ການກໍ່ສ້າງມີຄວາມຄືບໜ້າສຳເລັດ 76%.
ສຳລັບໂຄງການກໍ່ສ້າງປະຕູນ້ຳເຄັມ ບ້ານທ່າສະຫວ່າງ ເປັນໂຄງການໜຶ່ງທີ່ມີຄວາມສຳຄັນ ເນື່ອງຈາກຈະໄດ້ປະຕູນ້ຳແລ້ວຍັງໄດ້ຂົວຂ້າມທີ່ໄດ້ມາດຕະຖານ ມີຄວາມກວ້າງ 8 ແມັດ ສາມາດຮັບນ້ຳໜັກໄດ້ 50 ໂຕນ ຈາກເມື່ອກ່ອນຂົວຂ້າມນ້ຳເຄັມຈຸດດັ່ງກ່າວ ຈະເປັນຂົວເຫຼັກພື້ນປູດ້ວຍໄມ້ ຮັບນ້ຳໜັກໄດ້ 15 ໂຕນ ແລະ ລົດໃຫຍ່ບໍ່ສາມາດສວນທາງກັນໄດ້ ຖ້າເບື້ອງໜຶ່ງໄປແລ້ວເບື້ອງໜຶ່ງຕ້ອງຢຸດລໍຖ້າ ອັນໄດ້ເຮັດໃຫ້ບາງຄັ້ງເກີດມີສະພາບການສັນຈອນແອອັດ ໂດຍສະເພາະ ໃນເວລາໂມງເລັ່ງດ່ວນເຂົ້າການ-ເລິການ ເພາະເສັ້ນທາງດັ່ງກ່າວແຕ່ທ່າງ່ອນໄປຫາເວີນຄຳ ມີພາຫະນະຜ່ານຂົວແຫ່ງນີ້ເປັນຈຳນວນຫຼວງ ແລະ ຂົວແຫ່ງນີ້ກໍມັກເປ່ເພເລື້ອຍໆ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນໄປມາຂອງພາຫະນະ ບໍ່ວ່າຈະເປັນລົດຈັກ ແລະ ລົດໃຫຍ່ ມີຄວາມສ່ຽງຕໍ່ການເກີດອຸບັດເຫດ ເຊິ່ງປັດຈຸບັນ ທາງໂຄງການໄດ້ເລັ່ງຂຸ້ນຂ້ຽວກໍ່ສ້າງໃຫ້ສຳເລັດກ່ອນລະດູຝົນປີ 2020 ເພື່ອສ້າງປະຕູນ້ຳ 8 ປ່ອງ ເປີດ-ປິດນ້ຳໃນເວລານ້ຳຂຶ້ນ-ນ້ຳລົງຮັບປະກັນບໍ່ໃຫ້ນ້ຳຖ້ວມພື້ນທີ່ການຜະລິດ ແລະ ທີ່ຢູ່ອາໄສຂອງປະຊາຊົນເມືອງໄຊທານີ ແລະ ເມືອງນາຊາຍທອງ ນອກນີ້ຍັງຈະສ້າງຄວາມສະດວກໃຫ້ແກ່ການໄປມາຕື່ມອີກ ແຕ່ໃນໄລຍະກໍ່ສ້າງ ທາງໂຄງການກໍໄດ້ເຮັດທາງດິນເວັ້ນທີ່ມີຄວາມຫຍຸ້ງຍາກໃນການສັນຈອນ ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ເສັ້ນທາງດັ່ງກ່າວ ເວລາຮອດເຂດກໍ່ສ້າງ ກໍໃຫ້ຄ່ອຍໄປຄອ່ຍມາໃຫ້ກຽດເຊິ່ງກັນ ແລະ ກັນ ເປັນຕົ້ນຜູ້ລົງຄ້ອຍຕ້ອງໃຫ້ກຽດຜູ້ຂຶ້ນຄ້ອຍ ທີ່ມີຄວາມສຽງສູງຕໍ່ການເກີດອຸບັດເຫດ.