ດ່ານສາກົນວັງເຕົ່າ ອົບຮົມການນຳໃຊ້ລະບົບແຈ້ງພາສີຜ່ານປະຕູດຽວ

      ດ່ານພາສີສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ຈັດການຈັດເຝີກອົບຮົມນໍາໃຊ້ລະບົບແຈ້ງພາສີຜ່ານປະຕູດຽວແຫ່ງຊາດຂຶ້ນເມື່ອບໍ່ດົນມານີ້ ຢູ່ດ່ານດັ່ງກ່າວ ໂດຍເປັນປະທານຂອງທ່ານ ວິເລືອງ ວໍລະບຸດ ຮອງຫົວໜ້າພາສີປະຈຳແຂວງຈຳປາສັກ  ມີທ່ານ ແກ້ວອຸດອນ ພາລີຈັນ ຫົວໜ້າດ່ານພາສີສາກົນວັງເຕົ່າ ພ້ອມດ້ວຍເຈົ້າໜ້າທີ່ພາສີພາຍໃນດ່ານເຂົ້າຮ່ວມ.

    ທ່ານ ວິເລືອງ ວໍລະບຸດ ກ່າວວ່າ: ລະບົບແຈ້ງພາສີຜ່ານປະຕູດຽວ ໄດ້ຮັບການພັດທະນາມາໃນໄລຍະໜຶ່ງແລ້ວ ຮອດປັດຈຸບັນ ໄດ້ສໍາເລັດການສ້າງລະບົບໂດຍພື້ນຖານ ພ້ອມຈະທົດລອງເຂົ້າໃນວຽກງານອອກອະນຸຍາດຜ່ານລະບົບອີເລັກໂຕຣນິກ ເຊິ່ງເປົ້າໝາຍສ້າງລະບົບດັ່ງກ່າວ ແມ່ນເພື່ອຍົກລະດັບມາດຕະຖານການບໍລິການຂະແໜງການຂອງລັດ ແລະ ເພີ່ມທະວີອຳນວຍຄວາມສະດວກທາງດ້ານການຄ້າໃຫ້ນັບມື້ສູງຂຶ້ນ.

      ປັດຈຸບັນ ທົ່ວໂລກໄດ້ມີຫຼາຍປະເທດນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດຂອງຕົນ ແລະ ມີຄວາມພ້ອມນຳໃຊ້ລະບົບການແຈ້ງພາສີປະຕູດຽວອາຊຽນ ສ່ວນ  ສປປ ລາວ ເຮົາຈຶ່ງມີໜ້າທີ່ໃນການກຽມຄວາມພ້ອມດັ່ງກ່າວເຂົ້າໃນການແຈ້ງພາສີປະຕູດຽວອາຊຽນໃນຕໍ່ໜ້າ ໂດຍການນຳໃຊ້ລະບົບທີ່ທັນສະໄໝ ສະດວກ ວ່ອງໄວ ແລະ ຖືກຕ້ອງຊັດເຈນກວ່າເກົ່າ.

      ຊຸດອົບຮົມຄັ້ງນີ້ ຍັງໄດ້ມີການລາຍງານຄວາມຄືບໜ້າໃນການປະຕິບັດລະບົບແຈ້ງພາສີປະຕູດຽວແຫ່ງຊາດໃນໄລຍະຜ່ານມາ ພ້ອມທັງວາງແຜນການທົດລອງ ແລະ ເຝີກອົບຮົມນຳໃຊ້ລະບົບດັ່ງກ່າວຕົວຈິງຢູ່ດ່ານສາສີສາກົນວັງເຕົ່າ ແລະ ຮັບປະກັນປະສິດທິຜົນສູງໃນການແຈ້ງພາສີ ແລະ ອື່ນໆ.

# ຂ່າວ – ພາບ : ລັດເວລາ

error: Content is protected !!